ກວດກາ ຜູ້ເຂົ້າອອກສະໜາມບິນສາກົນວັດໄຕ ແລະ ຍົກເລິກຖ້ຽວບິນໄປຈີນບາງເສັ້ນທາງຊົ່ວຄາວ

ກວດກາ ຜູ້ເຂົ້າອອກສະໜາມບິນສາກົນວັດໄຕ ແລະ ຍົກເລິກຖ້ຽວບິນໄປຈີນບາງເສັ້ນທາງຊົ່ວຄາວ

ປັດຈຸບັນ ສປປ ລາວ ຍັງບໍ່ທັນພົບການຕິດເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄໂຣນາ ທີ່ເກີດ ຢູ່ເມືອງ ອູຮັ່ນສປ ຈີນແຕ່ທາງການລາວກໍໄດ້ເພິ່ມທະວີການເຝົ້າລະວັງຕິດຕາມ ແລະ ສະກັດກັ້ນພະຍາດດັ່ງກ່າວ ໂດຍສະເພາະແມ່ນດ່ານສາກົນຕ່າງໆ ດັ່ງສະໜາມບິນສາກົນວັດໄຕ ໄດ້ເພິ່ມທະວີການກວດກາຜູ້ເຂົ້າອອກ ຢ່າງເຂັ້ມງວດ ແລະ ໄດ້ອອກແຈ້ງການຍົກເລິກຖ້ຽວບິນຊົ່ວຄາວຫຼາຍສາຍຈາກນະຄອນຫຼວງວຽງຈັນ ໄປຫາ ສປ ຈີນຄືວຽງຈັນຊາງໂຈວຽງຈັນຫາງໂຈ ແລະ ວຽງຈັນຊຽງໄຮ້ ແລະ ເຮັດໃຫ້ມີນັກທ່ອງທ່ຽວຈີນຕົກຄ້າງເປັນຈຳນວນຫຼາຍ

 

ສປປ ລາວ ມີຖ້ຽວບິນໄປຈີນທັງໝົດ 9 ເສັ້ນທາງຄືຄຸນໝິງກວາງໂຈຫາງໂຈຊາງສາຊຽງໄຮ້ເວີນໂຈ ແລະເສີນຕູຈາກນະຄອນຫຼວງພະບາງ ໄປຫາ ຊາງສາ ແລະ ຊຽງຮຸ່ງເພື່ອສະກັດກັ້ນການແຜ່ລະບາດສະໜາມບິນໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດກວດກາຜູ້ໂດຍສານທີ່ມາຈາກຕ່າງປະເທດໂດຍສະເພາະເດິນທາງມາຈາກ ສປ ຈີນໂດຍການຮ່ວມມີກັບກະຊວງສາທາລະນະສຸກຕິດຕັ້ງອຸປະກອນ ແລະ ການກວດກາຜູ້ໂດຍສານທີ່ເຂົ້າອອກ ສປປ ລາວຕິດຕັ້ງເຄື່ອງເຕີໂມສະແກນ (ເຄື່ອງສະແກນວັດແທກອຸນຫະພູມເປັນທີ່ຮຽບຮ້ອຍພ້ອມທັງໄດ້ຕິດຕັ້ງບ່ອນລ້າງມື ແລະ ນ້ຳຢາຂ້າເຊື້ອໃຫ້ກັບຜູ້ໂດຍສານ ແລະ ໄດ້ເນັ້ນໃຫ້ພະນັກງານເອົາໃຈໃສ່ປ້ອງກັນເຊື້ອພະຍາດໂດຍການໃສ່ໜ້າກາກປັດຈຸບັນມີສາຍການບິນທັງໝົດ 18 ສາຍ ໃນນັ້ນໄດ້ມີສາຍການບິນໂດຍກົງຈາກ ສປ ຈີນ ວັນລະ 2 ຖ້ຽວ

ຜູ້ອຳນວຍການໃຫຍ່ ລັດວິສາຫະກິດດັ່ງກ່າວໃຫ້ຮູ້ອີກວ່າ ໄລຍະນີ້ ຈຳນວນນັກທ່ອງທ່ຽວຈີນໄດ້ຫຼຸດລົງ ແຕ່ກໍຍັງມີນັກທ່ອງທ່ຽວປະເທດໃກ້ຄຽງ ທີ່ເດິນທາງເຂົ້າມາເປັນຈຳນວນຫຼາຍ ສະນັ້ນ ເພື່ອຮອງຮັບຜູ້ໂດຍສານ ພາຍຫຼັງການຫຼຸດຖ້ຽວບິນຈາກ ສປ ຈີນ ຊົ່ວຄາວ ລັດວິສາຫະກິດການບິນລາວພວກເຮົາ ກໍໄດ້ເພິ່ມຈຳນວນຖ້ຽວບິນສາຍອື່ນ ໂດຍສະເພາະແມ່ນສານການບິນພາຍໃນປະເທດ ເພື່ອອຳນວຍຄວາມສະດວກແກ່ຜູ້ມາໃຊ້ບໍລິການ

 

ຂ່າວທົ່ວໄປ