ເປັນຂ່າວທີ່ໜ້າຈັບຕາໂດຍສະເພາະໜຸ່ມ ເມື່ອທ້າຍເດືອນທັນວາ 2019 ໄດ້ມີສື່ຕ່າງປະເທດອອກມາລາຍງານວ່າ:
ນັກບານເຕະຍິງໜ້າໃໝ່ ທີ່ກໍາລັງໂດ່ງດັງໄປຊົ່ວຂ້າມຄືນ ເພາະຄວາມໜ້າຮັກ ແລະ ຄວາມງາມ
ໄດ້ຮັບຄວາມສົນໃຈ ແລະ ຖືກແຊໃນໂລກອອນລາຍຂອງ ເກົາຫຼີ ຢ່າງຫຼວງຫຼາຍ
ໂດຍນັກເຕະຄົນທີ່ວ່າຊື່ ຄັງ ຊູຈິນ (Kang Soo Jin) ທີ່ຫາກໍເຂົ້າມາເປັນ 1 ໃນນັກເຕະຂອງສະໂມສອນ Gumi Sportstoto WFC
ເພື່ອຮ່ວມແຂ່ງຂັນໃນບານເຕະ WK ລີກ ( ລີກສູງສຸດຂອງບານເຕະຍິງ ເກົາຫຼີ ) ຫຼັງຈາກລົງສະໜາມກໍກາຍເປັນທີ່ຮູ້ຈັກກັນຢ່າງຫຼວງຫຼາຍ
ຕາມແຫຼ່ງຂ່າວບອກວ່າ: ຄັງ ຊູຈິນ ກໍາລັງສຶກສາຢູ່ທີ່ ໂຄເຣຍ ຢູນິເວີຊິຕີ້ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ
ຈາກຮູບຮ່າງໜ້າຕາ ແລະ ທັກສະນະການຫຼິ້ນບານເຕະຂອງລາວ ຈົນຊາວເນັດຫຼາຍຄົນຕ່າງກໍເຂົ້າມາຄອມເມັ້ນວ່າ
ຮູບຮ່າງໜ້າຕາຂອງລາວ ງາມກວ່າໄອກໍສາວໆໃນວົງການບັນເທິງຂອງ ເກົາຫຼີ ( KPOP) ຖ້າມີຄວາມເຄື່ອນໄຫວເພີ່ມຕື່ມຈະລາຍງານໃຫ້ຊາບອີກ