ການເຮັດກະສິກຳທີ່ບຸກລຸກປ່າ, ການລ່າສັດທີ່ຜິດກົດໝາຍ ແລະ ການຄ້າສັດປ່າ ພວມສ້າງແຮງກົດດັນໃຫ້ປ່າ ແລະ ສິ່ງເຫຼົ່ານີ້ເປັນໄພຂົ່ມຂູ່ຕໍ່ ຄວາມອຸດົມສົມບູນ ຂອງຊີວະນາໆພັນ ໃນເຂດສະຫງວນໃນລາວ
ປືນຫຼາຍແທ້
ປ່າສະຫງວນແຫ່ງຊາດນໍ້າແອດພູເລີຍ, ເຊິ່ງເປັນທີ່ຢູ່ອາໄສຂອງສັດທີ່ໃກ້ສູນພັນ ແລະ ພືດທີ່ຫາຍາກ ກໍ່ພວມປະເຊີນກັບບັນຫານີ້ເຊັ່ນກັນ
ອົງການອານຸລັກສັດປ່າ ແລະ ຫ້ອງການຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າແອດພູເລີຍ, ເຊິ່ງໄດ້ຮັບການສະໜັບສະໜູນ ຈາກ ສະຫະພາບເອີຣົບ, ພວມເຮັດວຽກຮ່ວມກັບຊຸມຊົນອ້ອມແອ້ມ ເພື່ອປົກປັກຮັກສາຊັບພະຍາກອນທຳມະຊາດ ໂດຍສ້າງການທ່ອງທ່ຽວແບບທຳມະຊາດ ແລະ ສ້າງການດຳລົງຊີວິດທີ່ເປັນມິດກັບສັດປ່າ
ຈົນປັດຈຸບັນນາຍພານລ່າສັດໄດ້ຫັນມາເປັນ ນັກລາດຕະເວນ ຫລື ຜູ້ນຳທ່ຽວ, ແລະ ຈຳນວນປະຊາກອນສັດປ່າກໍ່ເພີ່ມຂື້ນຢ່າງຕໍ່ເນື່ອງເຊັ່ນດຽວກັນ
ໂຄງການນີ້ເປັນອີກໜຶ່ງຕົວຢ່າງທີ່ດີ ຂອງ ການພັດທະນາ ແລະ ສ້າງການດຳລົງຊີວິດແບບຍືນຍົງ ແລະ ຍັງສົ່ງເສີມການອະນຸລັກຊີວະນາໆພັນໄປພ້ອມໆກັນ
ທີ່ມາ : European Union in Laos