ສະຫະລັດ ຜະເຊີນເຂື່ອນແຕກ 2 ແຫ່ງ ສັ່ງປະກາດພາວະສຸກເສີນອົບພະຍົບປະຊາຊົນດ່ວນ

ສະຫະລັດ ຜະເຊີນເຂື່ອນແຕກ 2 ແຫ່ງ ສັ່ງປະກາດພາວະສຸກເສີນອົບພະຍົບປະຊາຊົນດ່ວນ

ສະຖານະການໄວຣັສລະບາດຍັງບໍ່ທັນຫາຍດີ ຫລ່າສຸດສະຫະລັດ ຕ້ອງຜະເຊີນກັບເຫດຄັ້ງຍິ່ງໃຫຍ່ ເມື່ອເກີດເຫດເຂື່ອນແຕກ 2 ແຫ່ງພ້ອມກັນ ເຮັດໃຫ້ຣັຖບານຕ້ອງປະກາດພາວະສຸກເສີນດ່ວນ

ໂດຍສະຫະລັດ ໄດ້ປະກາດພາວະສຸກເສີນໃນມີຊີແກນ ເນື່ອງຈາກເກີດເຫດເຄື່ອນແຕກພ້ອມກັນ2ແຫ່ງທີ່ຫ່າງກັນບໍ່ເຖິງຊົ່ວໂມງ

ປະຊາຊົນຢູ່ໃນພື້ນທີ່ດັ່ງກ່າວຕ້ອງອົບພະຍົບໜີຕາຍກ່ວາໝຶ່ນຊີວິດ ບ້ານເມືອງຈົມຫາຍພາຍໃນພິບຕາ ໂດຍທັງ2ເຄື່ອນທີ່ແຕກຄື

ເຄື່ອນອີເດນວິນ ແລະເຄື່ອນແຊນຟອດ ຕັ້ງຢູ່ໃກ້ເມືອງມີດແລນລັດມີຊີແກນ ສ່ວນສາເຫດການແຕກນັ້ນຍັງບໍ່ທັນລະບຸສາເຫດໄດ້

ທາງການທ້ອງຖິ່ນຂອງເມືອງມິດແລນ ຈຶ່ງປະກາດພາວະສຸກເສີນແລະຮີບສັ່ງອົບພະຍົບປະຊາຊົນກວ່າ 42,000 ຄົນອອກຈາກພື້ນທີ່ປະສົບໄພ ພ້ອມຮ້ອງຂໍຄວາມຊ່ວຍເຫລືອຈາກກອງທັບສະຫະລັດ ເຂົ້າມາຊ່ວຍເຫລືອໂດຍດ່ວນ ຫລັງທຳອິດຄິດວ່າຮັບມືເອງໄດ້ແຕ່ຫລັງຈາກປະລິມານນ້ຳເລີ່ມໄຫລແຮງເຂົ້າເມືອງໄປເລື່ອຍໆ ເຮັດໃຫ້ຄິດໄດ້ວ່າມັນເລີ່ມຄຸມບໍ່ຢູ່ແລ້ວ ແມ້ຈະຍັງບໍ່ຮູ້ແນ່ຊັດວ່າເປັນຫຍັງເຂື່ອນຈຶ່ງແຕກ ແຕ່ກໍ່ສັນນິດຖານໄດ້ວ່າອາດເກີດຈາກຝົນຕົກຫນັກຕິດຕໍ່ກັນເມື່ອວັນທີ່ 19 ພຶດສະພາ ທີ່ຜ່ານມາ…

ສາລະໜ້າຮູ້