ວັນທີ່ 23 ທັນວາ 2019 ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກ ຮ່ວມກັບຫ້ອງການມໍລະດົກໂລກ ວັດພູຈໍາປາສັກ
ຊ່ຽວຊານກ່ຽວກັບການຕໍ່ຫີນ ຈາກ ສ.ເກົາຫຼີ ແລະ ພາກສ່ວນກ່ຽວຂ້ອງ ດໍາເນີນການ ສ້ອມແປງຫີນຫຼັກຄອນ ທີ່ຫັກພັງໃຫ້ຄືນສູ່ສະພາບເດີມ ຢູ່ທີ່ເປີ້ນພູ ລະຫວ່າງ ບ້ານສຸລະ ແລະ ບ້ານສິງສໍາພັນ ເມືອງຊະນະສົມບູນ ແຂວງຈຳປາສັກ. ຫີນຫຼັກຄອນ ມີຄວາມເຊື່ອກັນວ່າ ເປັນຫີນສັກສິດ ມີອາຍຸຫຼາຍຮ້ອຍປີທີຄົນໃນພື້ນທີເຊື່ອຖື ເຊິ່ງເປັນສູນລວມຄວາມສັດທາ-ຄວາມເຊື່ອ ຕະຫລອດມາ
ຂອບໃຈຮູບພາບແລະຂ່າວຈາກ : Champasak RADIO