ວັນທີ 26 ມັງກອນ 2020, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ອອກໜັງສືສະເໜີເຖິງເຈົ້າແຂວງໆ ບໍ່ແກ້ວ ໂດຍມີເນື້ອໃນສຳຄັນສະເໜີຂໍພະນັກງານຈາກຂະແໜງສາທາລະນະສຸກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງລົງມາສົມທົບກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ, ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ (ຂສພຄ) ດ່ານສາກົນສາມຫຼ່ຽມຄຳ ເພື່ອຮ່ວມກັນສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດປອດອັກເສບ ຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ຢູ່ດ່ານສາກົນສາມຫຼ່ຽມຄຳ
ເຊິ່ງສະພາບໍລິຫານ ຂສພຄ ມີຈຸດປະສົງສະເໜີຂໍໃຫ້ທາງແຂວງພິຈາລະນາ ບໍ່ໃຫ້ຄົນສັນຊາດຈີນ ແລະ ສັນຊາດມຽນມາເຂົ້າ-ອອກຕາມດ່ານສາກົນສາມຫຼ່ຽມຄຳ ແລະ ດ່ານບ້ານມອມ ຈົນກວ່າຈະມີແຈ້ງການຂັ້ນເທິງລົງມາ
ຄະນະຄຸ້ມຄອງເສດຖະກິດພິເສດແຂວງບໍ່ແກ້ວຂໍຖືເປັນກຽດຢ່າງສູງຮຽນສະເຫນີມາຍັງທ່ານເຈົ້າແຂວງໆບໍ່ແກ້ວເພື່ອຂໍພະນັກງານຈາກຂະແຫນງສາທາລະນະສຸກແຂວງ ແລະພາກສ່ວນທີ່ກ່ຽວຂ້ອງລົງສົມທົບກັບຄະນະຄຸ້ມຄອງ ຂພສ ແລະສະພາບໍລິຫານ ຂສພຄ ດ່ານສາກົນສາມຫລ່ຽມຄຳ ເພື່ອຮ່ວມກັນສະກັດກັ້ນ ແລະປ້ອງກັນການແຜ່ລະບາດຂອງໄວຣັສໂຄໂຣນາ
ຢູ່ດ່ານສາກົນສາມຫລ່ຽມຄຳ ກໍ່ຄືພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ດ້ວຍຈຸດປະສົງທີ່ກ່າວມາຂ້າງເທິງນີ້ ທາງສະພາບໍລິຫານເຂດເສດຖະກິດພິເສດ, ກໍ່ຄືຜູ້ພັດທະນາ ຈຶ່ງຂໍການສະເຫນີຫາທາງການແຂວງຊ່ວຍພິຈາລະນາ ເພື່ອບໍ່ໃຫ້ຄົນສັນຊາດຈີນ ແລະສັນຊາດມຽນມາ ເຂົ້າ-ອອກ ຕາມດ່ານສາກົນສາມຫລ່ຽມຄຳ ແລະດ່ານບ້ານມອມ ຈົນກ່ວາຈະມີການແຈ້ງການຈາກຂັ້ນເທິງລົງມາ
ໂດຍອີງການລາຍງານຂອງຄະນະກຳມາທິການສາທາລະນະສຸກແຫ່ງ ສປ.ຈີນ ຕົວເລກຜູ້ຕິດເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ໃນທົ່ວປະເທດຈີນມີ 1,975 ຄົນ (ນັບເຖິງວັນທີ 25 ມັງກອນ 2020) ໃນນັ້ນມີຜູ້ປ່ວຍຂັ້ນວິກິດ 324 ຄົນ, ມີຜູ້ເສຍຊີວິດແລ້ວ 56 ຄົນ, ສ່ວນຜູ້ປ່ວຍທີ່ໄດ້ຮັບການປິ່ນປົວຈົນຟື້ນຕົວດີມີ 49 ຄົນ ແລະ ຜູ້ປ່ວຍຕ້ອງສົງໄສວ່າຕິດເຊື້ອມີ 2,684 ຄົນ. ຂະນະດຽວກັນມີການຕິດຕາມອາກາດ ຜູ້ທີ່ມີປະຫວັດການສຳຜັດໃກ້ຊິດກັບຜູ້ປ່ວຍ ຈຳນວນ 23,431 ຄົນ, ໂດຍມີ 21,556 ຄົນຕ້ອງຢູ່ພາຍໃຕ້ການສັງເກດການຈາກແພດໝໍ, ຂະນະທີ່ 325 ຄົນໄດ້ຮັບການປ່ອຍຕົວແລ້ວ
ນອກຈາກນັ້ນ ມີການຢືນຢັນຈຳນວນຜູ້ຕິດເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ 10 ຄົນ ໃນເຂດບໍລິຫານພິເສດຮົງກົງ ແລະ ມາເກົ້າ ລວມເຖິງເກາະໄຕ້ຫວັນຂອງຈີນ ໂດຍແບ່ງເປັນຮົງກົງ 5 ຄົນ, ມາເກົ້າ 2 ຄົນ ແລະ ໄຕ້ຫວັນ 3 ຄົນ. ສ່ວນຈຳນວນຜູ້ຕິດພະຍາດປອດອັກເສບຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ໃນຕ່າງປະເທດປະກອບມີ: ໄທ 5 ຄົນ, ຍີ່ປຸ່ນ 3 ຄົນ, ເກົາຫຼີໃຕ້ 2 ຄົນ, ສ.ອາເມຣິກາ 2 ຄົນ, ຫວຽດນາມ 2 ຄົນ, ສິງກະໂປ 4 ຄົນ, ມາເລເຊຍ 4 ຄົນ, ເນປານ 1 ຄົນ, ຝຣັ່ງ 3 ຄົນ, ອົດສະຕຣາລີ 1 ຄົນ ແລະ ການາດາ 1 ຄົນ