8 ມິຖຸນາ 2020, ສະຫະລັດອາເມລິກາຕົກຢູ່ໃນສະພາບວິກິດ ແລະ ປະເຊີນຫນ້າກັບເສີກ 4 ດ້ານຄື
1.ການປະທ້ວງຕ້ານການແບ່ງແຍກສີຜິວໄດ້ແຜ່ລາມເປັນວົງກວ້າງກວາມໄປໃນ 40 ລັດທົ່ວສະຫະລັດ ແລະ ສືບຕໍ່ແຜ່ລາມອອກນອກປະເທດສູ່ທະວີບເອີລົບ ອາຟຣິກກາ ແລະ ອາຊີແລ້ວ
2.ຍອດຜູ້ຕິດເຊື້ອໂຄວິດໃນສະຫະລັດເກືອບ 2 ລ້ານຄົນ ເສຍຊີວິດ 112.000 ກວ່າຄົນ ແລະ ປິ່ນຫາຍດີ 527.000 ກວ່າກວ່າຄົນ
3.ສະຫະລັດມີຄວາມສ່ຽງຈະປະທະ ແລະ ກໍ່ໃຫ້ເກີດສົງຄາມກັບ ຣັດເຊຍ, ສປ ຈີນ, ອີຣານ ແລະ ອື່ນໆ
4.ສະຫະລັດປະເຊີນຫນ້າເສດຖະກິດຮ້າຍແຮງທີ່ສຸດໃນຮອບຫລາຍຮ້ອຍປີ ພາຍຫລັງມີຂໍ້ຂັດແຍ່ງສົງຄາມການຄ້າລະຫວ່າງສະຫະລັດກັບ ສປຈີນ ປັດຈຸບັນມີຄົນຕົກງານຢ່າງຫນ້ອຍ 30 ລ້ານຄົນ
ແນວໃດກໍດີ ອົງການອະນາໄມໂລກສະແດງຄວາມເປັນຫ່ວງກໍລະນີການປະທ້ວງແຜ່ລາມເປັນວົງກວ້າງເພາະຈະເຮັດໃຫ້ຄົນມີການຕິດເຊື້ອເພີ່ມຂຶ້ນຍ້ອນການໂຮມຊຸມນຸມໂດຍປັດສະຈາກການປ້ອງກັນໂຕເອງ.
ແຫລ່ງຂ່າວ: ບີບີຊີ, ລອຍເຕີ, ຊິນຮົວ…