ສາວດັງພຽງຂ້າມຄືນ ເມື່ອສະເໜີຄຸນສົມບັດ 10 ຂໍ້ໃຫ້ຜູ້ຊາຍທີ່ຈະມາເປັນຜົວ

ສາວດັງພຽງຂ້າມຄືນ ເມື່ອສະເໜີຄຸນສົມບັດ 10 ຂໍ້ໃຫ້ຜູ້ຊາຍທີ່ຈະມາເປັນຜົວ

ສາວຄົນນີ້ຊື່ຢຸ້ຍ ຢູ່ປະເທດເພື່ອນບ້ານເຮົານີ້ລະບາງເອີນວ່ານາງເປັນຜູ້ທີ່ໜ້າຕາບໍ່ໄດ້ຂີ້ລ້າຍ ທຳມາຫາກິນເກັ່ງລ້ຽງໂຕເອງໄດ້ໂດຍບໍ່ເພິ່ງໃຜ ບໍ່ງໍ້ເກາະຜູ້ຊາຍປະມານນີ້ ແຕ່ນາງມັກຂາຍເຄື່ອງອອນລາຍແລ້ວມີຜູ້ຊາຍຫຼາຍຄົນເຂົ້າມາຕໍ່ແຍເວົ້າຫຼາຍແນວສາວຈິ່ງຕັ້ງກຳແພງຕົນເອງໄວ້ວ່າໃຜກ້າຜ່ານເຂົ້າມາ

ກຳແພງທີ່ຕັ້ງໄວ້ນັ້ນກໍ່ຄື ຄຸນສົມບັດ 10 ຂໍ້ຂອງຜູ້ທີ່ຈະມາເປັນຜົວຂອງຢຸ້ຍຕ້ອງມີ ຖ້າຊາຍໃດມີຄົບຕ້ອນຮັບເຂົ້າມາໄດ້ເລີຍ
1. ຢຸ້ຍເປັນຄົນມັກຖ່າຍຮູບ ມັກທ່ຽວຮ້ານກາເຟ ຄ່າເຟ່ງາມດັ່ງນັ້ນຄົນທີ່ຈະມາຕ້ອງຖ່າຍຮູບເກັ່ງ

2 ຢຸ້ຍມັກແຕ່ງຕົວໂປ້ແດ່ບໍ່ໂປ້ແດ່ແລ້ວແຕ່ສະຖານະການ ແລະສະຖານທີ່ໆຕ້ອງໄປ ດັ່ງນັ້ນຜູ້ຊາຍຂອງຢຸ້ຍຕ້ອງຕ້ອງບໍ່ເອົາເລື່ອງນີ້ມາຈູດປະເດັນຖົກຖຽງກັນ ແລະຕ້ອງເປັນຄົນຈ່າຍເວລາໄປຊັອບປິ້ງ

3 ຢຸ້ຍມັກຜູ້ຊາຍທີ່ສະອາດສະອ້ານເກັ່ງ, ນຽບເວົ້າມ່ວນເອົາໃຈເກັ່ງ ແລະເອົາເກັ່ງ ຮາຮາ

4 ເດືອນໜ້າຢ່າງໜ້ອຍຕ້ອງອອກໄປຕ່າງແຂວງ1 ຄັ້ງ, ໜຶ່ງປີຕ້ອງອອກໄປທ່ຽວຕ່າງປະເທດ 1 ຄັ້ງ ໂດຍທີ່ຜູ້ຊາຍຕ້ອງເປັນຄົນອອກຄ່າໃຊ້ຈ່າຍທັງໝົດທີ່ເກີດຂຶ້ນ

5 ໃນແຕ່ລະເດືອນຜູ້ຊາຍຕ້ອງສົ່ງເສຍລ້ຽງດູບໍ່ຕ່ຳກວ່າ 40.000 ບາດລາຄານີ້ບໍ່ລວມເສຶ້ອຜ້າໜ້າຜົມຂອງຂັວນ ແລະງານເທດສະການດອກໄມ້ທີ່ໄວ້ສຳລັບສ້າງພາບ

6 ວັນສຳຄັນຕ່າງໆໃນປີຜູ້ຊາຍຕ້ອງຊວນ ແລະພາໄປສະເໜີໜ້າທຸກງານເພາະຕ້ອງສ້າງພາບ ເພື່ອໃຫ້ຊາວບ້ານຮູ້ວ່າຮັກກັນ

7 ຢຸ້ຍເປັນຄົນທີ່ແຕ່ງກິນເປັນແຕ່ຂີ້ຄ້ານແຕ່ງສະນັ້ນຜູ້ຊາຍທີ່ຈະມາຕ້ອງແຕ່ງກິນເກັ່ງ ແຕ່ງແຊບ ແລະກິນງ່າຍ

8 ເວລາໂທໄປຕ້ອງວີດີໂອຄໍໄດ້ທຸກຄັ້ງໂດຍບໍ່ມີຂໍ້ຍົກເວັ້ນ ປະຊຸມຢູ່ກໍ່ຕ້ອງເປີດໃຫ້ໄດ້ຍິນສຽງ ແລ້ວຢຸ້ຍຈະເປັນຄົນວາງເອງ

9 ຕ້ອງໂທຫາຢຸ້ຍສະແດງຄວາມຈີງໃຈໂດຍການບອກຮັກເຊົ້າສວາຍແລງ ແລະກ່ອນນອນຢ່າງນ້ອຍມື້ລະ 4 ເວລາ ເພາະຈະເຮັດໃຫ້ຮັກກັນຫຼາຍຂຶ້ນ

10 ຢຸ້ຍມັກເປັນໄອສຄຣີມ ຫຼືກະແລັມ ດັ່ງນັ້ນຜູ້ຊາຍຕ້ອງຮູ້ວ່າຕ້ອງເຮັດແນວໃດກັບກະແລ້ມ ຖ້າຢຸ້ຍຄິດວ່າຕົນເປັນພາວເວີແບັງ ຜູ້ຊາຍຕ້ອງເຮັດໜ້າທີ່ສາຍສາກໃຫ້ດີ.

ຖ້າຜູ້ຊາຍຄົນໃດມີຄົບຕາມ 10 ຂໍ້ນີ້ໃຫ້ໂທຫາເລີຍ, ຫຼັງຈາກໂພສນີ້ປະກົດສູ່ສາຍຕາມຜູ້ໃຊ້ໂຊຊຽວມີເດຍ ເຮັດໃຫ້ຍອດແຊຖະຫຼົ່ມຖະລາຍ ຄອມເມັ້ນບໍ່ໃຫ້ເວົ້າ ກາຍເປັນວ່າດັງເປັນດາລາໄປໃນຊົ່ວຂ້າມຄືນ ຈົນມີງານນັດສຳພາດຈາກສື່ຕ່າງໆນັບ 20 ງານ ແລະຍັງຕິດຕໍ່ມາຕໍ່ເນື່ອງ ສາວຢຸ້ຍວ່າບໍ່ຄິດວ່າການບອກຕົວຕົນຈະເຮັດໃຫ້ດັງໄດ້ຂະໜາດນີ້!

ສາລະໜ້າຮູ້