ພະນັກງານ ລາວໂທລະຄົມ ລັກລອບຂົນສົ່ງຢາເສບຕິດລາຍໃຫຍ່.
ໃນລະຫວ່າງວັນທີ 11 ເມສາ 2022 ປກສ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັບກູມຜູ້ລັກລອບຂົນສົ່ງຢາເສບຕິດ ຢາບ້າ 1.600 ກວ່າມັດ ແລະ ຢາໄອສ໌ 500 ກວ່າຫໍ່ ພ້ອມດ້ວຍຜູ້ຖືກຫາ 1 ຄົນ ລົດ 2 ຄັນ.
ພັທ ທອງໄຫລ ເພັດດາວົງ ຫົວຫນ້າ ປກສ ເມືອງຫົງສາ ໃຫ້ຂໍ້ມູນວ່າ: ປກສ ເມືອງໄດ້ຮັບການລາຍງານຈາກພື້ນ ຖານ ຈະມີການລັກລອບຂົນສົ່ງຢາເສບຕິດ ຈຳນວນຫລາຍຜ່ານເມືອງ ຈາກນັ້ນ ໄດ້ວາງກຳລັງສະກັດເສັ້ນ
ທາງ ມາຮອດເວລາ 12:00 ໂມງ ຂອງວັນດຽວກັນ ພົບ ເຫັນລົດວິໂກ້ ກວ 5869 ກຳແພງນະຄອນ ແລະ ກັກຕົວ ທ້າວ ເສແພງ ລີຢົງວ່າງ ພະນັກງາບໍລິສັດ ລາວໂທລະຄົມ ( ຫລວງນໍ້າທາ ) ຢູ່ບ້ານແດນກາງ ເມືອງລອງ ແຂວງຫລວງນໍ້າທາ ກວດຄົ້ນລົດພົບເຫັນຢາບ້າ 513 ນໍ້າຫນັກ 380 ກິໂລກຼາມ ແລະ ຢາໄອສ໌ 514 ຫໍ່ ນໍ້າຫນັກ 534 ກິໂລກຼາມ.
ຈາກນັ້ນ ເຈົ້າຫນ້າທີ່ໄດ້ນຳຕົວມາສອບສວນ ຜູ້ກ່ຽວສາລະພາບວ່າ: ໄດ້ຮ່ວມກັກັບຫມູ່ ທີ່ກຳລັງຫລົບຫນີ ພາຍຫລັງມີຂໍ້ມູນ ຈິ່ງໄດ້ຊອກໄລ່ຈັບ ມາຮອດວັນທີ 12 ເມສາ 2022 ເວລາ 11:00 ໂມງ ພົບເຫັນລົດກະບະຣິໂວ້
ທີ່ຈອດຖິ້ມໄວ້ໃນປ່າ ກລ 6328 ກຳແພງນະຄອນ ທີ່ປົດຖິ້ມໃນປ່າ ຢູ່ບໍລິເວນດັ່ງກ່າວພົບຮ່ອງຮອຍການຫລົບຫນີ ຂອງຄົນບໍ່ດີຈຳນວນຫນຶ່ງ ກວດພົບພົບຢາບ່າ 21 ເປົ໋າ 521 ກິໂລກຼາມ.
ຊົມຄຼິບ