ຫຼາຍຄົນຄົງຍັງຈື່ຈຳໄດ້ໜຸ່ມນັກມາຍາກົນຄົນນີ້ ໃຈ ໃຈສະຫວັນ ແກ້ວວົງເດືອນ ໜຸ່ມໄວ 27 ປີ ທີ່ເຄີຍໄປໂຊຄວາມສາມາດທີ່ປະເທດໄທ ໃນລາຍການ Super 100 ອັດສະລິຍະເກີນຮ້ອຍສ້າງຄວາມປະທັບໃຈ, ອຶ້ງ, ຕື່ນເຕັ້ນໃຫ້ຄົນລາວ, ຄົນໄທທີ່ເຫັນວິດີໂອ ຫຼື ຊົມລາຍການຕອນນັ້ນຢ່າງລຸ້ນໆໄປນໍາ ກັບໂຈດທີ່ 1 ທີ່ໜຸ່ມໃຈໄດ້ສະແດງ ແມ່ນການປິ່່ນໝາກບານຂ້າມຄານທີ່ສູງ 2 ແມັດ, 3 ແມັດ ແລະ 4 ແມັດ ພາຍໃນເວລາ 30 ວິນາທີ ໂດຍການສະແດງນີ້ແມ່ນບໍ່ເຄີຍສະແດງຢູ່ໃສມາກ່ອນ
ຕາມດ້ວຍໂຈດທີ 2 ແມ່ນການເຝິກການຊົງຕົວຂັ້ນສູງ ໂດຍການໃຊ້ປາກຄາບສ້ອມປິ່ນໝາກບານ ແລະ ໂຍນໄຂ່ພາຍໃນເວລາ 20 ວິນາທີ ແລະ ໂຈດທີ 3 ແມ່ນເພີ່ມຄວາມສູງຂຶ້ນໄປອີກ 1 ຂັ້ນ ແລ້ວຍົກບາເບວ ເຮັດທ່າອອກກໍາລັງກາຍລຸກນັ່ງ (squat) 10 ຄັ້ງ ທີ່ເຮັດໃຫ້ຄະນະກໍາມະການ ແລະ ຜູ້ຊົມລຸ້ນລະທຶກໄປຕາມໆກັນເລີຍ
ປັດຈຸບັນໜຸ່ມຄົນນີ້ໄດ້ເປີດຫ້ອງສອນ ກາຍາສິນ ຫຼັກສູດພັດທະນາຄວາມສາມາດດ້ານຮ່າງກາຍ ແລະ ອາລົມ ສໍາລັບເດັກນ້ອຍອາຍຸ 7-15 ປີ ທີ່ ໄອເຕັກ ຕຶກໃໝ່ຊັ້ນ 4 ເປັນຫ້ອງສອນຄະນະກາຍະສິນ Mr Khaojee888 ເປັນການສອນ, ເຝິກໃຫ້ເດັກນ້ອຍອາຍຸ 7-15 ປີ ຄື ຮຽນຂີ່ລົດຖີບຕີນດຽວ, ຮຽນຮູ້ການຫຼິ້ນ Juggling (ການໂຍນວັດຖຸ), ເຝິກທັກສະຄວາມໄວຂອງມື, ເຝິກທັກສະດ້ານກາຍະກໍາ, ເຝິກທັກສະການບໍລິຫານລົມຫາຍໃຈ, ເຝິກທັກສະການສະແດງ ແລະ ຮຽນມາຍາກົນ
ຫາກໃຜທີ່ສົນໃຈ ຫຼື ຢາກໃຫ້ລູກຫຼານທ່ານຮຽນສາມາດສະໝັກຣຽນໄດ້ເລີຍ ທີ່ສໍາຄັນສະໝັກພາຍໃນເດືອນກຸມພານີ້ ຫຼຸດທັນທີ 50 % ໂທ 020 59974976