ຫນ້າຕົກໃຈ! ຈີດີພີຂອງລາວກີ້ງລົງເຫວຕິດລົບບໍ່ເຄີຍມີໃນປະຫວັດສາດ

ຫນ້າຕົກໃຈ! ຈີດີພີຂອງລາວກີ້ງລົງເຫວຕິດລົບບໍ່ເຄີຍມີໃນປະຫວັດສາດ

20 ມິຖຸນາ 2020, ທະນາຄານໂລກ (World Bank) ເປີດເຜີຍຜົນລວມຍອດຜະລິດຕະພັນພາຍໃນປະເທດ ຫຼື GDP ຂອງ ສປປ ລາວ ໃນປີ 2020 ຈະຫລຸດລົງ ຈົນຕິດລົບ ຢູ່ທີ່ -1.8% ຈາກທີ່ເຄີຍ ຢູ່ໃນລະດັບເຕີບໂຕ 7% ໃນຫຼາຍປີຜ່ານມາ, ເນື່ອງຈາກ ອິດທິພົນການແຜ່ລະບາດຂອງເຊື້ອ ໂຄວິດ-19 ເຮັດໃຫ້ ອຸດສາຫະກໍາ ພາກການເດີນທາງ ທ່ອງທ່ຽວ ແລະ ການໃຫ້ບໍລິການ ພາຍໃນປະເທດ ຫລຸດດິ່ງລົງ.

ສປປ ລາວ ມີປະຊາກອນ ປະມານ 7 ລ້ານຄົນ, ຜູ້ທີ່ປະກອບສ່ວນ ເຂົ້າໃນຂະແຫນງການທ່ອງທ່ຽວ ແລະ ໃຫ້ບໍລິການ ກວມເອົາ 11% ໃນເຂດຊົນນະບົດ ແລະ 22% ໃນເຂດໂຕເມືອງ, ອິດທິພົນຈາກໂຄວິດ-19 ຄາດວ່າ ຈະເຮັດໃຫ້ມີຜູ້ຕົກງານ ບໍ່ມີວຽກເຮັດ ຢູ່ລະຫວ່າງ 96,000-214,000 ຄົນ ໃນທົ່ວປະເທດ.

ແຮງງານລາວ ຫຼາຍກ່ວາ 100,000 ຄົນ ທີ່ຕ້ອງໄດ້ເດີນທາງກັບປະເທດ ເນື່ອງຈາກການຖືກເລີກຈ້າງ ຍັງຈະສົງຜົນກະທົບ ການຫລຸດລົງຂອງເງິນຕາເຂົ້າປະເທດ ປະມານ 125 ລ້ານ ໂດລາສະຫະລັດ ອັນຈະສົ່ງຜົນຕໍ່ ລາຍຮັບ ໃຫ້ຫຼາຍຄົວເຮືອນ ໃນເຂດຊົນນະບົດ.

ເພື່ອຕອບໂຕ້ກັບຜົນກະທົບດັ່ງກ່າວ, ສປປ ລາວ ຕ້ອງໄດ້ກັບຄືນ ມາໃຫ້ຄວາມສໍາຄັນ ທາງດ້ານການກະສິກໍາ ເພື່ອສະໜອງອາຫານ ແລະ ສ້າງລາຍໄດ້ໃຫ້ກັບແຮງງານທ້ອງຖິ່ນ. ເຖິງແມ່ນວ່າ 70% ຂອງປະຊາກອນ ປະກອບສ່ວນໃສ່ພາກກະສິກໍາ, ແຕ່ເປັນການກະສິກໍາແບບ ລ້ຽງຊີບ ບໍ່ສາມາດຕອບສະໜອງຄວາມຕ້ອງການ ທາງການຕະຫຼາດໄດ້ພຽງພໍ.

ຜົນກະທົບຈາກ ໂຄວິດ-19 ຍັງຈະສ້າງໃຫ້ ສປປ ລາວ ມີໜີ້ສິນ ເພີ່ມຂຶ້ນຢູ່ລະຫວ່າງ 65-68% ຂອງຍອດ GDP ໃນປີ 2020 !

ຄາດການໄວ້ວ່າ ສປປ ລາວ ຈະໃຊ້ເວລາ ຕື່ມອີກ 2 ປີ ຮອດປີ 2022 ຈຶ່ງສາມາດເຮັດໃຫ້ຍອດ GDP ມາຢູ່ທີ່ລະດັບ 4.5%

ຂໍ້ມູນຈາກ WB ເດືອນ ມິຖຸນາ, 2020 !

ສາລະໜ້າຮູ້