ສື່ໄທລາຍງານເມື່ອວັນທີ 4 ທັນວາ 2019 ເວລາ 08:30 ນາທີ ວ່າ ທ່ານ ກຣີສດາ ໄຊຍາ ປະລັດອຳເພີຫົວຫນ້າກຸ່ມງານບໍລິຫານງານປົກຄອງ (ຮັກສາການແທນນາຍອຳເພີວຽງແກ່ນ) ມອບຫມາຍໃຫ້ ທ່ານ ວິຊາຍ ກາວີ ປາລັດອຳເພີຝ່າຍຄວາມໝັ້ນຄົງ ນຳກຳລັງສະມາຊິກ ອສ. ກອງຮ້ອຍ ອສ. ອ.ວຽງແກ່ນ ທີ່ 14 ສົນທິກຳລັງຮ່ວມກັບ ເຈົ້າຫນ້າທີ່ຕຳຫຼວດ ສພ.ວຽງແກ່ນ, ເຈົ້າຫນ້າທີ່ທະຫານພານກອງຮ້ອຍທະຫານພານທີ່ 3106, ເຈົ້າຫນ້າທີ່ຕຳຫຼວດຕະເວນຊາຍແດນກອງຮ້ອຍ ຕຊດ.ທີ່ 326, ເຈົ້າຫນ້າທີ່ຕຳຫຼວດນ້ຳ ສະຖານີຕຳຫຼວດນ້ຳ ອ.ວຽງແກ່ນ
ເຈົ້າຫນ້າທີ່ຫນ່ວຍເຮືອຮັກສາຄວາມສະຫງົບຕາມແມ່ນ້ຳຂອງ ອ.ຊຽງຂອງ, ເຈົ້າຫນ້າທີ່ດ່ານກວດຄົນເຂົ້າເມືອງ ໄດ້ຮ່ວມກັນຕັ້ງຈຸດກວດກາການຮັກສາຄວາມສະຫງົບ ບໍລິເວນຈຸດຜ່ານຊາຍແດນບ້ານແຈມປ໋ອງ ຕຳບົນຫລ່າຍງາວ ອຳເພີວຽງແກ່ນ ຈັງຫວັດຊຽງຣາຍ
ໄດ້ກວດຄົ້ນນາງ ເຊັງ ແຊ່ລີ ອາຍຸ 17 ປີ ບ້ານຫ້ວຍຫນໍ່ຂົມ ປະຊາຊົນລາວ ກວດພົບຢາເສບຕິດປະເພດທີ່ 2 (ຝິ່ນດິບ) ນ້ຳຫນັກປະມານ 500 ກຣັມ ຊຸກເຊຶ່ອງມາໃນກະເປົາເປ້ ແລະ ພົບເງິນສົດ 19,000 ບາດ ແລະໂທລະສັບມືຖື ຈຳນວນ 1 ເຄື່ອງໃນກະເປົາພາຍ ຄະນະເຈົ້າຫນ້າທີ່ໄດ້ນຳໂຕຜູ້ຕ້ອງຫາ ພ້ອມຂອງກາງທັ້ງຫມົດສົ່ງ ໃຫ້ພະນັກງານສອບສວນ ສພ.ວຽງແກ່ນ ເພື່ອດຳເນິນຄະດີຕາມກົດຫມາຍ