ກາຍເປັນເສດຖີພຽງຂ້າມຄືນ! ຊາຍຊາວແທນຊາເນຍຮັບເງິນເບົາໆ 3.35 ລ້ານໂດລາ ຫຼັງຂຸດພົບອັນຍະມະນີຫາຍາກ

ກາຍເປັນເສດຖີພຽງຂ້າມຄືນ! ຊາຍຊາວແທນຊາເນຍຮັບເງິນເບົາໆ 3.35 ລ້ານໂດລາ ຫຼັງຂຸດພົບອັນຍະມະນີຫາຍາກ

ຄົນຈະລວຍຊ່ວຍບໍ່ໄດ້! ມີຫຼາຍວິທີທີ່ເຮັດໃຫ້ຄົນເຮົາລວຍໄດ້ ບາງຄົນກໍຖືກຫວຍລາງວັນໃຫຍ່, ບາງຄົນກໍໄດ້ຮັບມູນມໍລະດົກຕົກທອດ ຫຼື ບາງຄົນກໍເຮັດທຸລະກິດຈະເລີນຮຸ່ງເຮືອງຈົນລວຍ. ແຕ່ສຳລັບຊາຍຊາວແທນຊາເນຍຄົນນີ້ ລາວກາຍເປັນເສດຖີພຽງຂ້າມຄືນ ຈາກການຂຸດພົບອັນຍະມະນີຫາຍາກທີ່ມີມູນຄ່າສູງ.

ໃນອາທິດນີ້ຊານິນິອູ ໄລເຊີ ຊາວແທນຊາເນຍໄວ 52 ປີ ກາຍເປັນຜູ້ທຳລາຍສະຖິຕິຂອງປະເທດໄດ້ ຫຼັງຂຸດພົບອັນຍະມະນີສີຟ້າອົມມ່ວງເຂັ້ມທີ່ເອີ້ນວ່າ “ແທນຊາໄນ” (tanzanite) ຢູ່ໃນບໍ່ແຮ່ທາງພາກເໜືອຂອງປະເທດ ເຊິ່ງອ້ອມຮອບດ້ວຍກຳແພງສູງ ເພື່ອສະກັດກັ້ນການລັບລອບສົ່ງອອກຕ່າງປະເທດຢ່າງຜິດກົດໝາຍ. ກ່ອນໜ້ານີ້ມີຜູ້ຂຸດພົບອັນຍະມະນີດັ່ງກ່າວ ໜັກສຸດແມ່ນ 3.3 ກິໂລກຣາມ ແຕ່ຖືກທຳລາຍສະຖິຕິໂດຍອັນຍະມະນີຂອງ ໄລເຊີ ເຊິ່ງມີນໍ້າໜັກ 9.2 ກິໂລກຣາມ ແລະ 5.8 ກິໂລກຣາມ ຕາມລຳດັບ.

 

ແຮ່ແທນຊາໄນ ແລະ ແທນຊາໄນທີ່ເຈຍລະໄນແລ້ວ ພາບ: Didier Descouens / WIKIMEDIA COMMONS

ແທນຊາໄນສອງກ້ອນນໍ້າໜັກລວມ 15 ກິໂລກຣມຂອງໄລເຊີ ໄດ້ຖືກສົ່ງມອບໃຫ້ກັບລັດຖະບານຂອງແທນຊາເນຍ ເຊິ່ງລາວໄດ້ຮັບຄ່າຕອບແທນເປັນເງິນ 7.74 ຕື້ຊິນລິງ (ສະກຸນເງິນແທນຊາເນຍ) ທຽບເທົ່າກັບ 3.35 ລ້ານໂດລາສະຫະລັດ ຫຼື ປະມານ 30 ຕື້ກີບ. ທັງນີ້ ແທນຊາໄນເປັນໜຶ່ງໃນອັນຍະມະນີທີ່ຫາຍາກທີ່ສຸດໃນໂລກ ຄາດວ່າຈະຖືກຂຸດຄົ້ນຈົນໝົດພາຍໃນ 20 ປີໜ້າ ອີງຕາມຂໍ້ມູນຈາກນັກທໍລະນີສາດທີ່ກ່າວຕໍ່ສຳນັກຂ່າວບີບີຊີ. ມູນຄ່າຂອງອັນຍະມະນີເຊິ່ງນຳໃຊ້ເຂົ້າໃນການເຮັດເຄື່ອງປະດັບນັ້ນ ຂຶ້ນກັບຄວາມຫາຍາກຂອງມັນ ຍິ່ງຫາຍາກເທົ່າໃດກໍຈະຍິ່ງລາຄາສູງເທົ່ານັ້ນ.

ສຳລັບອັນຍະມະນີ ທີ່ຫາຍາກ ແລະ ມີມູນຄ່າສູງທີ່ສຸດໃນໂລກນັ້ນ ອັນດັບໜຶ່ງແມ່ນ ເພັດສີແດງ ໂດຍ 1 ກະຣັດ (200 ມິລິກຣາມ) ລາຄາ 1 ລ້ານໂດລາສະຫະລັດ. ໃນຂະນະທີ່ເພັດແມ່ນຢູ່ທີ່ອັນດັບ 5 ຂອງໂລກ ດ້ວຍມູນຄ່າ 15,000 ໂດລາສະຫະລັດ/ກະຣັດ, ສ່ວນ ແທນຊາໄນ ເປັນອັນຍະມະນີທີ່ພົບພຽງແຕ່ໃນເຂດຕີນພູຄີລີມັນຈາໂຣ ຂອງປະເທດແທນຊາເນຍເທົ່ານັ້ນ ໂດຍມີມູນຄ່າປະມານ 300-425 ໂດລາຕໍ່ກະຣັດ.

ພູຄີລີມັນຈາໂຣ ພູທີ່ສູງທີ່ສຸດໃນທະວີບອາຟຣິກາ ຕັ້ງໃນເຂດປະເທດແທນຊາເນຍ ເຊິ່ງເປັນບ່ອນດຽວທີ່ພົບແຮ່ແທນຊາໄນ / ພາບ: Matt Kieffer / FLICKR

ນັກຂຸດຄົ້ນແຮ່ກຳລັງຄົ້ນຫາແຮ່ແທນຊາໄນຢູ່ໃຕ້ພູຄີລີມັນຈາໂຣ / ພາບ: Africraigs / WIKIMEDIA COMMONS

ທັງນີ້ ໄລເຊີ ມີເມຍ 4 ຄົນ ແລະ ມີລູກຫຼາຍກວ່າ 30 ຄົນ, ລາວວາງແຜນຈະສະຫຼອງໂດຍການລົ້ມງົວໜຶ່ງໂຕ ແລະ ຈັດງານລ້ຽງ. ສຳລັບເງິນທີ່ໄດ້ມາ ລາວວາງແຜນວ່າຈະສ້າງປະໂຫຍດໃຫ້ກັບສັງຄົມ ໂດຍຈະສ້າງໂຮງຮຽນໃນບ້ານເກີດຂອງຕົນເອງຢູ່ເມືອງ ຊິມານຈິໂຣ ໃນເຂດມານຢາຣາ ຂອງແທນຊາເນຍ ພ້ອມທັງສ້າງສູນການຄ້າອີກດ້ວຍ ເພາະຢາກໃຫ້ຄົນທີ່ທຸກຍາກໃນເຂດບ້ານຂອງຕົນມີໂອກາດເຂົ້າເຖິງການສຶກສາ ແລະ ສູນການຄ້າກໍຈະເປັນບ່ອນໃຫ້ລູກຫຼານຂອງຕົນເອງເຮັດທຸລະກິດ. ລາວຍັງກ່າວອີກວ່າ ບໍ່ຢາກໃຫ້ຄວາມຮັ່ງມີທີ່ໄດ້ມານັ້ນປ່ຽນວິຖີຊີວິດຂອງຕົນເອງ ເພາະຍັງຕ້ອງການເບິ່ງແຍງລ້ຽງດູງົວຈຳນວນ 2,000 ກວ່າໂຕ ແລະ ມີຊີວິດທີ່ບໍ່ຕ້ອງກັງວົນກ່ຽວກັບຄວາມປອດໄພ.

ທ່ານ ຈອນ ມາກູຟູລີ ປະທານາທິບໍດີແທນຊາເນຍກ່າວວ່າ ນີ້ເປັນຜົນປະໂຫຍດຈາກການຂຸດຄົ້ນແຮ່ທາດຂະໜາດນ້ອຍ ແລະ ເປັນສິ່ງທີ່ພິສູດໃຫ້ເຫັນວ່າ ແທນຊາເນຍອຸດົມຮັ່ງມີ.

ສາລະໜ້າຮູ້