ໃຜຈະຕິດນາງສາວນະຄອນຫຼວງ ໂຮງຮຽນ ມສ ວຽງຈັນ ແລະ ມສ ສາລະຄຳ

ໃຜຈະຕິດນາງສາວນະຄອນຫຼວງ ໂຮງຮຽນ ມສ ວຽງຈັນ ແລະ ມສ ສາລະຄຳ

ໂຄງການປະກວດນາງສາວນະຄອນຫຼວງວຽງຈັນ ຈັດກິດຈະກຳລົງ Road Show ຮັບສະໝັກນາງສາວນະຄອນຫຼວງວຽງຈັນ 2020 ຢູ່ທີ່ໂຮງຮຽນ ມສ. ວຽງຈັນ ໄດ້ຜ່ານໄປແລ້ວແຕ່ວັນທີ 9 ທັນວາ 2019 ຮັບໜ້າທີ່ດຳເນີນງານໂດຍ ນ້ອງ ປຸ້ຍ ເກດມະນີ ວົງປະເສີດ ນາງສາວນະຄອນຫຼວງວຽງຈັນ 2019. ເຊິ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມຄຶກຄື້ນ, ມີການຫຼິ້ນກິຈະກຳແຈກຂອງລາງວັນຢ່າງຫຼວງຫຼາຍ.

ພ້ອມດຽວກັນນັ້ນ ກິດຈະກຳລົງ Road Show ຮັບສະໝັກນາງສາວນະຄອນຫຼວງ 2020 ຍັງໄດ້ລົງໄປຈັດກິດຈະກຳທີ່ໂຮງຮຽນ ມສ. ສາລາຄຳ ອີກດ້ວຍ ໃນມື້ຕໍ່ມາ ວັນທີ 10 ທັນວາ 2019 ເຊິ່່ງດຳເນີນງານໂດຍ ນາງ ລິກສະຢາ ໄຊສົມພູ ຮອງອັນດັບ 2 ນາງສາວນະຄອນຫຼວງວຽງຈັນ 2019 ແລະ Miss Asia Pacific International 2019 ພ້ອມດ້ວຍ ນາງ ຕຳບຸ້ຍ ພານພູວົງ ນາງສາວຂັວນໃຈມະຫາຊົນ 2019 ເຊິ່ງບັນຍາກາດພາຍໃນງານກໍເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຄວາມຄຶກຄື້ນເຊັ່ນດຽວກັນ ໂດຍມີນ້ອງນັກຮຽນເຂົ້າມາຫຼິ້ນກິດຈະກຳຢ່າງຫຼວງຫຼາຍ ບໍ່ວ່າຈະເປັນການເຕັ້ນ, ຮ້ອງເພງ ແລະ ຟ້ອນ…

ການຈັດກິດຈະກຳລົງ Road Show ຮັບສະໝັກນາງສາວນະຄອນຫຼວງ 2020 ໃນຄັ້ງນີ້ມີຈຸດປະສົງເພື່ອ ຊອກຫາສາວງາມຜູ້ທີ່ມີຄວາມສາມາດກ້າສະແດງອອກ, ມີຄວາມຮັກຄວາມຝັນ ຢາກເປັນນາງງາມ ໂດຍມີອາຍຸແຕ່ 16-25 ປີ, ລວງສູງ 160 ຊັງຕີແມັດຂຶ້ນໄປ.

ພ້ອມກັນນັ້ນ ງານຄັ້ງນີ້ຍັງເປັນການແລກປ່ຽນຄວາມຄິດເຫັນຂອງນາງງາມຮຸ້ນເອື່ອຍທີ່ໄດ້ຮັບຕຳແໜ່ງກັບນ້ອງນັກຮຽນຜູ້ທີ່ສົນໃຈເຂົ້າປະກວດເພື່ອຕາມຫາຝັນ, ນອກຈາກນັ້ນ ຍັງເປັນການສ້າງຄວາມສຸກ, ຄວາມມ່ວນຊື່ນ, ມອບສຽງຫົວ ແລະ ຮອຍຍິ້ມ ໃຫ້ແກ່ນ້ອງໆນັກຮຽນທັງ 2 ໂຮງຮຽນ ຈາກການຫຼິ້ນກິດຈະກຳ ຂອງໂຄງການປະກວດນາງສາວນະຄອນຫຼວງວຽງຈັນ.

ໂຄງການປະກວດນາງສາວນະຄອນຫຼວງວຽງຈັນ ຈັດກິດຈະກຳລົງ Road Show ຮັບສະໝັກນາງສາວນະຄອນຫຼວງ 2020 ຍັງຈະໄດ້ຈັດຂຶ້ນອີກທີ່ ໂຮງຮຽນ ຣັຕນະ ບໍລິຫານທຸລະກິດ ແລະ ສະຖາບັນການທະນາຄານ ພ້ອມດ້ວຍໂຮງຮຽນອື່ນໆອີກ, ເຊິ່ງສາມາດຕິດຕາມການເຄື່ອນໄຫວຂອງການກິດຈະກຳນີ້ທີ່ ເພຈ Miss Vientiane ນາງສາວນະຄອນຫຼວງ

ຂ່າວທົ່ວໄປ