ຄຳວ່າ “ແຟນເກົ່າ” ບາງຄັ້ງກໍ່ມັກຈະເປັນອຸບປະສັກທີ່ຍິ່ງໃຫຍ່ສຳລັບຄົນທີ່ເປັນແຟນໃຫມ່ຢ່າງເຮົາໆ ເພາະແຟນເກົ່ານັ້ນເຂົາກໍ່ເຄີຍມີຄວາມຊົງຈຳດີໆແລະເຂົາກໍ່ຍັງມາກ່ອນເຮັດໃຫ້ບາງຄັ້ງຫລາຍຄົນມັກຈະຕ້ອງພົບປັນຫາກ່ຽວກັບແຟນເກົ່າພໍສົມຄວນ ແລະນີ້ກໍ່ຄື 5 ສັຍຍານຊີ້ຊັດທີ່ບົ່ງບອກວ່າເຂົາຍັງຄິດເຖິງແຟນເກົ່າຢູ່ ຖ້າການກະທຳຂອງເຂົາສະແດງອອກມາຊັດເຈນແບບນີ້ກໍ່ໃຫ້ລະວັງໄວ້ກ່ອນເລີຍ
1.ເຂົາພະຍາຍາມປ່ຽນແປງເຈົ້າ ບາງຄັ້ງການທີ່ເຂົາພະຍາຍາມທີ່ຈະປ່ຽນແປງເຈົ້ານັ້ນກໍ່ເພາະວ່າຈິງໆແລ້ວເຂົາຕ້ອງການຢາກທີ່ຈະໃຫ້ເຈົ້ານັ້ນເປັນເຫມືອນແຟນເກົ່າຫລືຄົນທີ່ເຂົາເຄີຍຮັກ ນັ້ນສະແດງວ່າຈິງໆແລ້ວເຂົາບໍ່ໄດ້ມັກໃນແບບທີ່ເຈົ້າເປັນເລີຍນັ້ນເອງ ຊຶ່ງຟັງເບິ່ງແລ້ວກໍ່ເຈັບຄືກັນນັ້ນແຫຼະ
2.ຢູ່ດີໆກໍ່ຫຼົງເວົ້າເຖິງແຟນເກົ່າ ເຄີຍພົບກັນຫຼືບໍ່ ບາງເທື່ຢູ່ດີໆເຂົາກໍ່ຫຼົງເວົ້າເຖິງແຟນເກົ່າ ຫຼືບໍ່ີກໍ່ຫຼົງເອີ້ນເຈົ້າດ້ວຍຊື່ຂອງແຟນເກົ່າ ບາງເທື່ອກໍ່ອາດຈະເປັນເພາະວ່າເຂົາກຳລັງຄິດຮອດແຟນເກົ່າຢູ່ ເລີຍເຮັດໃຫ້ເຂົາຫຼົງເວົ້າອອກມາກໍ່ເປັນໄດ້ ແບບທີ່ເຈົ້າເປັນເລີຍນັ້ນເອງ ເຊິ່ງຟັງເບີ່ງແລ້ວກໍ່ເຈັບຄືກັນ
3.ເຂົາຍັງເກັບເຄື່ອງງທີ່ກ່ຽວກັບແຟນເກົ່າຢູ່ ບໍ່ວ່າຈະເປັນຮູບຄູ່ ຫຼື ເຄື່ອງທີ່ເຄີຍຊື້ໃຫ້ກັນ ເຂົາກໍ່ຍັງເກັບໄວ້ບາງເທື່ອກໍ່ເອົາໄວ້ເບີ່ງຕ່າງຫນ້າ ບາງເທື່ອກໍ່ເບີ່ງມັນໄປແລ້ວກໍ່ຍິ້ມໄປແບບນັ້ນ ເຊິ່ງແບບນີ້ບໍ່ໂອເຄເລີຍ ເພາະມັນສະແດງອອກໃຫ້ເຫັນວ່າເຂົາອາດຈະຄິດເຖິງແຟນເກົ່າຢູ່ກໍ່ໄດ້ ແບບທີ່ເຈົ້າເປັນເລີຍນັ້ນເອງ ເຊິ່ງຟັງເບີ່ງແລ້ວກໍ່ເຈັບຄືກັນ
4.ເຂົາມີອາການບໍ່ພໍໃຈເວລາທີ່ຮູ້ວ່າແຟນເກົ່ານັ້ນມີຄົນໃຫມ່ແລ້ວ ແທ້ໆມັນກໍ່ຈົບໄປແລ້ວລະຫວ່າງຄວາມສຳພັນຂອງເຂົາ ແລະ ແຟນເກົ່າຂອງເຂົາ ແຕ່ພໍຮູ້ວ່າແຟນເກົ່າມີຄົນໃຫມ່ ເຂົາເຖິງຕ້ອງມີອາລົມ ຫຼື ສະແດງທ່າທີບໍ່ພໍໃຈ? ຫຼື ວ່າແທ້ໆແລ້ວນັ້ນເຂົາຍັງບໍ່ລືມແຟນເກົ່າ?
5.ບໍ່ຍອມລົບເບີ ຫຼື ຊ່ອງທາງຕິດຕໍ່ ກໍ່ເລິກກັນໄປແລ້ວ ແຕ່ເປັນຫຍັງເຖິງຍັງຕິດຕໍ່ກັນຢູ່ ກໍ່ບໍ່ເຂົ້າໃຈຄືກັນ ຂອງແບບນີ້ບາງເທື່ອມັນກໍ່ເບີ່ງບໍ່ເຂົ້າທ່າ ທີ່ຄົນເຄີຍຮັກກັນແຕ່ເລິກກັນໄປແລ້ວ ຍັງຄົງເຝົ້າຕິດຕາມກັນຢູ່ເພາະບາງເທື່ອຖ່ານໄຟເກົ່າມັນກໍ່ແຮງພໍກັນ