ລາຄາຟາກລົດຢູ່ຕາດນູນ 30000ກີບ ທ່ານວ່າແພງບໍ່.ໃ

ລາຄາຟາກລົດຢູ່ຕາດນູນ 30000ກີບ ທ່ານວ່າແພງບໍ່.ໃ

5.7.2020, ຊາວນະຄອນຫລວງວຽງຈັນຕັ້ງຄໍາຖາມດ້ວຍອາລົມໃຈຢາກຮ້າຍວ່າທ່ານ ຄິດວ່າແນວໃດ? ນີ້ແມ່ນການສົ່ງເສີມການທ່ອງທ່ຽວບໍ ຫລື ເປັນການທໍາລາຍພາບຟົດການທ່ອງທ່ຽວ? ນາງ ແສງຈັນ ໃນນາມເປັນປະຊາຊົນຫາເຊົ້າກິນຄໍ່າໃຫ້ເຫດຜົນວ່າໃນໂອກາດເຂົ້າພັນສາ ພາຍຫລັງໃສ່ບາດແລ້ວກໍພາຄອບຄົວໄປພັກຜ່ອນຢ່ອນອາລົມ  ແລະ ພັກຜ່ອນນັ້ນຄືຄວາມສຸກເລັກໆນ້ອຍໆຢູ່ຕາດມູນຫນຶ່ງ

ແຕ່ສິ່ງທີ່ຕົນເອງງຶດ ແລະ ບໍ່ເຂົ້າໃຈກັບແນວຄິດຜູ້ປະກອບການແທ້ໆແບບນີ້: ເປັນຫຍັງຄືເກັບຄ່າຝາກລົດແພງແທ້ຕັ້ງ 30.000 ກີບ ທັງໆທີ່ອາຫານການກິນນັ້ນພວກກໍຊື້ນໍາຢູ່ແລ້ວ ແຕ່ຍັງມາເກັບຄ່າຝາກໃນລາຄາສູງແທ້ ຖ້າ 10.000 ກີບກໍສົມເຫດສົມຜົນຢູ່ ແນວໃດກໍດີ ຂໍສົ່ງຂ່າວເຖີງຜູ້ປະກອບການວ່າຖ້າຢາກໄດ້ເງິນໃນຖົງຂອງນັກທ່ອງທ່ຽວຄວນມີເຕັກນິກ ແລະ ສະຫລາດກວ່ານີ້ ບໍ່ແມ່ນຈະຫຸບ ແລະ ສວຍໂອກາດເອົາເງິນຍາມບຸນຍາມສິນ ຖ້າເປັນແບບນີ້ຈະບໍ່ມີຮອດຄົນໄປເລາະໄປຢຽບແຖວນັ້ນ.

ດ້ວຍເຫດນັ້ນ ຈະເອີ້ນໄດ້ແນວໃດວ່າ“ສົ່ງເສີມລາວທ່ຽວລາວ“ ມີແຕ່ຄົນຈະຫນີໄປບ່ອນອື່ນແລ້ວເຂົາເຈົ້າຈະປ່າວຂ່າວແນວບໍ່ດີຈາກຄົນຫນຶ່ງໄປຫາຄົນຫນຶ່ງ. ດ້ວຍຈິດສໍານຶກ ແລະ ຄວາມເຂົ້າໃຈໃນຍຸກພະຍາດລະບາດເຮັດໃຫ້ທຸກໆຄົນບໍ່ມີລາຍຮັບຫລາຍຄວນເບີ່ງຄືນ.

ສາລະໜ້າຮູ້