ຕອນເຊົ້າເວລາ 7:00 ໂມງຂອງວັນທີ 8 ມິຖຸນາ 2020, ເກີດເຫດຍິງກັນຕາຍກາງຖະຫນົນຢູ່ລະຫວ່າງບ້ານຫ້ວຍຫ້ອມ-ບ້ານຫ້ວຍນໍ້າໃສ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງປະຊາຊົນຢູ່ໄກ້ບໍລິເວນດັ່ງກ່າວໄດ້ເປີດເຜີຍວ່າໄດ້ຍິນສຽງປືນດັງສະຫນັ່ນ ແຕ່ບໍ່ມີໃຜໃສ່ໃຈຄິດວ່າເດັກນ້ອຍຈູດລູກກະໂພກ.
– ເຈົ້າຫນ້າກູ້ໄພມູນນິທີຊ່ວຍເຫລືອຜູ້ດ້ອຍໂອກາດເປີດເຜີຍວ່າ ໄດ້ພົບເຫັນລູກປືນຕົກເຮ່ຍຕາມທອ້ງຖະຫນົນຫ່າງກັນກັບສົບຜູ້ຕາຍ 300 ແມັດ ຂະນະທີ່ລົດຈັກຂອງຜູ້ຕາຍບໍ່ເຫັນ ຄາດອາດມີການຊິງຊັບ ຫລືປະເດັນອື່ນໆທີ່ແອບແຝງ.
ຂໍ້ມູນເບິ່ງຕົ້ນຜູ້ເສຍຊີວິດເປັນເພດຊາຍ ຄົນບ້ານອ່າງນ້ອຍ ເມືອງ ສັງທອງ ນະຄອນຫລວງວຽງຈັນ
-ຜູ້ເສຍຊີວິດເປັນເພດຊາຍອາຍຸປະມານ 20 ກວ່າປີນອນຂວໍ່າຫນ້າເກືອກເລືອດໃນທ່າຍັງສວມໃສ່ຫມວກກັນທະທົບຢູ່ຫົວ.
-ເຈົ້າຫນ້າກູ້ໄພມູນນິທີຊ່ວຍເຫລືອຜູ້ດ້ອຍໂອກາດເປີດເຜີຍວ່າໄດ້ພົບເຫັນລູກປືນຕົກເຮ່ຍຕາມທອ້ງຖະຫນົນຫ່າງກັນກັບສົບຜູ້ຕາຍ 300 ແມັດ ຂະນະທີ່ລົດຈັກຂອງຜູ້ຕາຍບໍ່ເຫັນ, ຄາດອາດມີການຊິງຊັບ ຫລື ປະເດັນອື່ນໆທີ່ແອບແຝງ.
-ມືປືນຍິງດ້ານຫລັງຂອງຜູ້ຕາຍ
-ຈາກກວດສອບຮ່າງກາຍບໍ່ມີເອກະສານ ແລະ ຫລັກຖານໃດໆຕິດຕົວ ສະນັ້ນຂໍໃຫ້ຍາດພີ່ນ້ອງຜູ້ຕາຍຕິດຕາມ ແລະ ມາເກັບເອົາສົບດ່ວນ.