ຂໍຄວາມຊວຍເຫຼືອຈາກພໍ່ແມ່ພີ່ນ້ອງ.ຊ່ວຍແຊຮຄົນລະ 1ແຊຮ.ຄິວລົດເມສາຍໃຕ້ ຢູ່ນະຄອນຫຼວງວຽງຈັນ
ເລື່ອງ ເກິດຢູ່ສາຍໃຕ້ ກະບໍ່ຮູ້ວ່າເກີດເຫດແບບນີ້ແນວໃດ
ເຊົ້າວັນທີ່7.7.2020 ເວລາ6.30ໂມງ ນ້ອງສາວຂ້ອຍໄດ້ເກັບເຄື່ອງຂື້ນລົດ ແລ້ວເອົາເຄື່ອງໄວ້ຢູ່ ຊ່ອງc3 ແລ້ວໄປຊື້ປີ້ຍັງບໍ່ຮອດ 2 ນາທີ ກັບມາຈາກຊື້ປີ້ວ່າຈະຂື່ນລົດກັບລົງສະຫວັນນະເຂດ ແລ້ວບໍ່ເຫັນເຄື່ອງບໍ່ຮູ້ວ່າລົດຄັນໃດເອົາໄປບໍ່ຮູ້ວ່າໃຜເອົາໄປ
ມີເຄືອງຮຽນມີໃບປະກາດຈົບຊັ້ນ ເສື້ອຜ້າ 2ກ່ອງໃຫຍ່ ເຄື່ອງໃຊ້ໃນເຮືອນ ພັດລົມເຄື່ອງໃຊ້ແຕ່ງກິນຄົວເຮືອນຂອງມີຄ່າຫຼາຍຢ່າງ
ຕອນນີ້ຍັງຕາມລົດຫຼືຕາມຄົນທີ່ເອົາໄປຍັງບໍ່ໄດ້ ຖ້າລົດຄັນໃດຫຼົງເອົາໄປຂໍເຄື່ອງຄືນແນ່ເພາະຕອນນີ້ຊ່ຳກັບໄດ້ນັບ 1ໃຫມ່ ແລ້ວຢາກໃຫ້ທາງຄິວລົດສາຍໃຕ້ກວດຄືນໃຫ້ເຄັ່ງຄັດ ເພາະລາຄາລວມຂອງເຄື່ອງທັງຫມົດກະມີມູນຄ່າສູງຢູ່ ໃຫ້ເຫັນໃຈແນ່ເພາະຄົນທັງຮຽນທັງຫາເງິນ ບາດພໍ້ແນວນີ້ເດັກນ້ອນມັນກະເສີຍຄວາມຮູ້ສືກຄົນເອົາເຄື່ອງໄປກະຕັ້ງບໍ່ຮູ້ຄວາມ ຖ້າເຄື່ອງບໍ່ເຫັນເຈົ້າຂອງບໍ່ສົມຄວນເອົາໄປແບບນັ້ນ ໃຜພົບເຫັນໂທແຈ້ງແນ່ມີລາງວັນໃຫ້ ເພາະມັນມີຂອງສຳຄັນໃນຫັ້ນ ຄັນວ່າປະໄວ້ດົນຮອດ10-20ນາທີກະບໍ່ວາ ນີ້ 2 ນາທີໄປຊື້ປີ້ແປບດຽວ
02097294797 ອີ່ຕົນນ້ອງສາວ ໄຫ້ຮ້ອງຢູ່ ຮຽນຈົນຊິຕາຍ ໃບປະກາດພັດເສຍ.
ເຕືອນບັນດາແອັດລົດທັງຫຼາຍກ່ອນເອົາເຄື່ອງຜູ້ໂດຍສານຂຶ້ນລົດນັ້ນຄວນຖາມເຖິງຜູ້ໂດຍສານກ່ອນວ່າແມ່ນຂອງໃຜ ຂອງຄົນໃດລະອຽດກ່ອນຈັ່ງເອົາຂຶ້ນຢ່າຟ່າງແຕ່ຢາກໄດ້ຄົນຢ່າງດຽດແຕ່ຂາດຄວາມຮັບຜິດຊອບ.
ກ່ອນເອົາເຄື່ອງຂຶ້ນລົດນັ້ນຄວນຂຽນຊື່ເຂົາໃສ່ພ້ອມທີ່ຢູ່ແລະເບີໂທລະສັບເພື່ອຄວາມສະດວກງ່າຍຂຶ້ນ.
ກໍລະນີຜູ້ໂດຍສານຫຼົງເຄື່ອງຫຼືຜູ້ໂດຍສານຈັບຜິດເຄືອງຂອງຄົນອື່ນກໍ່ມີຫຼາຍເຫດການ ຕົວຢ່າງເຄື່ອງຫຼືກະເປົ໋າຂອງຄູບາຖືກແມ່ອອກຈັບຜິດກໍ່ມີ ເຄື່ອງຫຼືກະເປົ໋າຂອງແມ່ອອກຖືກຄູບາຈັບຜິດກໍ່ມີປະຫວັດການມາແລ້ວ.
ຈົ່ງມີສະຕິແລະຄວາມຮອບຄອບຕື່ມທັງແອັດແລະໂຊເຟລົດໂດຍສານທຸກໆສາຍເດີ ຖ້າບໍ່ເຫັນເຈົ້າຂອງເຄື່ອງບໍ່ຄວນເອົາຂຶ້ນລົດທົ່ວທີບທົ່ວແດນເດີ.
ແອັດແລະໂຊເຟີລົດທັງຫຼາຍບໍ່ຄວນຍາດແຍ່ງເລື້ອງຄົນໂດຍສານກັນເພາະມັນເປັນສິດຂອງເຂົາ ໃນເມື່ອເຂົາພໍໃຈໄປນຳລົດຄັນໃດກໍ່ເລື້ອງເຂົາຢ່າລະເມີດສິດທິສວ່ນບຸກຄົນເດີ ຢ່າເຮັດສຸ່ມສີ່ສຸ່ມຫ້າສຸ່ມຫົກເດີ ຄວນຖາມເຂົາລະອຽດກ່ອນວ່າເຂົາຈະໄປສາຍໃດບ້ານເມືອງແຂວງໃດ ພຶດຕິກຳທີ່ເຮັດແບບນີ້ແມ່ນບໍ່ເໝາະສົມເດີ ຜອ ຂອງບໍລິສັດສາຍໃຕ້ຄວນກວດສອບແລະສຳຫຼວດຜູ້ກະທຳຜິດດ່ວນ.
ກໍລະນີພິເສດຖ້າເປັນກະເປົ໋າເຄື່ອງຄູບາປົນກັບຂອງແມ່ອອກເດພໍເມືອຮອດວັດເປີດເບິ່ງ ພັດມີແຕ່ເຄື່ອງໃນແມ່ອອກເຕັມອະຍະຢູ່ໃນນັ້ນໃຜຊິຮັບຜິດຊອບບາດນີ້
BH .08/07/2020