ດ່ວນ! ປກສ ນວ ຈະດຳເນີນຄະດີ ຕໍ່ບຸກຄົນທີ່ຍັງຝ່າຝືນຄຳສັ່ງ 06/ນຍ-ມາດຕະການຕ່າງໆ.

ດ່ວນ! ປກສ ນວ ຈະດຳເນີນຄະດີ ຕໍ່ບຸກຄົນທີ່ຍັງຝ່າຝືນຄຳສັ່ງ 06/ນຍ-ມາດຕະການຕ່າງໆ.

ນັບແຕ່ນີ້ໄປຮອດວັນທີ 03 ພຶດສະພາ 2020 ຖ້າບຸກຄົນ, ຄອບຄົວ ຫຼື ຫົວໜ່ວຍທຸລະກິດໃດ ຍັງບໍ່ປະຕິບັດຕາມມາດຕະການຕ່າງໆ-ຄຳສັ່ງ 06/ນຍ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແມ່ນຈະດຳເນີນຄະດີຕາມກົດໝາຍອາຍາ ໂດຍມອບໃຫ້ກໍາລັງຕໍາຫຼວດ 1191, ກອງພັນປ້ອງເຄື່ອນທີ່ ປກສ ເມືອງ ປກສ ກຸ່ມບ້ານ ແລະ ໜ່ວຍກວດກາຂັ້ນບ້ານ ລົງເຮັດບົດບັນທຶກກວດກາ ແລະ ສຶກສາອົບຮົມ ຖ້າຍັງຝ່າຝືນແມ່ນຖືກດໍາເນີນຄະດີຕາມກົດໝາຍອາຍາຢ່າງເຂັ້ມງວດ ໂດຍບໍ່ມີຂໍ້ຍົກເວັນ

ພັທ ສຸກພະຈັນ ບຸດດາຄໍາ ຮັກສາການຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃຫ້ສໍາພາດໃນວັນທີ 22 ເມສານີ້ວ່າ: ເລີ່ມແຕ່ວັນທີ 20 ເມສານີ້ ປກສ ນະຄອນຫຼວງວຽງຈັນ ໄດ້ສືບຕໍ່ 10 ແຜນວຽກຈຸດສຸມທີ່ໄດ້ຈັດຕັ້ງປະຕິບັດຜ່ານມາໃຫ້ເຂັ້ມງວດຫຼາຍຂຶ້ນກວ່າເກົ່າ ຈົນຮອດວັນທີ 03 ພຶດສະພາ 2020 ທັງນີ້ກໍເພື່ອເຮັດໃຫ້ປະຊາຊົນນະຄອນຫຼວງວຽງຈັນ ກໍຄືຄົນລາວທົ່ວປະເທດ ປອດໄພຈາກເຊື້ອໄວຣັດໂຄວິດ-19 ໂດຍບໍ່ມີການສູນເສຍໃດໆເກີດຂຶ້ນ.

ເພື່ອຄວບຄຸມບໍ່ໃຫ້ພະຍາດຮ້າຍນີ້ ແຜ່ລະບາດອອກເປັນວົງກວ້າງ ພັທ ສຸກພະຈັນ ບຸດດາຄໍາ ຈິ່ງຮຽກຮ້ອງມາຍັງປະຊາຊົນຊາວນະຄອນຫຼວງວຽງຈັນ ຈໍານວນໜື່ງທີ່ຍັງບໍ່ເຂົ້າໃຈ ໃຫ້ພ້ອມກັນປະຕິບັດຕາມຄໍາສັ່ງຂອງນາຍົກຢ່າງເຂັ້ມງວດ ໃນໄລຍະນີ້ ແມ່ນໃຫ້ງົດການອອກຈາກບ້ານ ຫຼື ເດີນທາງໄປທ້ອງຖິ່ນອື່ນທີ່ບໍ່ມີຄວາມຈໍາເປັນ ຢຸດການຕັ້ງວົງຊຸມແຊວ, ຢຸດການໂຄສະນາທີ່ບໍ່ຖືກຕ້ອງ, ການກັກຕຸນສິນຄ້າ ການກໍ່ອາດຊະຍາກໍາທາງອາຍາຕ່າງໆ; ຖ້າບຸກຄົນ ຄອບຄົວ ຫຼື ຫົວໜ່ວຍທຸລະກິດໃດ ບໍ່ປະຕິບັດຕາມມາດຕະການຕ່າງໆ ແມ່ນມອບໃຫ້ກໍາລັງຕໍາຫຼວດ 1191, ກອງພັນປ້ອງກັນເຄື່ອນທີ່ ປກສ ເມືອງ ປກສ ກຸ່ມບ້ານ ແລະ ໜ່ວຍກວດກາຂັ້ນບ້ານ ລົງເຮັດບົດບັນທຶກກວດກາ ແລະ ສຶກສາອົບຮົມ ຖ້າຍັງຝ່າຝືນແມ່ນຖືກດໍາເນີນຄະດີຕາມກົດໝາຍອາຍາຢ່າງເຂັ້ມງວດ ໂດຍບໍ່ມີຂໍ້ຍົກເວັນ.

ຂ່າວທົ່ວໄປ