ຄວາມສຸກ ນ້ຳເພິ່ງເຮືອ ເສືອເພິ່ງປ່າ ສຸພາສິດຄຳເກົ່າແກ່ນີ້ຍັງໃຊ້ໄດ້ໃນປັດຈຸບັນ ແຕ່ໂລກຂອງເຮົາປ່ຽນແປງໄປຕາມສະພາບ ໃນຫລາຍໆ ປະເທດເລີ້ມເຂົ້າສູ່ການເປັນສັງຄົມຂອງຜູ້ສູງອາຍຸ ແລະເຮົາຄົງຈະເພິ່ງພາລູກຫລານໄປຕລອດບໍ່ໄດ້ ເມື່ອເຮົາແກ່ຕົວລົງທຸກຄົນຕ້ອງຜະເຊີນກັບຄວາມແກ່ຊະລາ ເຮົາຈະເຮັດແນວໃດ ເພື່ອທີ່ຈະສາມາດຢູ່ໄດ້ດ້ວຍຕົວເອງ ໂດຍບໍ່ຕ້ອງເພິ່ງພາລູກຫລານ ແລະບໍ່ຕ້ອງເພິ່ງພາຄົນອື່ນ
1. ຢູ່ດ້ວຍຕົວເອງ ຄົນເຮົາເມື່ອແກ່ຕົວລົງ ກັຍັງຕ້ອງເພິ່ງຕົວເອງ ລູກໆ ບໍ່ສາມາດຢູ່ກັບເຮົາໄດ້ຕະລອດໄປ ຫ້າມເອົາຄວາມຫວັງທີ່ຈະໃຫ້ລູກເບິ່ງແຍງເຮົາຕອນແກ່ໄປ ຝາກໄວ້ກັບເຂົາ ເພາະລູກໆ ກໍ່ມີໜ້າທີ່ຕ້ອງຮັບຜິດຊອບ ມີຄອບຄົວຂອງເຂົາທີ່ຕ້ອງເບິ່ງແຍງ ກໍ່ປຽບສະເໝືອນໄປເພິ້ມຄວາມກົດດັນ ໃຫ້ແກ່ພວກເຂົາ ເຮົາໄປຢູ່ກັບລູກກໍ່ມັກຈະເວົ້າເລື່ອງທີ່ບໍ່ຄວນເວົ້າ ເຮັດໃຫ້ບໍ່ມີຄວາມສຸກ ແໜງວ່າຢູ່ທີ່ບ້ານຂອງເຮົາເອງ ໃຊ້ຊີວິດຢ່າງສະງົບສຸກລຽບງ່າຍໄປໃນແຕ່ລະມື້ ດ້ວຢເງິນເກັບຂອງເຮົາຕັ້ງແຕ່ຫນຸ່ມສາວອາດຈະດີກວ່າ ແລະຢ່າແບ່ງສົມບັດໃຫ້ລູກໄວເກີນໄປ ຈຳໄວ້ວ່າຂອງພໍ່ແມ່ແນວໃດກໍ່ເປັນຂອງລູກ ແຕ່ຂອງລູກແນວໃດ ກໍ່ບໍ່ແມ່ນຂອງພໍ່ແມ່ ເມື່ອເຖິງເວລາທີ່ເຮົາຈຳເປັນຕ້ອງແບມືຂໍເງິນລູກ ແລ້ວເຮົາຈະຣູ້ວ່າມັນຍາກພຽງໃດ
2. ສຸກຂະພາຍທີ່ດີ ການມີສຸກຂະພາບທີ່ດີແລະຮ່າງກາຍແຂງແຮງເປັນສິ່ງທີ່ສຳຄັນທີ່ສຸດ ຢິ່ງແກ່ຕົວຢິ່ງສຳຄັນ ພຽງໃຫ້ມີສຸກຂະພາບແຂງແຮງ ກິນອາຫານທີ່ມີປະໂຫຍດ ນອນຫລັບພຽງພໍ ຍ່າງໄດ້ເອງເມື່ອອາຍຸຫລາຍຂຶ້ນ ຕ້ອງຮັກສາສຸກຂະພາບ ເອົາໃຈໃສ່ຕົວເອງໃຫ້ຫລາຍຂຶ້ນ ສົນໃຈເລື່ອງຂອງຜູ້ອື່ນໃຫ້ນ້ອຍລົງ ອອກກຳລັງກາຍ ແລະຮຽນຮູ້ວິທີການເບິ່ງແຍງສຸກຂະພາບໃຫ້ຖືກວິທີ
3. ຊີວິດທີ່ມີສີສັນ ເຮັດໃຫ້ຊີວິດຂອງເຮົາມີສີສັນແລະມີຊີວິດຊີວາ ເຮັດໃຫ້ຊີວິດເຕັມໄປດ້ວຍສຽງເພງ ຫາກິດຈະກຳທີ່ໜ້າສົນໃຈ ຟັງເພງທີ່ເຮົາມັກ ເຕັ້ນລຳຢ່າເຮັດໃຫ້ຕົວເອງຮູ້ສຶກເບື່ອ ຜ່ອນຄາຍອາລົມ ຢິ້ມແຢ້ມແຈ່ມໃສ ຖິ້ມບັນຫາແລະຄວາມທຸກອອກໄປ ເຮັດແນວໃດໃຫ້ໂຕເອງມີຄວາມສຸກ
4.ໝົດຄວາມກັງວົນ ໃຊ້ຊີວິດຢ່າງໝົດກັງວົນ ເລື່ອງຂອງລູກໆ ອັນໃດທີ່ເຮົາພໍທີ່ຈະຊ່ວຍໄດ້ກໍ່ໃຫ້ຄວາມຊ່ວຍເຫລືອແນວໃດທີ່ລູກໆ ບໍ່ຕ້ອງການໃຫ້ເຮົາຊ່ວຍ ກໍ່ບໍ່ຈຳເປັນຕ້ອງກັງວົນ ດຽວຈະກາຍເປັນ “ເຮັດດີບໍ່ໄດ້ດີ” ເຮັດໃຫ້ລູກໆ ລຳຄານໄປຊື່ໆ ເລື່ອງຂອງພວກເຂົາ ຢ່າເຂົ້າໄປກ້າວກາຍ ຄົນເຮົາແກ່ແລ້ວຈັດການເລື່ອງຂອງເຮົາກໍ່ພຽງພໍ ບໍ່ຕ້ອງໄປຫຍຸ້ງປັນຫາຂອງຜູ້ອື່ນ ຍິ່ງໄປຫຍຸ້ງຫລາຍແຮງເຮັດໃຫ້ໂຕເຮົາເອງລຳບາກໃຈ
5. ບໍ່ທວງບຸນຄຸນ ຄົນເຮົາເມື່ອແກ່ໂຕໄປແລ້ວ ຢ່າເອົາເລື່ອງເລັກໆ ນ້ອຍໆ ມາເວົ້າຕະລອດເວລາ ອາດຈະບໍ່ສຳຄັນອີກແລ້ວວ່າທີ່ຜ່ານມາ ເຮົາເຄິຍຊ່ວຍເຫລືອໃຜໄວ້ແດ່ ຫລືຄົນອື່ນເຮັດດີກັບເຮົາຊ່ຳໃດ ປ່ອຍຜ່ານໄປເລີຍ ປ່ອຍໃຫ້ຜົນບຸນ ຜົນກຳ ຈັດສອນໃນສິ່ງທີ່ຄວນຈະເປັນໄປ ແລະຖ້າລູກໆ ຂໍໃຫ້ເຮົາໄປຊ່ວຍເບີ່ງຫລານ ກໍ່ຢ່າຫງຸດຫງິດໄປ ແລ້ວຈົ່ມຕໍ່ຫນ້າຫລານວ່າລຳບາກ ຖ້າໂຕເຮົາຢາກເຮັດກໍ່ເຮັດ ຖ້າບໍ່ເຕັມໃຈທີ່ຈະເຮັດກໍ່ພຽງຫາຂໍ້ອ້າງ ຫາວິທີປະຕິເສດກໍ່ພໍ ບໍ່ຕ້ອງໄປຄິດເຖິງສິ່ງທີ່ຜ່ານມາ ແຕ່ໃຫ້ຄິດວ່າຢູ່ທາງຫນ້າເຮົາຈະເຮັດຫຍັງໃຫ້ຄຸ້ມຄ່າທີ່ສຸດ
6. ໃຈກວ້າງ ແກ່ແລ້ວບໍ່ຕ້ອງເຄັ່ງຄັດກັບໂຕເອງຫລາຍ ເປີດໃຈໃຫ້ກວ້າງ ຢາກກິນຫຍັງກໍ່ກິນ (ລະວັງປັນຫາສຸກຂະພາບດ້ວຍ) ຢາກໃສ່ຫຍັງກໍ່ໃສ່ຢ່າຖາມຄຸນຄ່າບໍ່ຕ້ອງຢ້ານການໃຊ້ເງິນ ເປັນຊ່ວງຊີວິດທີ່ຄວນໃຊ້ເງິນເພື່ອໂຕເອງ ຖ້າບໍ່ໃຈກວ້າງກັບໂຕເອງແດ່ ສຸດທ້າຍເມື່ອເຮົາຈາກໄປເງິນກໍ່ບໍ່ໄດ້ໄປນຳດ້ວຍ