ເຄີຍເປັນນັກທຸລະກິດໃຫຍ່ ສຸດທ້າຍເຈັ້ງ ເປັນພຽງພະນັກງານຂາຍ

ຊາວອອນລາຍຕ່າງໃຫ້ຄວາມສົນໃຈເລື່ອງລາວຂອງລຸງໄວ 81 ປີ ອາດີດນັກທຸລະກິດ ເຈົ້າຂອງອູ່ເຮືອ ທີ່ເຄີຍມີລູກນ້ອງ ເຖິງ 200 ຄົນ ແຕ່ປັດຈຸບັນມາເປັນພຽງພະນັກງານຂາຍຂອງຫ້າງຊັບພະສິນຄ້າ

ໂດຍເລື່ອງລາວດັ່ງກ່າວເປີດເຜີຍໂດຍ ພະລາກອນ ເທດນໍາ พลากร เทศนำ ໂພສຜ່ານເຟດບຸກສ່ວນຕົວວ່າ

ເປັນຫຍັງລຸງຕ້ອງມາເຮັດວຽກ ລຸງຕອບວ່າ ກໍທ້ອງມັນຫິວໃຫ້ເຮັດຈັ່ງໃດລະ ດີແຕ່ຜູ້ຈັດການສາຂາຮ້ານນີອີ່ຕົນເລີຍໃຫ້ລຸງເຮັດວຽກນໍາ ລຸງເຮັດວຽກຕັ້ງແຕ່ 9 ໂມງເຊົ້າ ເລີກ 7 ໂມງແລງ ເຮັດແບບນີ້ປະຈໍາບໍ່ເຄີຍຢຸດ ລຸງທັງຢືນລົມ ແລະ ເຮັດວຽກໄປນໍາ ຄືແຕ່ລະວິນາທີຂອງລຸງແມ່ນເປັນເງິນເປັນຄໍາແທ້ໆ

ລຸງເລົ່າວ່າ: ເມື່ອກ່ອນລຸງເຄີຍເປັນເຈົ້າຂອງອູ່ເຮືອ ມີລູກຈ້າງ 200 ກວ່າຄົນ ມີໝູ່ເພື່ອນຫຼວງຫຼາຍ ແຕ່ພໍທຸລະກິດເຈ໊ງ ໝູ່ທີ່ເຄີຍມີກໍ່ຫາຍໝົດ ແບບໄປກົດກິ໊ງໜ້າເຮືອນກໍບໍ່ມີໃຜຮັບ ແລະ ເປີດໃຫ້ ຈາກນັ້ນລຸງຈຶ່ງພົບກັບຈັດຈະທໍາຂອງຊີວິດ ມິດແທ້ບໍ່ມີດອກ ທີ່ຜ່ສານມາມີພຽງໝູ່ກິນ ຕອນນີ້ລຸງອາຍຸ 81 ປີແລ້ວ ຕັ້ງໃຈເຮັດວຽກໃຫ້ດີທີ່ສຸດລຸງມີໜ້າທີ່ທີ່ຕ້ອງເບິ່ງແຍງ ຕ້ອງຂາຍຖ້ວຍຊາມນີ້ ຖ້າຫວ່າງກໍເຊັດຖູໄປ

ຂ່າວທົ່ວໄປ ສາລະໜ້າຮູ້