ໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກສະຖານທີ່ທ່ອງທ່ງວທຳມະຊາດຖຳ້ຈອມອອງ ເມືອງໄຊ ແຂວງອຸດົມໄຊ ກຳລັງເລັ່ງມື ເພື່ອເຮັດໃຫ້ສຳເລັດຕາມແຜນການທີ່ວາງໄວ້
ຖ້ຳຈອມອອງ ບ້ານຈອມອອງ ເມືອງໄຊ ແຂວງອຸດົມໄຊເປັນຖ້ຳທີ່ມີຄວາມສວຍງາມທັງພາຍໃນຖ້ຳ ແລະ ສະາບແວດລ້ອມທາງນອກທີ່ມີທັດສະນິຍະພາບຄວາມງາມທີ່ໜ້າປະທັບໃຈຕິດ ພັນກັບວີຖີຊິວິດຊົ່ນເຜົ່າກືມມຸ
ຖ້ຳຈອມອອງມີຄວາມຍາວທີ່ສຳຫລວດແລ້ວ 16 ກິໂລແມັດ ມີຄວາມກວ້າງແຕ່ 20 ແມັດຫາ 25 ແມັດ, ຄວາມສູງ 20 ແມັດຫາ 50 ແມັດ
ພາຍໃນຖ້ຳປະກອບດ້ວຍຫີນງອກ, ຫີນຍ້ອຍ ທີເປັນປະຕິມະກຳທຳມະຊາດ, ຍາດນ້ຳໃສຈາກເພດານຖ້ຳສົ່ງແສງປະກາຍ ແວວແວບວັບຕອບກັບແສງໄຟພາໃຫ້ເກີດຄວາມສວຍງາມ ຍາມທ່ານເຂົ້າໄປທ່ຽວຊົມ, ບາງ ບ່ອນ ຍັງມີສາຍນ້ຳໄຫລຜ່ານຖ້ຳຈອມອອງສວຍງາມດັ່ງສະຫວັນປັ້ນແຕ່ງມາ
ທ່ານສາມາດເດີນ ທາງໄປຫາຖ້ຳດ້ວຍ 2 ເສັ້ນທາງທີ່ສະດວກສະບາຍພໍສົມຄວນປະຈຸບັນພວມຍົກລະດັບປູຢາງເສັ້ນທາງໄປສູ່ຖ້ຳ ເຊິ່ງຈະສຳເລັດໃນມໍ່ໆນີ້.
ຖໍ້າແຫ່ງນີ້ຫ່າງຈາກເທດສະບານແຂວງປະມານ 40 ກວ່າ ກີໂລແມັດ