ລັດຖະບານຍີ່ປຸ່ນ ໄດ້ລົງນາມ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ລວມມູນຄ່າ 36 ລ້ານກວ່າໂດລາ

ລັດຖະບານຍີ່ປຸ່ນ ໄດ້ລົງນາມ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ລວມມູນຄ່າ 36 ລ້ານກວ່າໂດລາ

ເນື່ອງໃນໂອກາດ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 23 ສິງຫາ 2020 ຜ່ານມາ ທ່ານ ໂມເຕງິ ໂທຊິມິດຊຶ ໄດ້ພົບປະສອງຝ່າຍລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊິ່ງພາຍຫຼັງກອງປະຊຸມພົບປະສອງຝ່າຍ ໄດ້ມີພິທີລົງນາມເອກະສານແລກປ່ຽນ 2 ໂຄງການ ຄື:

1) ໂຄງການປັບປຸງວິທະຍາໄລສ້າງຄູ ໃຫ້ແກ່ ສປປ ລາວ ມູນຄ່າ 1.922 ລ້ານເຢັນ ຫຼື ປະມານ 18 ລ້ານໂດລາສະຫະລັດ.

2) ໂຄງການຊ່ວຍເຫຼືອລົດເມ, ອາໄຫລ່ ແລະ ອຸປະກອນສຳລັບສ້ອມແປງລົດເມ ມູນຄ່າ 500 ລ້ານເຢັນ ຫຼື ປະມານ 4,6 ລ້ານໂດລາ.​

ນອກຈາກນັ້ນ, ກໍ່ໄດ້ມີພິທີມອບ-ຮັບ ອຸປະກອນການແພດຈຳນວນໜຶ່ງ ຂອງໂຄງການຊ່ວຍເຫຼືອອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ມູນຄ່າ 1,5 ຕື້ເຢັນ (13,7 ລ້ານໂດລາ).

ຂ່າວທົ່ວໄປ