ເບນ ງັດຫລັກຖານ ແພດເວົ້າບໍ່ມີຄວາມຈິງ ເພື່ອນຢືນຢັນ ເບື້ອງຫລັງ ຮ້າຍຫລາຍ

ເບນ ງັດຫລັກຖານ ແພດເວົ້າບໍ່ມີຄວາມຈິງ ເພື່ອນຢືນຢັນ ເບື້ອງຫລັງ ຮ້າຍຫລາຍ

ແຟນຄັບຕ່າງລຸ້ນໃຫ້ ແພດ ນະປະພາ ແລະ ເບນ ເລດຊິ່ງ ກັບມາຄືນດີກັນ ຈະໄດ້ຢູ່ພ້ອມຫນ້າພໍ່ແມ່ລູກ ແຕ່ເບິ່ງແລ້ວບໍ່ຄືບໍ່ມີວີ່ແວວ ເພາະ ສາວແພດ ໄດ້ມີຫນຸ່ມຄົນໃຫມ່ເຂົ້າມາດູແລຫົວໃຈແລ້ວລ່ະ

ກ່ອນຫນ້ານີ້ ແພດ ເຄີຍໃຫ້ສຳພາດວ່າ ທີ່ຜ່ານມາເຄີຍເປີດໂອກາດມາໂດຍຕະລອດ ຖ້າຄືນກ່ອນເຄົ້າດາວ  ເບນ ຈະໂທທັກມາຫາ ແຕ່ສຸດທ້າຍກໍ່ບໍ່ໄດ້ໂທ ເລີຍຕັດສິນໃຈ ເປິດໃຈໃຫ້ໜຸ່ມຄົນໃຫມ່

ລ່າສຸດ ຫນຸ່ມເບນ ເຜີຍແຊດ ໄດ້ລົມກັບສາວແພດ ໃນຄືນວັນທີ່ 31 ທັນວາຄົມ 2562 ໂດຍເຫັນໄດ້ຊັດວ່າ ຫນຸ່ມເບນເປັນຄົນໂທທັກໄປຫາກ່ອນ ເພື່ອບອກ Happy new year ພ້ອມຖາມວ່າ ທັ້ງແມ່ແລະລູກໄປເຄົ້າດາວຢູ່ໃສກັນ ຊຶ່ງຂັດແຍ້ງກັບຄຳສຳພາດຂອງ ແພດ ທີ່ບອກວ່າ ຄົນໆນຶ່ງທີ່ລໍຖ້າແຕ່ບໍ່ໄດ້ໂທທັກໄປຫາໃນຄືນວັນສິ້ນປີເລີຍ

ຫລັງຈາກນັ້ນ ໄດ້ມີຊາວເນັດ ເຜີຍຂໍ້ຄວາມຈາກ ເພື່ອນຂອງເບນ ລະບຸວ່າ “ເບນຕັດໃຈຕັ້ງແຕ່ຂ້າງໃນແລ້ວ ກູຮູ້ດີ ເຄີຍຢູ່ນຳກັນມາ ເບນຮ້ອງໄຫ້ເກືອບທຸກມື້ ເບນບອກວ່າ ແພດຮ້າຍ ຫນ້າກ້ອງຫນ້າງານອີກຢ່າງ ຫລັງກ້ອງອີກຢ່າງ”

 

ສາລະໜ້າຮູ້