ຕ້ອງບອກເລີຍຮີໂລຕົວຈິງ ຍອມສະຫຼະຊີວິດຕົວເອງເພື່ອທົດລອງຢາປົວມະເຮັງໃຫມ່ ເຊີ່ງກໍມີຜູ້ຄົນແຫ່ສັນລະເສີນຢ່າງຫຼວງຫຼາຍ ມະເຮັງພຽງໄດ້ຍິນກໍ່ແທບບໍ່ມີເລື່ອງດີໆໃຫ້ເວົ້າເຖິງເລີຍເພາະມັນເປັນອາການປ່ວຍທີຂ້າຊີວິດມະນຸດຫລາຍທີ່ສຸດໃນໂລກຊະນິດຫນຶ່ງເລີຍທີດຽວຈົນປັດຈຸບັນວົງການແພດກໍ່ຍັງຄົ້ນຫາວິທີຮັກສາມະເຮັງແບບ100ເປີເຊັນບໍ່ໄດ້ສັກທີເຖິງພົບແລ້ວແຕ່ກໍ່ຕ້ອງທົດລອງຫລາຍຄັ້ງ ແລະ ການທົດລອງນັ້ນມັນຕ້ອງການອາສາສະຫມັກມາທົດລອງຢາສະຫນິດໃຫ່ມທີ່ຍັງບໍ່ຊາບວ່າຈະສົ່ງຜົນຂ້າງຄຽງຫຍັງແດ່ ຊື່ງເປັນຄວາມສ່ຽງທີ່ຫລາຍຄົນບໍ່ຂໍຍອມຮັບ.
ແຕ່ເມື່ອໄວໆນີ້ມີຍິງສາວຊາວມາເລເຊຍລາຍຫນຶ່ງຊາບຊື່ວ່າວາເນສຊ່າໄດ້ໂພສທະວິດບອກເລົ່າເລື່ອງລາວຄວາມກ້າຫານຂອງພໍ່ລາວທີ່ອາສາເປັນຜູ້ທຳການທົດລອງຢາຄີໂມແບບໃຫ່ມໂດຍລາວເລົ່າວ່າພໍ່ຂອງລາວປ່ວຍເປັນມະເຮັງໄລຍະທີ 4 ຫລັງຈາກໃຫ້ຄີໂມໄປຕາມອາການຫມໍເຈົ້າຂອງໄຂ້ກໍ່ໄດ້ຖາມພໍ່ລາວວ່າສາມາດເປັນອາສາສະຫມັກທົດລອງຄີໂມແບບໃຫ່ມຫລືບໍ່.
ຫລັງຈາກນັ້ນທ່ານໝໍໄດ້ມອບເອກະສານໃຫ້ພໍ່ຂອງລາວເພື່ອເຊັນ ໃນນັ້ນໄດ້ຂຽນ, ອະທິບາຍກ່ຽວກັບຜົນຂ້າງຄຽງທີ່ຈະເກີດຂື້ນກັບຜູ້ອາສາສະໝັກທີ່ມີຄວາມຍາວສອງໜ້າ ແນ່ນອນ, Vanessa ປະຕິເສດແທນພໍ່ຂອງລາວທັນທີ ແລະ ສັ່ງໃຫ້ທ່ານໝໍດຳເນີນການເຄມີປົກກະຕິຄືເກົ່າ ແຕ່ເຊົ້າມື້ຕໍ່ມາໃນຂະນະທີ່ລາວຢູ່ໃນຫ້ອງການ ແມ່ຂອງລາວໂທມາຈາກບ້ານວ່າ ພໍ່ຂອງລາວໄດ້ເຊັນຊື່ໃນການບຳບັດດ້ວຍຄີໂມແບບໃໝ່ ເມື່ອຖືກຖາມກ່ຽວກັບເຫດຜົນ, ລາວຮູ້ສຶກຕື້ນຕັນໃຈກັບຄຳຕອບນັ້ນ “ຂ້ອຍຢາກຮູ້ວ່າການບໍາບັດດ້ວຍຄີໂມແບບໃໝ່ ນີ້ຈະໃຊ້ໄດ້ ຫຼື ບໍ່.
ຖ້າມັນໃຊ້ໄດ້ຜົນມັນຈະເປັນຫລັກຖານທີ່ຈະແຈ້ງວ່າມີວິທີການຮັກສາມະເລັງ ເພື່ອວ່າທຸກຄົນຈະບໍ່ຕ້ອງທຸກທໍລະມານອີກຕໍ່ໄປ ຫລັງຈາກໄດ້ຮັບການຄີໂມແບບໃໝ່ພໍ່ຂອງລາວຕ້ອງໄດ້ຮັບມືກັບຜົນຂ້າງຄຽງທີ່ຮ້າຍແຮງ. ແຕ່ເຖິງວ່າຈະເປັນແນວນັ້ນກໍຕາມ, ກໍາລັງໃຈຂອງລາວກໍ່ດີເລີດ ຈົນຮອດມື້ທີ່ລາວໝົດລົມຫາຍໃຈ ຈາກອາສາສະໝັກ ໃຫ້ໂຮງໝໍ ທ່ານໝໍໄດ້ເກັບກຳຂໍ້ມູນການຄົ້ນຄວ້າທັງໝົດທີ່ໄດ້ຈາກພໍ່ຂອງນາງ. ເພື່ອເປັນການພັດທະນາຕໍ່ ໃນອານາຄົດ Vanessa ຮູ້ຊຶ້ງບຸນຄຸນຕໍ່ການເສຍສະລະຂອງພໍ່ຂອງນາງ. ສະນັ້ນຈຶ່ງຢາກແບ່ງປັນເລື່ອງນີ້ໃຫ້ທຸກຄົນໄດ້ຮັບຮູ້ແລະຊາບຊຶ້ງໃຈນໍາກັນ ແນວໃດກໍຂໍໃຫ້ກຳລັງໃຈຜູ້ປ່ວຍມະເລັງທຸກຄົນເດີ.