RIP ເສຍທັງ ພໍ່ ແລະ ແມ່ ໄປພ້ອມກັນ ເຫຼືອພຽງລູກ 2 ຄົນຕ້ອງສູ້ຕໍ່ໄປ ສູ້ໆເດີ້ ເປັນກຳລັງໃຈໃຫ້

RIP ເສຍທັງ ພໍ່ ແລະ ແມ່ ໄປພ້ອມກັນ ເຫຼືອພຽງລູກ 2 ຄົນຕ້ອງສູ້ຕໍ່ໄປ ສູ້ໆເດີ້ ເປັນກຳລັງໃຈໃຫ້

ແອັດເຄີຍນໍາສະເໜີໄປກ່ອນໜ້ານີ້ສໍາລັບຂ່າວເຫດການໄຟໄໝ້ບ້ານຄູ່ຜົວເມຍຈາກປະເທດເພື່ອນບ້ານ ເມື່ອກາງເດືອນທີ່ຜ່ານມາ ເຊິ່ງໃນເຫດການດັ່ງກ່າວເຮັດໃຫ້ຜູ້ເປັນເມຍເສຍຊີວິດຄາທີ່ ແຕ່ຜູ້ເປັນຜົວບາດເຈັບສາຫັດ, ຫຼ້າສຸດມາຮອດມື້ນີ້ ຊາຍດັ່ງກ່າວໄດ້ສິ້ນໃຈລົງແລ້ວ ຫຼັງສູ້ກັບຄວາມທໍລະມານມາເປັນ 10ວັນ.

ໂດຍເພຈຂ່າວສົດລາຍງານວ່າ: ໃນມື້ນີ້ວັນທີ 28 ທັນວາ 2019 ເຈົ້າໜ້າທີ່ໄດ້ຮັບແຈ້ງຈາກໂຮງໝໍທີ່ຜູ້ເຄາະຮ້າຍຮັກສາຕົວຢູ່ ໄດ້ເສຍຊີວິດລົງແລ້ວ ເນື່ອງຈາກຕິດເເຊື້ອໃນກະແສເລືອດຈາກບາດແຜທີ່ຖືກໄຟໄໝ້ທົ່ວຮ່າງກາຍ, ຫຼັງຈາກທີ່ແພດ ແລະ ພະຍາບານໄດ້ທໍາການຮັກສາຢ່າງເຕັມຄວາມສາມາດແຕ່ກໍ່ບໍ່ສາມາດຢື້ຊີວິດຜູ້ກ່ຽວໄວ້ໄດ້.

ທັງນີ້ຜູ້ເສຍຊີວິດແມ່ນໄດ້ເຂົ້າທໍາການຮັກສານັບແຕ່ມື້ໄຟໄໝ້ ມາຮອດປັດຈຸບັນເປັນເວລາ 10 ວັນຈົນມາຮອດມື້ນີ້ອາການຊຸດໜັກລົງກ່ວາເກົ່າ ກ່ອນເສຍຊີວິດໃນເວລາຕໍ່ມາ, ສ້າງຄວາມໂສກເສົ້າໃຫ້ແກ່ລູກຊາຍ 2ຄົນ ທີ່ຕ້ອງສູນເສຍທັງພໍ່ແລະ ແມ່ຈາກເຫດການໄຟໄມ້ໃນຄັ້ງນີ້

ເຖິງຢ່າງໃດກໍ່ຕາມແອັດຂໍສະແດງຄວາມເສຍໃຈຕໍ່ເຫດການທີ່ກໍ່ໃຫ້ເກີດຄວາມສູນເສຍໃນຄັ້ງນີ້ດ້ວຍ

ຂ່າວທົ່ວໄປ