ລູກເມຍຮ້ອງໄຫ້ເມື່ອຮູ້ວ່າ ຜູ້ເປັນຜົວຕ້ອງຈົບຊີວິດລົງເພາະເງີນ 8,000 ບາດ

ລູກເມຍຮ້ອງໄຫ້ເມື່ອຮູ້ວ່າ ຜູ້ເປັນຜົວຕ້ອງຈົບຊີວິດລົງເພາະເງີນ 8,000 ບາດ

ລູກເມຍຊິຢູ່ແນວໃດເມື່ອຜູ່ເປັນຜົວຕ້ອງມາຈາກໄປກ່ອນໄວອັນຄວນຂໍຄວາມເປັນທຳໃຫ້ຄອບຄົວຜູ່ເສຍຊີວິດດ້ວຍ ຜູ່ກະທຳຜິດຕ້ອງຖືກລົງທັນຢ່າງສາສົມ, ຂໍສະແດງຄວາມເສຍໃຈນຳເດີ້ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ບໍ່ຕ້ອງຫ່ວງຄອບຄົວ ເຫດເກີດທີ່ປະເທດໄທ ຂໍສະແດງຄວາມເສຍໃຈກັບຄອບຄອບຜູ້ເສຍຊີວິດ
ເພາະຄວາມຈົນຈຶ່ງອອກບ້ານໄປຫາເງິນ ບາດຊິກັບມາບ້ານຫາຄອບຄົວພໍ່ແມ່ພັດຖືກນາຍຈ້າງໂຫດຄາຕະກຳຖິ້ມຝັງດິນ

ແຄ່ເງິນ8.000ບາດກະຍ້ອມຄາຕະກຳກັນໄດ້ລົງຄໍ, ແມ່ຂອງຜູ້ເສຍຊີວິດຄົນລາວຫົວອົກຜູ້ເປັນແມ່ ນາຍຈ້າງໂຫດຄາຕະກຳຄົນລາວເສຍຊີວິດເພາະທວງເງິນ 8.000ບາດເພື່ອທີ່ຈະກັບບ້ານ ແຕ່ນາຍຈ້າງໂຫດບໍ່ຍອມ ໃຫ້ເງິນ ຄາຕະກຳຖິ້ມສຳ ຈະແມ່ນໃຈດຳອຳມະຫິດແທ້ເດ່, ບໍ່ອິຕົນກັນແນ່ບໍ່ເຮັດວຽກໃຫ້ລ້າໆແຖມບໍ່ໄດ້ເງີນແລ້ວຍັງມາດັບຊີວິດກັນອີກຊາດນີ້ຄົງບໍ່ຈະເລີນດອກແບບນີ້ຄົນແບບນີ້ຂໍໃຫ້ສານລົງໂທດປະຫານຊີວິດເດີ່, ສວ່ນຄະດີແມ່ນເປັນໄປຕາມຂ່າວ ແລະເຈົ້າຫນ້າທີ່ລາວຍັງໄດ້ເກັບຂໍ້ມູນຈາກເພີ່ນຢູ່ ແລະ ເພື່ອຄວາມປອດໄພ ແລະ ໃຫ້ເປັນໄປຕາມຮູບຄະດີ ເຈົ້າຫນ້າທີ່ຍັງບໍ່ໃຫ້ເປີດເຜີຍຕໍ່ສື່.

ພາບປັດຈຸບັນ ທ້າວອຳ ປອດໄພດີ ຕອນນີ້ຢູ່ລາວແລ້ວແລະ ເພີ່ນຍັງຝາກຂອບໃຈພໍ່ແມ່ພີ່ນ້ອງ ທີ່ເປັນຫ່ວງທຸກໆຄົນດ້ວຍ. ທ້າວເທີນ (ຜູ້ເສຍຊີວິດ) ຢູ່ບ້ານໂພນຫມາກຍາ ເມືອງອຸທຸມພອນ ແຂວງສະຫວັນນະເຂດ, ຂ່າວກ່ອນໜ້ານີ້ ຫລັງຈາກນີ້ເຈົ້າຫນ້າທີ່ກໍ່ຈະດຳເນິນຕາມກົດຫມາຍຕໍ່ໄປຜູ້ຜິດຍ່ອມຮັບໂທດ ຄົນດີຢູ່ໃສກໍ່ມີຄົນຊົວຢູ່ໃສກໍ່ມີ…ບໍ່ວ່າແຕ່ບ້ານເຂົາເມືອງເຮົາດອກ ຂໍສະແດງຄວາມເສຍໃຈກັບຄອບຄົວ.. ທ.ເຈມ ໃຫ້ການວ່າໃນວັນທີ່ 10 ຕົວເອງໄດ້ໄປລົມ ທ.ເທິນ ແລະ ທ.ອໍ່າ

ເລື່ອງຄ່າຈ້າງລົມກັນບໍ່ລົງຕົວເພາະຕົວເອງກໍ່ບໍ່ຢາກໃຫ້ທັງສອງກັບບ້ານຢາກໃຫ້ເຮັດວຽກຕໍ່ແຕ່ທັງສອງຄົນຢາກໄດ້ຄ່າຈ້າງຈຳນວນ 8ພັນບາດເພື່ອເອົາເປັນຄ່າຈ້າງລົດກັບສປປລາວເຮັດໃຫ້ ທ.ເຈມ ໂມໂຫແລ້ວຍິງປືນຂູ່ 3 ນັດແຕ່. ທ ເທິນ ບໍ່ໄດ້ຍ້ານ. ທ ເຈມ ເລີຍຍິງ .ທ ເທິນ ໄປ 1 ນັດ.ສ່ວນ ທ.ອ່ຳ ຕົກໃຈຢ້ານ.ແລ້ວ ທ.ເຈມ ຈື່ງບອກ.ທ.ອ່ຳ ຊ່ວຍມ້ຽນສົບຫມູ່ຕົວເອງ ຫໍ່ສົບແລະບັນຈຸໃສ່ຖັງນ້ຳມັນຂະນາດ 200 ລ ສີຟ້າຊ່ວຍກັນຍົກໃສ່ລົດກະບະທະບຽນລົດ ບລ 5644 ເອົາສົບຂອງ ທ.ເທິນ ໄປຖິ້ມໄວ້ຫ່າງຈາກຈຸດເກີດເຫັດປະມານ 3 ກມ ແລ້ວໄປສົງ ທ.ອໍ່າ ກັບໄປສປປລາວຕາມຄວາມປະສົງຫລັງຈາກກັບຈາກການສົງ ທ.ອໍ່າ

ຢູ່ຄິວລົດແລ້ວກໍ່ມາຂຸດຂຸມຝັງ ທ .ເທີນ ປະມານ 1 ມ ແລ້ວກັບໄປເຮືອນເຮັດຄືບໍ່ມີຫຍັງເກີດຂື້ນກ່ອນເຈົ້າຫນ້າທີ່ຈະມາເຊິນຕົວໄປສອບປາກຄຳ, ວັນທີ່ 13 ມິຖຸນາ 2020 ເຈົ້າໜ້າທີ່ໄດ້ຂໍຫມາຍສານຈັບ.ທ ທິລະວັດ ຫຼື ທ.ເຈມ ສານຈັງຫວັດນະຄອນສີທັມມະລາດ ປະເທດໄທ ໄດ້ອະນຸມັດອອກຫມາຍຈັບ ເລກທີ່ 243/2563 ທ.ເຈມ ຈົນມຸມກໍ່ໄດ້ຍ່ອມຮັບສາລະພາບວ່າເປັນຄົນຄາຕະກຳ ທ.ເທິນ ດ້ວຍປືນຈົນເສຍຊິວິດແທ້ສ່ວນ ທ.ອໍ່າ ໄດ້ໄປສົງກັບບ້ານແລ້ວ ເຈົ້າໜ້າທີ່ຮູ້ແລ້ວວ່າ ທ.ອ່ຳ ເດິນທາງດ້ວຍລົດຕູ້ແທ້,

ເມື່ອນາງພິນບໍ່ສາມາດຕິດຫມູ່ຕົວເອງໄດ້ຈື່ງແຈ້ງຄວາມຕຳຫລວດຈື່ງເຂົ້າໄປກວດສອບ ທຳອິດກວດສອບພົບເຫັນແຕ່ເລືອດແລະປອກລູກປືນ.45 ຕົກຢູ່ຈຳນວນ 1 ປອກຈື່ງເກັບໄວ້ເປັນຫລັກຖານ, ແຕ່ເຈົ້າຫນ້າທີ່ຍັງບໍ່ພົບຮ່າງຂອງ ທ.ເທິນ ແລະ ທ.ອໍ່າ ແຕ່ນາຍຈ້າງໃຫ້ການມີພິລຸດຫນ້າສົງໄສເຈົ້່າຫນ້າທີ່ໄດ້ເຊິນຕົວ ທ.ເຈມ ມາສອບທີ່ຫ້ອງການຕຳຫລວດແລະນາງພິນ.

ນາງພິນ ໃຫ້ການວ່າໃນວັນທີ່ 10. ທ ເທິນ ໄດ້ໂທມາພ້ອມເປິດສຽງໃນຂະນະທີ່ລົມກັບ. ທ.ເຈມ ໂດຍ ທ.ເທິນ ໄດ້ຂໍເບີກເງິນຄ່າຈ້າງຈຳນວນ 8 ພັນບາດ ເພື່ອກັບໄປເຮັດວຽກຢູ່ບ້ານຕົວເອງໃນປະເທດລາວ.. ນາງພິນ ໄດ້ຍິນສຽງວ່າຜົມໄມ່ຢາກທຳແບບນີ້ເລີຍກ່ອນສຽງຈະມິດຫາຍໄປ. ນາຍຈ້າງສວນທຸລຽນໂຫດ ຍິງຫນຸ່ມລູກຈ້າງຄົນລາວຂະນະມາທ້ວງເງິນຄ່າຈ້າງກັບບ້ານດັບກ່ອນຍັດສົບໃນຖັງນ້ຳມັນແລ້ວນຳໄປຝັງດິນ. ຫຼ້າສຸດເຈົ້າໜ້າທີ່ຈັບກຸ່ມໄດ້ແລ້ວເມື່ອເວລາ 8:00 ຂອງວັນທີ່ 14 ມິຖຸນາ 2020

ພ.ຕ.ອ ນັດທະວຸດ ທອງທິບ ຜກກ.ສພ.ສິຊົນ ຈ.ນະຄອນສີທັມມະຣາດ ເປີດເຜີຍກັບຜູ້ສື່ຂ່າວວ່າຄວາມຄືບຫນ້າກໍລະນິຄະດີທີ່ໄດ້ມີ ນາງພິນ ອາຍຸ 30 ປີ ສັນຊາດລາວໄດ້ມາແຈ້ງຄວາມກັບຕຳຫລວດ ສພ.ສິຊົນ ເມື່ອຕອນແລງຂອງວັນທີ 11 ມິຖຸນາ ຜ່ານມານີ້ວ່າຫມູ່ຂອງລາວສອງຄົນທີ່ເປັນສັນຊາດລາວຄື: ທ.ເທິນ ອາຍຸ 30 ແລະ ທ.ອໍ່າ ອາຍຸ 30 ເປັນລູກຈ້າງຂອງ ທ.ທິລະວັດ ວີລະພັນ ອາຍຸ 31 ຫຼືນາຍຫົວເຈມ ທີ່ພູເຂົາໄດ ຫມູ່ບ້ານຄລອງໄຊ ຫມູ່2 ຕ.ສະລອງ ອ.ສິຊົນ ຈ.ນະຄອນສີທັມມະຣາດ

ສາລະໜ້າຮູ້