ແຈ້ງການຫ້າມສວຍໂອກາດຊ່ວງເຊື້ອພະຍາດ ໂຄໂຣນາ ລະບາດຂຶ້ນລາຄາຜ້າປິດປາກ ແລະ ອຸປະກອນການແພດອື່ນໆ

ແຈ້ງການຫ້າມສວຍໂອກາດຊ່ວງເຊື້ອພະຍາດ ໂຄໂຣນາ ລະບາດຂຶ້ນລາຄາຜ້າປິດປາກ ແລະ ອຸປະກອນການແພດອື່ນໆ

ເຊື່ອວ່າຫຼາຍຄົນຈະໄດ້ຍິນ ແລະ ພົບເຫັນກະແສສັງຄົມກ່ຽວກັບລາຄາຜ້າປິດປາກທີ່ແພງຂຶ້ນຢ່າງເຫັນໄດ້ຊັດເຈນ ອັນເປັນຜົນເນື່ອງມາຈາກຄວາມຕ້ອງການທີ່ຫຼາຍຂຶ້ນ ເຮັດໃຫ້ແມ່ຄ້າຂຶ້ນລາຄາໂດຍບໍ່ຮູ້ສາເຫດ, ຫຼ້າສຸດ ກະຊວງສາທາລະນະສຸກອອກໜັງສືແຈ້ງການກ່ຽວກັບ ການຫ້າມຂື້ນລາຄາຢາ ແລະ ຜະລິດຕະພັນການແພດທີ່ນຳໃຊ້ເຂົ້າໃນການປ້ອງກັນພະຍາດອັກເສບປອດຮຸນແຮງ ທີ່ເກີດຈາກເຊື້ອຈຸລະໂລກ Coronavirus

ອີງຕາມແຈ້ງການເລກທີ 1012/ກອຢ ລົງວັນທີ 3 ກຸມພາ 2020 ໃຫ້ຮູ້ວ່າ ເນື່ອງຈາກວ່າສະພາບການລະບາດຂອງພະຍາດອັກເສບປອດຮຸນແຮງທີ່ເກີດຈາກເຊື້ອຈຸລະໂລກ Novel Coronavirus ຢູ່ ສປ ຈີນ ແລະບາງປະເທດ. ເຖິງແມ່ນວ່າຢູ່ ສປປ ລາວ ຍັງບໍ່ມີການລາຍງານພົບກໍລະນີກໍ່ຕາມ ເຫັນວ່າການກະກຽມຕອບໂຕ້ແລະປ້ອງກັນສຸຂະພາບຂອງປະຊາຊົນແມ່ນມີຄວາມຈຳເປັນຕ້ອງເອົາໃຈໃສ່ຢ່າງຮີບດ່ວນ

ເຊີ່ງໃນວຽກງານປ້ອງກັນນີ້ຈື່ງມີຄວາມຕ້ອງການ ຢາ ແລະ ອຸປະກອນການແພດຈຳນວນຫນື່ງເຊັ່ນ: ຜ້າອັດປາກ ແລະ ເຈວລ້າງມືເພື່ອຂ້າເຊື້ອພະຍາດ ເພື່ອສະກັດກັ້ນການສວຍໂອກາດຂື້ນລາຄາອຸປະກອນແລະຜະລິດຕະພັນອື່ນໆທີ່ກ່ຽວຂ້ອງ ແລະໃຫ້ມີຄວາມສອດຄ່ອງຕາມລະບຽບການ ແລະສາມາດຄວບຄຸມໄດ້ ສະນັ້ນ ກົມອາຫານແລະຢາ, ກະຊວງສາທາລະນະສຸກ ຂໍຖືເປັນກຽດແຈ້ງມາຍັງທ່ານດັ່ງລາຍລະອຽດຄື:

1 ສະເໜີໃຫ້ຄະນະພະແນກສາທາລະນະສຸກແຂວງ ແລະນະຄອນຫຼວງໃນທົ່ວປະເທດ ຊີ້ນຳຂະແໜງອາຫານ ແລະຢາເອົາໃຈໃສ່ຕິດຕາມ, ກວດກາ, ຄວບຄຸມລາຄາການຈໍລະຈອນຈຳໜ່າຍຜະລິດຕະພັນດັ່ງກ່າວໃຫ້ມີລາຄາທີ່ເໝາະສົມທີ່ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນຢ່າງໃກ້ຊິດ ແລະປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ

2 ຫ້າມບັນດາຫົວໜ່ວຍທຸລະກິດກ່ຽວກັບຢາ ແລະຜະລິດຕະພັນການແພດສວຍໂອກາດຂື້ນລາຄາຢາ ແລະຜະລິດຕະພັນການແພດ. ຖ້າກວດພົບຜູ້ລະເມີດໃຫ້ປະຕິບັດມາດຕະການກ່າວເຕືອນແລະປັບໄໝ ແລະ ລາຍງານໃຫ້ກົມອາຫານ ແລະຢາຊາບໂດຍດ່ວນ

3 ດັ່ງນັ້ນ ຈື່ງແຈ້ງມາຍັງທ່ານເພື່ອໃຫ້ຄວາມຮ່ວມມືແລະຈັດຕັ້ງປະຕິບັດຢ່າງເຂັ້ມງວດ

ຂ່າວທົ່ວໄປ