ຕັ້ງຂໍ້ຫາຄົບ 4ຕຳລວດ ຈັບຈອດຟລອຍເຖິງຕາຍ

ຕັ້ງຂໍ້ຫາຄົບ 4ຕຳລວດ ຈັບຈອດຟລອຍເຖິງຕາຍ

ຕັ້ງຂໍ້ຫາຄົບ4ຕຳລວດ ຈັບຈອດຟລອຍເຖິງຕາຍ ໄອຍະການແສປະວັດແຕ່ລະຄົນ

ຕັ້ງຂໍ້ຫາຄົບ4ຕຳລວດ – ເອພີ ລາຍງານວັນທີ່ 4 ມິ.ຍ. ວ່າ ໄອຍະການຣັຖມິນເນໂຊຕາ ສະຫະຣັຖອະເມຣິກາ ທ່ານຄີດ ເອນລິສັນ ຕັ້ງຂໍ້ຫາກຸ່ມນາຍຕຳລວດຜູ້ຮ່ວມຈັບກຸມນາຍຈອດ ຟລອຍ ຊາວອະເມຣິກັນຜິວດຳ ອາຍູ 46 ປີ ດ້ວຍຄວາມຮຸນແຮງຈົນເຖິງແກ່ຄວາມຕາຍ ຄົບທັ້ງ 4 ຄົນແລ້ວ ເພື່ອດຳເນີນຄະດີເອົາຜິດແລະຄືນຄວາມຍຸຕິທຳໃຫ້ຜູ້ຕາຍແລະຄອບຄົວ ຕາມທີ່ມວນຊົນທົ່ວສະຫະຣັຖຊຸມນຸມປະທ້ວງການໃຊ້ກຳລັງເກີນກວ່າເຫດຂອງຕຳລວດ

ບຸກຄົນທັ້ງສີ່ທີ່ຖືກຟ້ອງຖືກປົດຈາກຣາຊການໄປແລ້ວ ແຕ່ບໍ່ລອດພົ້ນຄວາມຮັບຜິດຊອບກັບການກະທຳດັ່ງກ່າວ ໂດຍສະເພາະນາຍດີເຣກ ຊໍວິນທີ່ປາກົດຢູ່ໃນຄລິປບັນທຶກເຫດການ ຂະນະໃຊ້ຫົວເຂົ່າກົດຄໍນາຍຟລອຍ ທັ້ງທີ່ຖືກໃສ່ກຸນແຈມືແລະບໍ່ຂັດຂືນ ພ້ອມຮ້ອງວ່າ ຂ້ອຍຫາຍໃຈບໍ່ອອກ

ໄອຍະການຢືນຂໍ້ຫາເດີມທີ່ສັ່ງຟ້ອງນາຍຊໍວິນໄວ້ ໄດ້ແກ່ ຄາດຕະກຳລະດັບສາມ ຫລືເຮັດໃຫ້ຜູ້ອື່ນເຖິງແກ່ຄວາມຕາຍໂດຍຜິດກົດໝາຍ ແລະເພິ່ມຂຶ້ນມາ ຄືຄາດຕະກຳໂດຍບໍ່ໄດ້ໄຕ່ຕອງໄວ້ກ່ອນ ລວມແລ້ວຫາກຖືກຕັດສິນຜິດ ຈະມີບົດລົງໂທດສູງສຸດ ຈຳຄຸກ 40 ປີ ຈາກເດີມ 25 ປີ

ສ່ວນອີກ 3ຄົນ ໄດ້ແກ່ ນາຍໂທມັສ ເລນ ນາຍເຈ. ເຄິງ ແລະນາຍທູ ເທົາ ຖືກຕັ້ງຂໍ້ຫາຊ່ວຍເຫລືອແລະສະນັບສະນຸນຄາຕກຳມີບົດລົງໂທດສູງສຸດ ຈຳຄຸກ 40 ປີເຊັ່ນກັນ

ໄອຍະການເອນລິສັນ ກ່າວວ່າ ຊີວິດຂອງເຫຢື່ອມີຄ່າ ດັ່ງນັ້ນຈະຕ້ອງທວງຄວາມຢຸດຕິທຳຢູ່ແລ້ວບໍ່ໄດ້ກ່ຽວກັບແຮງກົດດັນຂອງສາທາລະນະຊົນ

ໃນເອກສານຄຳຟ້ອງຂອງໄອຍະການຍັງລວບລວມປະວັດຂອງຜູ້ຕ້ອງຫາແຕ່ລະຄົນຢ່າງລະອຽດ ເຊັ່ນ ນາຍດີເຣກ ຊໍວິນ ອາຍຸ 44 ປີ ເປັນຕຳລວດມານານ 19 ປີ ເດີມເປັນພໍ່ຄົວຂອງກອງທັບສະຫະຣັຖ ເຄີຍໄປປະຈຳທີ່ຈໍເຈຍແລະເຢຍລະມະນີ ກ່ອນກັບມາສະຫະຣັຖ ເຂົ້າເປັນຕຳລວດ ເຄີຍຖືກຮ້ອງຮຽນການປະຕິບັດຫນ້າທີ່ມາແລ້ວຖຶງ 17 ຄັ້ງ ແລະຖືກກ່າວຫາໃຊ້ກຳລັງເກີນກວ່າເຫດ ຂະນະຈັບກຸມສະຕີຄົນຫນຶ່ງ ດ້ວຍການກະຊາກລາກຕົວລົງຈາກລົດ ພຽງເພາະຍິງຄົນນີ້ຂັບລົດໄວເກີນກົດຫມາຍກຳຫນົດໄປ 16 ກ.ມ.ຕໍ່ຊ/ມ.

ສາລະໜ້າຮູ້