ສາເຫດ ສາວມັກຕັ້ງສະຖານະຕົວເອງວ່າ ໂສດ

ສາເຫດ ສາວມັກຕັ້ງສະຖານະຕົວເອງວ່າ ໂສດ

ສາເຫດ ສາວໆບາງຄົນມັກຕັ້ງສະຖານະຕົວເອງວ່າ ໂສດ

ຈາກການສອບຖາມຫຼາຍໆຄົນມາແລ້ວ ເຊີ່ງກໍໄດ້ຄຳຕອບ ແລະ ຈະສັງລວມມາໃຫ້ 5 ຂໍໃຫ່ຍໆ ດັ່ງນີ້ຄື

1. ຍ້ອນເຫງົາ : ເປັນບັນຫາຫຼັກເລີຍ,​ ເວລາເຫງົາໆ ແລ້ວບໍ່ຮູ້ຈະເຮັດຫຍັງ ບໍ່ໄດ້ໄປຫຼິ້ນໃສ ເພາະບັນດາໝູ່ໆກະພາກັນໄປຫຼິ້ນກັບຊູ້ກັບແຟນໝົດ,​ເຮົາ ລະ ນອນເຫງົາຢູ່ບ້ານ ບໍ່ຮູ້ຈະໂພສຫຍັງ ເລີຍໂພສໄປວ່າ ໂສດ ເພື່ອຈະມີຄົນເຂົ້າມາທັກທາຍ.

2. ເຮັດໃສ່ແຟນ : ອັນນີ້ໂສດປອມ,​ ໜຸ່ມໆ ກະລະວັງໄວ້ແນ່ກະແລ້ວກັນ,​ ເພາະແອັດມິນເຫັນຫຼາຍຄົນລະ ທີ່ຜິດກັບແຟນແລ້ວໂພສບອກວ່າ ໂສດ ໂຕບັກໃຫ່ຍໆ ແລ້ວກະໄປນັ່ງເຊັກອິນຢູ່ຮ້ານນັ້ນຮ້ານນີ້.. ເພື່ອລໍຖ້າແຟນສົ່ງມາງໍ້.. ຈາກນັ້ນບໍ່ພໍເທົ່າໃດຊົ່ວໂມງກໍ່ໂພສຮູບ… ລົງ.

3. ຢາກມີຄົນເຂົ້າມາໃຫ້ຫົວໃຈວຸ້ນວາຍ : ເພາະຢູ່ແບບໂສດໆໄປ ບາງທີມັນກະບໍ່ມີຫຍັງຕື່ນເຕັ້ນ ຢາກລົມໃຜຈັກຄົນ ແຕ່ບໍ່ຮູ້ຈະໄປຊອກໃສ ເລີຍລອງໂພສໆ ໄປບາງທີຈະມີຜູ້ບ່າວມາຈີບ ສ່ວນຈະເລືອກເປັນແຟນ ຫຼື ບໍ່ນັ້ນກໍ່ເປັນອີກປະເດັນໜຶ່ງ.

4. ຢາກໃຫ້ຮູ້ວ່າໂສດແບບເຂັ້ມແຂງ : ຢາກສະແດງໃຫ້ຮູ້ວ່າ ເປັນໂສດແຕ່ບໍ່ໄດ້ເຮັດໃຫ້ໃຜເດືອດຮ້ອນ,​ສາວໆປະເພດນີ້ມັກຈະຂຽນຄຳຫ້ອຍທ້າຍມາອີກວ່າ: ຊິເປັນຫຍັງກະແຄ່ໂສດ​ ໂສດແຕ່ກະຢູ່ໃດ້ ໂສດຈົນລຶ້ງ ໂສດກະແຄ່ເຫງົາ… ບໍ່ວ່າຈະໂພສແບບໃດ ສະຖານະຂອງເຂົາກໍ່ບໍ່ໄດ້ມີຄວາມໝາຍໃດໆໄປຫຼາຍກວ່າຢາກໃຫ້ຮູ້ວ່າ ເຖິງຈະໂສດ ແຕ່ກະຢູ່ໄດ້ ເຖິງໝູ່ຈະມີແຟນກໍ່ປ່ອຍໃຫ້ມີໄປໂລດ.

5. ມີເປົ້າໝາຍຄືໃຫ້ໃຜຈັກຄົນທີ່ຢູ່ໃນເຟສບຸກນັ້ນເຫັນ : ແບບວ່າ ມີໃຜຄົນໜຶ່ງທີ່ເຮົາສົນໃຈ ແລ້ວບໍ່ກ້າຈະເລີ່ມຈັ່ງໃດ ເລີຍຂໍໂພສໄປກ່ອນວ່າໂສດ,​ເພື່ອວ່າ ລາວຄົນນັ້ນຈະມາສົນໃຈເຮົາ.

ນອກຈາກ 5 ຂໍ້ນີ້ແລ້ວ ຍັງມີປະເພດແບບ ໂພສ ເພື່ອຫາແຟນຈິງຈັງ​ ເພາະເຫັນວ່າໂຕເອງກະໂສດມາດົນແລ້ວ, ເລີຍລອງເປີດໃຈເພື່ອຈະມີຄົນດີໆເຂົ້າມາ ແລະ ຍັງມີອີກຫຼາຍໆເຫດຜົນ ແລ້ວທຸກຄົນ ເດ ມີເຫດຜົນຫຍັງແນ່ ທີ່ໂພສແບບນັ້ນ ຄອມເມັ້ນບອກໄດ້ເດີ ?
ສຳລັບສາວໆ ຄົນໃດໂສດ ແຕ່ບໍ່ເຄີຍໂພສ ກະລອງໂພສເບິ່ງບາງທີອາດຈະມີແຟນນຳເຂົາເຈົ້າເດີ ຖ້າສາວໆທີ່ມີແຟນແລ້ວ ຫ້າມໂພສປະຊົດແຟນເດັດຂາດດຽວຜິດກັນກັບແຟນ.

ສາລະໜ້າຮູ້