ຖືກຈັບມາລົງໂທດແລ້ວ ບຸກຄົນປອມເຟສແອບອ້າງ ເພື່ອນໍາໄປຕົ້ມຕຸນເອົາເງິນຄົນອຶ່ນ

ຖືກຈັບມາລົງໂທດແລ້ວ ບຸກຄົນປອມເຟສແອບອ້າງ ເພື່ອນໍາໄປຕົ້ມຕຸນເອົາເງິນຄົນອຶ່ນ

ໄພສັງຄົມ: ບັນຫາການປອມ ເຟສບຸກຄົນອື່ນ ແລ້ວນໍາໄປສ້າງຄວາມເສຍຫາຍ ໂດຍການຕົວະຕົ້ມເອົາເງິນຂອງ ບຸກຄົນອື່ນ ແມ່ນມີຫຼາຍ ໃນສັງຄົມອອນລາຍ

ຫຼ້າສຸດ, ວັນທີ່ 4 ກໍລະກົດ 2020 ຜູ່ໃຊ້ເຟສບຸກ Oh Phoilin ໄດ້ໂພສ ຂໍ້ຄວາມເຕືອນໄພ ແລະ ການຈັບກຸມ ສາວສະຫວັນນະເຂດ ທີ່ໄດ້ແອບອ້າງ ສ້າງເຟສບຸກປອມ ໂດຍ ເອົາຮູບ ແລະ ຂໍ້ມູນຂອງ ບຸກຄົນອື່ນ ໄປໃຊ້ ເພື່ອຕົ້ມຕຸນເອົາເງິນ.

ຜູ້ຖືກແອບອ້າງ ໄດ້ມີການໂພດເຕືອນ ແລະ ແຈ້ງເຈົ້າໜ້າທີ່ ຈົນສາມາດນໍາໄປສູ່ການຈັບກຸມຕົວຜູ່ກະທໍາຜິດ ໃນວັນທີ່ 4/7/2020

ສິ່ງທີ່ສໍາຄັນຄື ຜູ້ທີ່ກະທໍາຜິດ ແມ່ນເຄີຍກໍ່ເຫດ ປອມເຟສບຸກຄົນອື່ນມາແລ້ວ ແລະ ຍັງເຄີຍຖືກຈັບມາກ່ອນໜ້ານີ້ ແຕ່ບໍ່ເຂັດຫຼາບ.

ປະຈຸບັນ ຄະດີດັ່ງກ່າວແມ່ນຢູ່ໃນການ ຊັ້ນຕອນການດໍາເນີນຄະດີ.

ຊົມເຊີຍເຈົ້າໜ້າທີ່ທີ່ສາມາດເປີດເຜີຍໂສມໜ້າຜູ້ກະທໍາຜິດໄດ້

ສາລະໜ້າຮູ້