ຂໍຕັ້ງຄຳຖາມຄືນໄປຫາ ລັດວິສາຫະກິດໄຟຟ້າລາວ ( ຟຟລ)

ຂໍຕັ້ງຄຳຖາມຄືນໄປຫາ ລັດວິສາຫະກິດໄຟຟ້າລາວ ( ຟຟລ)

1). 9 ປະເທດຂອງອາຊຽນຄ່າໄຟຟ້າເຂົາແພງ?
– ປະເທດເຫຼົ່ານັ້ນຜະລິດໄຟຟ້າເອງບໍ? ເຂົາໄດ້ເອີ້ນປະເທດໄທ ຫວຽດນາມ ມາເລເຊຍ ສິງກະໂປ….ເປັນແບດເຕີຣີຂອງເອເຊຍບໍ?
– ເງິນເດືອນຟື້ນຖານປະເທດອາຊຽນໃກ້ຄຽງກັນແລ້ວບໍ? ແລະ ລາຍຮັບຂອງ ພ/ງ ແລະ ກຳມະກອນປະຊາຊົນລາວ ດີຄືປະເທດອ້ອມຂ້າງແລ້ວບໍ? ຄ່າຄອງຊີບເດ ເດເຝີຢູ່ໃນນະຄອນຫຼວງວຽງຈັນຫາຖ້ວຍ 10,000ກີບແມ່ນຫາຍາກແລ້ວໃນຂອບເຂດໂຕເມືອງ ໃນຂະນະທີ່ປະເທດເພືອນບ້ານໄທ ມີໃຫ້ເລືອກ 40฿ ຫຼື 8,620 ກີບ.

2).ຕັ້ງແຕ່ຂ້າພະເຈົ້າ ແລະ ຄົນລາວທົ່ວປະເທດ ເຄີຍໃຊ້ໄຟຟ້າກະບໍ່ແມ່ນແຕ່ປີ2016 ໃນເດືອນ3,4,5 ນີ້ ແຕ່ປີ2015 ລົງໄປ2014, 2013….ກໍ່ມີເດືອນ 3,4,5 ຄືກັນ ຕາມແຈ້ງການຈະປັບຂື້ນ 2% ແຕ່ພວກທ່ານ(ຟຟລ) ປັບຂື້ນ 100% ທົບເຄິ່ງບາງຄົວເຮືອນກາຍເຄິງກໍ່ມີ… ຂໍ້ແນະນຳສຳຫຼັບຂໍ້ນີ້ ຖ້າຜູ້ຖະແຫລງໃນມື້ນີ້ບໍ່ຮູ້ຈັກເປີເຊັນ ຫຼື ການຄິດໄລ່ ຂໍແນະນຳເດີ ມາຮຽນເພີ່ມຢູ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ… ບາງທີ່ຄຳຕອບຈະມີເຫດຜົນ ແລະ ຟັງຂື້ນກວ່ານີ້!

3). ພະນັກຂອງ (ຟຟລ) ທີ່ຈົດໂກງເຕີໄຟຟ້າເປັນພຽງລູກຈ້າງຊົ່ວຄາວ(ໃນບາງເຂດ) ແລ້ວເກີດມີຄວາມຄິດພາດ…ຖ້າເວົ້າເຖິງຈັນຍາບັນດ້ານທຸລະກິດ ແລະ ການບໍລິການແລ້ວ(ຟັງເບີງຄືພວກຂາດການສືກສາເນາະ) ເຖິງແນວໃດ ກໍ່ຄວນມີຄວາມຮັບຜິດຊອບ ແລະ (ຟຟລ) ຕ້ອງແກ້ໄຂບັນຫານີ້ຢ່າງຮີບດ່ວນ ຄວນມີສາມັນສຳນຶກ ຈະຣິຍະທຳ ທີ່ສຳຄັນກໍ່ແມ່ນຈັນຍາບັນໃນການດຳເດີນທຸລະກິດ

ສະຫຼຸບ: ພວກທ່ານຈະອີງໃສ່ການເຕີມໂຕຂອງເສດຖະກິດ ສປປລາວ 8%/ປີ ພວກທ່ານບໍ່ຄວນລືມວ່າ ເງິນເດືອນພື້ນຖານຂອງ ສປປລາວ ເທົ່າໃດ? ປະຊາຊົນລາວມີລາຍຮັບມາຈາກໃສແດ່? ບໍ່ແມ່ນຈະເອົາປະເທດອື່ນມາທຽບ…ທ່ານຈະທຽບລາຍຮັບປະເທດລາວໃສ່ ປະເທດສິງກະໂປ ກໍ່ຄວນຄິດກ່ອນເວົ້າ… ປະຊາຊົນທຸກຍ່ອມຫຍ້າ ຫຼາຍຫຼັງຄາເຮືອນໄດ້ຮັບຄວາມເດືອນຮ້ອນ… ນຳຄ່າໄຟຟ້າພວກທ່ານ…

ຈະໃຫ້ GDP ຂະຫຍາຍຕົວ70% ກໍ່ບໍ່ມີປະໂຫຍດ ເງິນເດືອນ 1,200,000ກີບ ຈ່າຍຄ່າໄຟຟ້າ 1,000,000 ຄ່າໃຊ້ຈ່າຍສ່ວນອື່ນເດ ນໍ້າປະປາ ນໍ້າມັນລົດ ຄ່າຄອງຊີບປະຈຳວັນ  ລູກໄປໂຮງຮຽນ ແລະ ລາຍຈ່າຍອັນອື່ນໆ…ຟັງແລ້ວ ມີແຕ່ຄຳແກ້ຕົວ… ຟຟລ ຄວນຫາວີທີການແກ້ໄຂແດ່!

 

ສາລະໜ້າຮູ້