ຊາຍຜູ້ຍຶດໝັ້ນໃນຮັກແທ້ ແລະ ຮັກດຽວ ທຳໃຈບໍ່ໄດ້ເມຍຈາກໄປ ລົງທຶນຂຸດຂຶ້ນມານອນນຳກັນ 16 ປີ

ຊາຍຜູ້ຍຶດໝັ້ນໃນຮັກແທ້ ແລະ ຮັກດຽວ ທຳໃຈບໍ່ໄດ້ເມຍຈາກໄປ ລົງທຶນຂຸດຂຶ້ນມານອນນຳກັນ 16 ປີ

ຍັງຈື່ເລື່ອງລາວຂອງຊາຍຊາວ ຫຽດນາມ ຄົນຫນຶ່ງທີ່ຮັກເມຍຫຼາຍ ຈົນນຳກະດູກເມຍມານອນຢູ່ນຳກັນຢູ່ບ້ານໄດ້ບໍ່? ຖ້ານຶກບໍ່ອອກດຽວຈະເລົ່າໃຫ້ຟັງ ເພາະມັນຜ່ານມາດົນນັບສິບປີແລ້ວ ແຕ່ເຂົາກໍ່ຍັງເຮັດຢູ່ຄືເກົ່າ

ຍ້ອນກັບໄປໃນປີ 2009 ມີເລື່ອງຫນຶ່ງທີ່ກາຍເປັນກະແສວິພາກວິຈານກັນມະຫາສານ ລົງຂ່າວຫນັງສືພິມຕ່າງປະເທດກັນເຖິງເລື່ອງລາວຂອງທ້າວ ເລີວອນ ຊາຍຊາວຫວຽດນາມຜູ້ນອນຫລັບກັບສົບເມຍ ມາດົນເຖິງ 5 ປີ ຫລາຍຄົນຕ່າງກໍ່ໃຫ້ຄິດວ່າມັນເປັນເລື່ອງຕະຫລົກມາຫລອກຄົນໃຫ້ເຂົ້າໄປອ່ານ ມີຢູ່ໃສຈະມີຄົນລົງທືນຂຸດຫລຸມສົບເມຍຕົວເອງ ຫອບເອົາສົບເອົາກະດູກກັບໄປນອນນຳກັນເທິງຕຽງຢູ່ເຮືອນ ແຕ່ກໍ່ນັ່ນແລະເພາະນີ້ຄືສິ່ງທີ່ ເລີວອນ ເຮັດມາດົນນານນັບຕັ້ງແຕ່ປີ 2004 ຈົນປັດຈຸບັນ 2020 ແລ້ວເຂົາກໍ່ຍັງເຮັດຢູ່ ຜ່ານມາເຖິງ 16 ປີແລ້ວ

ສຳຫຼັບໃຜທີ່ບໍ່ເຄີຍຮູ້ເລື່ອງນີ້ມາກ່ອນກໍ່ຈະຂໍເລົ່າຍ້ອນກັບໃຫ້ຟັງ ໂດຍທັງສອງນັ້ນແຕ່ງງານກັນເປັນຜົວເມຍກັນເມື່ອປີ 1975 ຕອນນັ້ນພວກເຂົາບໍ່ໄດ້ຊື່ນຊອບຮັກກັນເລີຍ ເນື່ອງຈາກຖືກພໍ່ແມ່ບັງຄັບໃຫ້ແຕ່ງງານນຳກັນຕັ້ງແຕ່ຍັງເດັກນ້ອຍ ແຕ່ເມື່ອເວລາຜ່ານໄປທັງສອງກໍ່ເລີ່ມມີຄວາມຮູ້ສຶກດີໆໃຫ້ກັນ ຈົນກາຍເປັນຄວາມຮັກທີ່ແຍກຈາກກັນບໍ່ໄດ້ ທັງຄູ່ມີລູກນຳກັນ 7 ຄົນໃຊ້ຊີວິດຢ່າງມີຄວາມສຸກ ຈົນກະທັ້ງມື້ຫນຶ່ງໃນປີ 2003 ເລີວອນ ໄດ້ຮັບຂ່າວຮ້າຍວ່າ ເມຍຂອງເຂາເສຍຊີວິດແລ້ວ ສ້າງຄວາມໂສກເສົ້າເສຍໃຈເປັນຢ່າງຫຼາຍ ທຳໃຈບໍ່ໄດ້ເຖິງຂັ້ນໄປນອນເຝົ້າທີ່ຫລຸມສົບທັງມື້ທັງຄືນຈົນເປັນໄຂ້

ດ້ວຍຄວາມຮັກທີ່ມີຕໍ່ເມຍສຸດຫົວໃຈ ເລີວອນ ຈຶ່ງປ່ຽນແຜນຂຸດອຸໂມງຂ້າງຫລຸມສົບເພື່ອທີ່ຈະໄດ້ບໍ່ຕ້ອງທົນແດດທົນຝົນອີກຕໍ່ໄປ ແຕ່ກໍ່ຕ້ອງຖືກລູກໆຂອງເຂົາຂັດຂວາງວ່າ ຄວນປ່ອຍວາງສາເທາະ ທ້າຍທີ່ສຸດເຂົາຕັດສິນໃຈຂຸດຫລຸມສົບເມຍ ເກັບກະດູກທຸກຊິ້ນສ່ວນທີ່ຍັງຫລົງເຫລືອຢູ່ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ຫອບກັບບ້ານແລ້ວນັ່ງເຮັດຮູບປັ້ນຂຶ້ນມາແທນເມຍຕົວເອງຂະຫນາດເທົ່າໂຕຈິງຂຶ້ນມາ

ໂດຍເຮັດຈາກປູນພາສສະເຕີ ຊີເມັນ ກາວ ແລະ ຊາຍ ຫລັງຈາກນັ້ນຈຶ່ງໃສ່ກະດູກເມຍເຂົ້າໄປລຽງໃຫ້ຄົບຕົງຕາມສ່ວນວິພາກ ແລ້ວເອົາມານອນຂ້າງຕຽງເຂົານັບແຕ່ນັ້ນ ເລີວອນ ຖືກຕຳຫຼວດມາຢ້ຽມຫລາຍຕໍ່ຫລາຍເທື່ອເພື່ອກ່ອມໃຫ້ເຂົານຳສົບເມຍໄປຝັງຄືເກົ່າ ແຕ່ກໍ່ຕ້ອງແພ້ລູກດື້ຂອງເຂົາ ແລະ ປ່ອຍເລີຍຕາມເລີຍ ຕຳຫຼວດຄິດວ່າບ້າທີ່ນອນກັບສົບແບບນີ້ ແຕ່ລາວເຊື່ອວ່າ ເມຍລາວບໍ່ເຄີຍຈາກໄປໃສເລີຍ ລາວຍັງກ່າວສົ່ງທ້າຍວ່າ ລາວຈະນອນກັບເມຍທຸກມື້ຈົນກວ່າຈະຕາຍເລີຍ ເລອີວອນ

ສາລະໜ້າຮູ້