ເວົ້າມາລະເສົ້າ…ແຟນຂ້ອຍຖືກຂົມຂືນ ຫຼາຍກວ່າສາມປີ ບໍ່ຮູ້ຈະເຮັດແນວໃດ (ເລື່ອງເລົ່າຊິວີດຈີງ)

ເວົ້າມາລະເສົ້າ…ແຟນຂ້ອຍຖືກຂົມຂືນ ຫຼາຍກວ່າສາມປີ ບໍ່ຮູ້ຈະເຮັດແນວໃດ (ເລື່ອງເລົ່າຊິວີດຈີງ)

ສະບາຍດີແອັດມີນມີເລື່ອງຈະມາເລົ່າສູ້ຟັງ: ຕອນຂ້ອຍຫາກໍ່ຮຽນຈົບແລະໄດ້ເລີ່ມເຮັດວຽກເປັນວິສະວະກອນໂຮງງານແຫ່ງຫນື່ງໃນນະຄອນຫຼວງ ແນ່ນອນວິສະວະກອນຫນ້າໃຫມ່ຍ່ອມເປັນທີ່ຫອມຫວນຂອງສາວໂຮງງານທັງນັ້ນ ຂ້ອຍເອງກໍ່ເປັນຫນຶ່ງໃນນັ້ນ ກໍ່ບໍ່ແມ່ນວ່າຂ້ອຍ ຈະຫນ້າຕາດີ ກໍ່ພຽງແຕ່ໄປວັດໄປວາກັບສາວໆໄດ້ໂດຍບໍ່ຕ້ອງອາຍໃຜເທົ່ານັ້ນເອງ

ຂ້ອຍມາເລີ້ມວຽກໃຫມ່ທີ່ນີ້ພ້ອມທັງຄວາມຕັ້ງໃຈເລີ້ມຕົ້ນຊິວິດໃຫມ່ກັບເຮັດວຽກທີ່ເອີ້ນໄດ້ເຕັມປາກວ່າແຕ່ເຊົ້າຈົນຄ່ຳເພື່ອເຮັດໃຫ້ລືມເລື່ອງລາວໃນອາດີດສະໄໝຮຽນ. 6 ເດືອນຜ່ານໄປກັບການເຮັດວຽກ 7.30 – 20:30 ຈັນ-ເສົາ ເຮັດໃຫ້ຂ້ອຍດີຂື້ນຫຼາຍແລະພ້ອມເປິດຮັບຄວາມຮັກຄັ້ງໃຫມ່ແລ້ວ ຂ້ອຍຮູ້ຈັກກັບແຟນ (ນ້ອງ ກ.) ໃນທີ່ເຮັດວຽກນີ້ດ້ວຍຄວາມບັງເອິນ ຄັ້ງແລກທີ່ພົບເຂົາຂ້ອຍກຳລັງຢູ່ລະຫວ່າງການສຳພາດໃນຫ້ອງປະຊຸມໃຫຍ່ກັບເຈົ້າຂອງ ລາວເຂົ້າມາແນະນຳຕົວພ້ອມກັບຫັວຫນ້າເຂົາ ເຫມືອນຫົວຫນ້າລາວຮູ້ວ່າຂ້ອຍຈ້ອງເບີ່ງລາວຢູ່ ຫົວຫນ້າລາວຈຶງເວົ້າລອຍໆມາວ່ານ້ອງ ກ. ມີແຟນແລ້ວຫ້າມຈີບ ລົມໂທລະສັບກັບແຟນທຸກໆຊົ່ວໂມ

ຂ້ອຍກໍ່ໄດ້ແຕ່ນັ່ງຍີ້ມ ຜ່ານຫລາຍວັນຂ້ອຍກໍ່ລືມໆ ເລື່ອງຂອງລາວໄປເພາະມົວແຕ່ວົນກັບການວາງລະບົບງານ ແຕ່ແລ້ວ ກໍ່ມີໂທລະສັບລຶກລັບໂທມາທີ່ໂຕະເຮັກວຽກຂ້ອຍ ຫຼາຍສາຍເປັນສຽງຂອງນ້ອງ ກ. ໂທມາສອບຖາມເລື່ອງງານ ແນ່ນອນຕອນນັ້ນຂ້ອຍຫົວໃຈເຕັ້ນດ້ວຍຄວາມດີໃຈ ຂ້ອຍຕອບລາວໄປຕະກຸກຕະກັກດ້ວຍຄວາມຕື່ນເຕັ້ນ ແລະຂ້ອຍບໍ່ລືມທີ່ຈະຖີ້ມເບີມືຖືໄວ້ໃຫ້ລາວ ດ້ວຍຂໍ້ອ້າງທີ່ວ່າຂ້ອຍບໍ່ຄ່ອຍນັ່ງໂຕະ ຖ້າໂທມາບໍ່ພົບໃຫ້ໂທເຂົ້າມືຖືເດີ ຜ່ານໄປອາທິດຫນື່ງຢັງບໍ່ມີວີ່ແວວວ່າລາວຈະໂທມາຫາຂ້ອຍເລີຍ ແມ່ນແລ້ວລາວກໍ່ມີແຟນແລ້ວນີ່ ຈະມາສົນໃຈເຮົາເຮັດຫຍັງ ຂ້ອຍເລີ່ມພົບກັບລາວຫລັງຈາກທີ່ລາວເລິກກັບແຟນລຸ້ນອ້າຍໄດ້ບໍ່ດົນປານໃດ ຂ້ອຍບໍ່ຄ່ອຍຢາກຮູ້ດອກວ່າລາວເລີກກັບແຟນເພາະຫຍັງ ຈົນກະທັ້ງຂ້ອຍບັງເອີຍໄປພົບບັນທຶກຂອງລາວ… ແລະແນ່ນອນຄຳຖາມໃນໃຈຂ້ອຍເກິດຂຶ້ນຫຼາຍຢ່າງ ແຕ່ກໍ່ບໍ່ເຄີຍຖາມລາວຈັກເທື່ອ ເຮົາສອງຄົນພົບກັນແບບວ່າທຸກຄົນໃນໂຮງງານອິດສາກັນຫຼາຍ ແຕ່ໃຜຈະຮູ້ວ່າຂ້ອຍພົບຫຍັງມາແດ່

1 ເດືອນຫລັງຈາກທີ່ເຮົາພົບກັນຂ້ອຍເລີ່ມພົບກັບສີ່ງຜິດປົກກະຕິ ເຊັ່ນ ບາງມື້ລາວບໍ່ໃຫ້ໃຫ້ຂ້ອຍໄປຫາ ໂດຍລາວບອກວ່າພໍ່ຈະແວ່ມາຫາບໍ່ຢາກໃຫ້ພົບກັນ ພໍ່ລາວມາຫາເລື່ອຍໆ ສະເລ່ຍກໍ່ເກືອບທຸກອາທິດ ພໍ່ຫວງລາວຫຼາຍ ລາວມັກແອບລົມໂທລະສັບຕອນເຊົ້າກັບພໍ່ເຫມືອນຕ້ອງລາຍງານຕົວສະເໝີກ່ອນອອກໄປເຮັດວຽກ ທັງທີ່ມີມືຖືແຕ່ຕ້ອງໃຊ້ເບີຫ້ອງໂທອອກ ລາວມັກຈະສະແດງສີຫນ້າຄຽດໆເມື່ອຮັບໂທລະສັບຈາກພໍ່ຂອງລາວ ມັນເປັນຄໍາຖາມທີ່ຄ້າງຄາໃຈຂ້ອຍມາຕະຫຼອດ

ຈົນກະທັ່ງຄວາມລັບຖືກເປິດເຜີຍ ວັນໜື່ງລາວເກີດຖຽງກັບພໍ່ຂອງລາວເລື່ອງຂ້ອຍ ທ້າໃຫ້ລາວຫນີອອກມາຢູ່ກັບຂ້ອຍ ຂ້ອຍປອບໂຍນລາວ ລູບຫົວຄ່ອຍໆ ນັ່ງລົມກັນ ແລະ ຈົບດ້ວຍການມີຫຍັງກັນ  ຫລັງຈາກນັ້ນຄຳຖາມທີ່ເກິດຂື້ນຂອງຂ້ອຍທັງຫມົດ ລາວເລົ່າໃຫ້ຂ້ອຍຟັງເກືອບທັງຫມົດວ່າເກີດຫຍັງຂຶ້ນແດ່ ພໍ່ທີ່ລາວວ່າເປັນພໍ່ລ້ຽງຂອງລາວ ລາວຖືກພໍ່ລ້ຽງຂົມຂືນຫລາຍກວ່າ 3 ປີແລ້ວ ແນ່ນອນສະເລ່ຍອາທິດລະເທື່ອ ເປັນຫຍັງເຖີງໄດ້ກັນເລື່ອຍໆຂະໜາດນີ້ ເພາະພໍ່ລ້ຽງຂັບລົດ 10 ລໍ້ສົ່ງເຄື່ອງ ສົ່ງແລ້ວກໍ່ແວ່ມາ ສາເຫດທີ່ລາວເລີກກັບແຟນລຸ້ນອ້າຍກໍ່ເພາະເຫດນີ້ ຂ້ອຍປອບໂຢນລາວພ້ອມທັງບອກກັບຕົວເອງວ່າຕ້ອງທຳໃຈ ວັນທີ່ລາວຫນີອອກມາລາວຖືກທຸບຕີຢ່າງຮຸນແຮງ ລາວຂໍຮ້ອງໃຫ້ຂ້ອຍພາໄປແຈ້ງຄວາມທັງທຳຮ້າຍຮ່າງກາຍແລະພະຍາຍາມຂ້າເນື່ອງຈາກມີການໃຊ້ອາວຸດມີດມາກ່ຽວຂ້ອງນໍາ ແຕ່ເລື່ອງລາວມັນບໍ່ໄດ້ຈົບເທົ່ານັ້ນ ລະຫວ່າງທີ່ເຮົາຢູ່ນໍາກັນພໍ່ລ້ຽງຂອງລາວໂທມາຂົ່ມຂູ່ຂ້ອຍຕ່າງໆນາໆ ລວມເຖີງສາມາດຫາເບີບ້ານທີ່ຕ່າງແຂວງຂອງຂ້ອຍແລ້ວໄປຂົ່ມຂູ່ຄອບຄົວຂ້ອຍອີກ ຂ້ອຍຕ້ອງພຶ່ງພາຕຳຫຼວດເພື່ອຫວັງວ່າເລື່ອງລາວຈະຈົບລົງແຕ່ບໍ່ເລີຍ ເມື່ອຄວາມຈີງຂອງລາວບໍ່ຖືກເປີດເຜີຍກັບຕໍາຫຼວດ ຂ້ອຍກາຍເປັນຫມາຫົວເນົ່າເຮັດໃຫ້ຄອບຄົວເຂົາມີປັນຫາ ຂ້ອຍທຳໃຈຍອມຮັບສະພາບ

ບໍ່ດົນລາວກໍ່ຫາງານທີ່ໃຫມ່ ເພື່ອຈະຫນີຈາກປັນຫາທີ່ເກິດຂື້ນ ຂ້ອຍເອງກໍ່ເຊັ່ນກັນ ຕັ້ງແຕ່ມີເລື່ອງລາວຂື້ນໂຮງພັກຂ້ອຍຕ້ອງຢູ່ຢ່າງຫວາດລະແວງ ພົບອາວຸດຕິດຕົວສະເໝີ ປ່ຽນເສັ້ນທາງຍ່າງ ປ່ຽນບ່ອນເຮັດວຽກ ຍ້າຍທີ່ຢູ່ ລາວໄດ້ວຽກໃຫມ່ເຊັ່ນດຽວກັນ ຂ້ອຍໄປຫາລາວທຸກອາທິດເຮົາສອງຄົນພະຍາຍາມລືມເລື່ອງຮ້າຍໆວັນນັ້ນເພື່ອເລີ່ມຕົ້ນຊິວິດໃຫມ່ນໍາກັນ ທໍາອິດ ເຮົາກໍ່ຍັງໄປມາຫາສູ່ກັນສະເໝີ ລົມກັນທຸກວັນ ແຕ່ກໍ່ພຽງແຕ່ໄລຍະເວລາບໍ່ດົນລາວກໍ່ປ່ຽນໄປ ລາວບອກວ່າລາວໄປອົບຮົມຕ່າງແຂສງເລື່ອຍໆ ທີ່ໂຮງງານບໍ່ໃຫ້ໃຊ້ໂທລະສັບ ເລີກວຽກແລ້ວຢາກພັກຜ່ອນ ຂ້ອຍເອງຮູ້ສຶກວ່າລາວປ່ຽນໄປຫຼາຍ

ຈົນມາມື້ຫນື່ງມີໂທລະສັບລຶກລັບໂທມາເລົ່າເລື່ອງຂອງລາວໃຫ້ຂ້ອຍຟັງວ່າລາວມີພຶດຕິກຳໃດແດ່ ແນ່ນອນຂ້ອຍຄິດວ່າລາວຖືກໃສ່ຮ້າຍ ລາວຄົງຖືກຫມູ່ລວມງານຂີ້ອິດສານິນທາວ່າຮ້າຍ ແຕ່ແລ້ວວັນທີ່ເຮັດໃຫ້ຂ້ອຍຕາສະຫວ່າງກໍ່ມາເຖີງ ແມ່ນແລ້ວມາຈາກໂທລະສັບລຶກລັບນັ້ນແຫຼະວ່າໃຫ້ມາເບີ່ງວັນນີ້ ທີ່ນີ່. ຂ້ອຍຂີ່ລົດອອກຈາກຫ້ອງ. ໂດຍບໍ່ລໍ ພາບທີ່ຂ້ອຍເຫັນຄືລາວນັ່ງທານຂ້າງກັບກຸ່ມໝູ່ຂອງລາວ ເມື່ອລາວເຫັນຂ້ອຍຫນ້າລາວຖອດສີຢ່າງເຫັນໄດ້ ໃສວ່ານອນແລ້ວຢາກພັກຜ່ອນ ເຮົາໄປລົມກັນທີ່ຫ້ອງ ລາວອິດອອດບໍ່ຢາກກັບຫ້ອງແຕ່ຂ້ອຍກໍ່ດຶງລາວໄປທີ່ຫ້ອງຈົນໄດ້ ຂ້ອຍເປິດຫ້ອງເຂົ້າໄປພົບກັບບາງຢ່າງໃນຫ້ອງນ້ຳມີໂຟມລ້າງຫນ້າຜູ້ຊາຍ ໃນຕູ້ເສື້ອຜ້າມີຊຸດກິລາຜູ້ຊາຍ ແລະແນ່ນອນລີ້ນຊັກໂຕະເຄື່ອງແປ້ງ ກ່ອງຖຸງຢາງທີ່ຖູກໃຊ້ໄປແລ້ວ 1 ຊິ້ນ ຂ້ອຍກັບລາວທະເລາະຖຽງກັນຢ່າງຮຸນແຮງ ຈາກຄົນທີ່ຊຸບຊີວິດໃຫມ່ໃຫ້ລາວອີກຄັ້ງ ລາວກັບລັບມາທຳຮ້າຍຈິດໃຈຂອງຂ້ອຍອີກ. ຈາກວັນນັ້ນຈົນເຖີງວັນນີ້ເກືອບ 10 ປີແລ້ວ ເຮົາຕ່າງກໍ່ແຍກໄປມີຄອບຄົວ ລາວໄດ້ແຕ່ງງານກັບນາຍຕຳຫຼວດທີ່ລໍາລວຍແລະ ຊຶ່ງແນ່ນອນບໍ່ແມ່ນເຈົ້າຂອງຖຸງຢາງກ່ອງນັ້ນ ຂ້ອຍໄດ້ແຕ່ຫວັງໃຫ້ຊີວິດລາວຫລັງຈາກນີ້ ໄດ້ມີຄອບຄົວທີ່ມີຄວາມສຸກອຢ່າງທີ່ລາວປາຖະໜາມາຕະຫຼອດ

ແລະສີ່ງທີ່ບໍ່ຄາດຄິດກໍ່ເກີດເມື່ອມີສາຍໂທລະສັບລຶກລັບໂທມາຫາຂ້ອຍ ສາຍລຶກລັບນີ້ເປັນລາວເອງທີ່ໂທເຂົ້າມາຫາຂ້ອຍແລ້ວເຮົາສອງຄົນໄດ້ລົມກັນຖາມໄຖກັນຫຼາຍເລື່ອງ ລາວບອກວ່າຕອນນີ້ໄດ້ເລີກກັບຜົວແລ້ວ ດຽວນີ້ລາວມີລູກສອງຄົນຄອບຄົວລາວທຸກຍາກຫຼາຍເພາະຕ້ອງລ້ຽງລູກສອງຄົນ ລາວບອກວ່າຂໍໂທດທີ່ເຮັດໃຫ້ຂ້ອຍເສີຍໃຈ ໃນສິບປີກ່ອນຖ້າຕອນນັ້ນຂ້ອຍເລືອກເຈົ້າຕອນນີ້ຄົງເປັນເມຍເຈົ້າຂອງໂຮງງານແລ້ວ (ຂ້ອຍຄິດໃນໃຈວ່າອີ່ດອກນີ້ເວລາສິບປີແລ້ວຈື່ງມາຂໍໂທດເນາະ).ຈາກນັ້ນກໍ່ໄດ້ວາງສາຍ. ນີ້ເປັນເລື່ອງໃນອາດິດຂອງຂ້ອຍຢາກມາແບ່ງປັນໃຫ້ຮູ້ ຖ້າລາວບໍ່ໂທມາຫາຂ້ອຍ ຂ້ອຍກໍ່ຄົງຈະລືມແລ້ວວ່າອາດີດເຄີຍເຮັດຫຍັງແລະຄົງບໍ່ໄດ້ຂຽນເລື່ອງຊິວິດແບບນີ້ໃຫ້ທຸກຄົນໄດ້ຮູ້ “ຂໍຂອບໃຈ”

ຂ່າວທົ່ວໄປ