ກຳລັງເປັນກະແສ ແລະ ທີ່ຮືຮາຢູ່ໃນ Social Media ກັນເລີຍທີດຽວວິນາທີນີ້ ເພາະ ມີຜູ້ໃຊ້ເຟສບຸກຄົນໜື່ງໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວວ່າ ຕົນເອງສ່ຽງໂຊກຖືກເລກ 2 ບໍລິສັດໃນງວດດຽວກັນຈໍານວນ 280 ກວ່າລ້ານກີບ!!! ໃນວັນທີ 21 ພຶດສະພາ 2020 ທີ່ຜ່ານມາ
E BIB NUMBER ຄືຫຍັງເກາະ ອັນທີ່ເຂົາແຈກເລກຜູ້ທີ່ສະຫມັກແລ່ນຫັ້ນນະ?? ຮູ້ແຕ່ວ່າເຫັນມັນມີເລກໃນນັ້ນ 5 ໂຕ ກະເລີຍລອງຈັບປີ້ນມາຊື້ຫລິ້ນໆລອງເບິ່ງຊື່ໆ ເສືອກອອກແທ້ ວູ້…. ເສຍດາຍເດ…ຊື້ເລກກະຊື້ຟາດໃສ່ແຕ່ 5ໂຕ, 4ໂຕພັດບໍ່ຊື້ຈັກກີບ. ໂອ້ຍນໍ……(ຢາກລຳ) ຄັນຮູ້ວ່າຊິອອກເປະກະຊິຟາດ 4ໂຕໃສ່ນຳດອກ ຮື… ງວດນີ້ລອງທາງຊື່ໆ ເລກເດັດບໍ່ມີ ຄິດເລກຫຍັງບໍ່ອອກກະຟາດຊື້ເລກອັນເຂົາແຈກເບີເສື້ອຫັ້ນລະ ຜູ້ໃດຮູ້ອັນ E BIB NUMBER ນິນະມັນແປວ່າຫຍັງ??? ຕອບຂ້ານ້ອຍດ້ວຍ
ປລ ຂອບໃຈ E BIB NUMBER ໃຫ້ເຮັງເລກ5ໂຕ 7000ກີບເບົາໆ. 4000ກີບ ຂອງສາຂາໂຊກໄຊ ແລະ 3000ກີບ ຂອງສາຂາຫນອງບອນ ຂໍຂອບໃຈ
ເວົ້າໄດ້ເລີຍວ່າດວງດີອີຫຼີ! ແລະ ຂວັນໃຈຂໍສະແດງຄວາມຍິນດີນໍາເດີ!!! ນີ້ແລະທີ່ເຂົາເວົ້າວ່າ ແຂ່ງຫຍັງກໍແຂ່ງໄດ້ ແຕ່ແຂ່ງບຸນວາດສະຫນາແຂ່ງກັນບໍ່ໄດ້…
ຂອບໃຂຮູບພາບ: ມະໄລທິບ ນຸ່ຍໆ