ກ່ອນໜ້ານີ້ ແອັດມິນເຄີຍລາຍງານເຫດການກ່ຽວກັບແຜ່ນດິນໄຫວໄປແລ້ວຫຼາຍຄັ້ງທີ່ເກີດຢູ່ປະເທດເຮົາ ໂດຍສ່ວນຫຼາຍມັກເກີດຂຶ້ນຢູ່ເຂດແຂວງພາກເໜືອ ໂດຍສະເພາະແມ່ນແຂວງໄຊຍະບູລີ ແຕ່ຫຼ້າສຸດ ມື້ນີ້ ກົມອຸຕຸລາຍງານວ່າພົບສັນຍານແຜ່ນດິນໄຫວຢູ່ 2ແຂວງພາກເໜືອຂອງລາວ ຄື ໄຊຍະບູລີ ແລະ ບໍ່ແກ້ວເຊິ່ງເກີດຂຶ້ນໃນມື້ນີ້ດຽວກັນອີກ.
ກົມອຸຕຸນິຍໄມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນເວລາ 00:02 ໂມງ ຂອງວັນທີ 28 ພຶດສະພາ 2020 ພົບສັນຍານການເກີດແຜ່ນດິນໄຫວໃນປະເທດລາວຈໍານວນ 1ຄັ້ງ ບໍລິເວນບ້ານສັນແຕ ເມືອງໄຊສະຖານ ແຂວງໄຊຍະບູລີ, ຄວາມແຮງວັດແທກໄດ້ 1.7 ຣິກເຕີ, ມີຄວາມເລິກຈາກໜ້າດິນ 1 ກິໂລແມັດ, ເຊິ່ງຈຸດເກີດເຫດແຜ້ນດິນໄຫວ ຫ່າງໄກຈາກຕົວເມືອງໄຊສະຖານປະມານ 3 ກິໂລແມັດ ແລະ ໄກຈາກຕົວເມືອງໄຊຍະບູລີ 32 ກິໂລແມັດ.
ທັງນີ້ ໃນມື້ດຽວກັນ ເວລາ 05:43 ໂມງ ຂອງວັນທີ 2ຂ ພຶດສະພາ 2020 ພົບສັນຍານການເກີດແຜ່ນດິນໄຫວ 1ຄັ້ງ ຢູ່ບ້ານນາງາມ ເມືອງເມີງ ແຂວງບໍ່ແກ້ວ, ຄວາມແຮງສັ່ນສະເທືອນວັດແທກໄດ້ 2.2ຣິກເຕີ, ມີຄວາມເລິກຈາກໜ້າດິນ 1 ກິໂລແມັດ, ເຊິ່ງຈຸດເກີດເຫດແຜ່ນດິນໄຫວ ຫ່າງຈາກຕົວເມືອງເມືອງເມີງ 19 ກິໂລແມັດ.
ແນວໃດກໍ່ຕາມ ເຫດການແຜ່ນດິນໄຫວທມີ່ເກີດຂຶ້ນໃນຄັ້ງນີ້ ລາຍງານເບື້ອງຕົ້ນຍັງບໍ່ມີຜົນເສຍຫາຍຫຍັງ.