ອີຣານຍິງ ຂີປະນາວຸດນັດທຳອິດ ທັກທາຍ ໂດໂນ ທຣຳ

ອີຣານຍິງ ຂີປະນາວຸດນັດທຳອິດ ທັກທາຍ ໂດໂນ ທຣຳ

ເລື່ອງລາວລະຫວ່າງອີຣານ ແລະສະຫະລັດອາເມລິກາເຖິງແມ່ນວ່ານັກວິຊາການຫຼາຍທ່ານຈະຄຳນວນວ່າ ໄລຍະນີ້ທັງສອງຝ່າຍລ້ວນຢູ່ໃນຊ່ວງຂັວນຫາຍ ອີຣານຍັງຄົງໂສກເສົ້າກັບການທີ່ຕ້ອງສູນເສຍນາຍພົນຜູ້ເກັ່ງກ້າຂອງປະເທດໄປ ຂະນະທີ່ອາເມລິກາກໍ່ຕົກໃຈກັບການຂູ່ລ້າງແຄ້ນຢູ່ ຄາດວ່າຈະບໍ່ທັນເຮັດຫຍັງຮຸນແຮງ ແຕ່ອີຣານບໍ່ໄດ້ເປັນແບບນັ້ນ ຄວາມແຄ້ນຝັງໃຈໄດ້ປຸກປັ້ນທະຫານອີຣານໃຫ້ເລີ່ມຈັດການກັບຖານທັບຂອງເມກາໃນອີຣັກແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 8 ມັງກອນນີ້ຖານທັບອາກາດອິນ-ອັນ-ອາຊາດ ທາງຕາເວັນຕົກຂອງປະເທດອີຣັກ ຊິ່ງເປັນທີ່ຕັ້ງຖານທັບອາກາດຂະໜາດໃຫຍ່ຂອງອາເມລິກາ ຖືກໂຈມຕີດ້ວຍຂີປະນາວຸດຈຳນວນຫຼາຍນັດ ໂດຍມີໜ່ວຍພິທັກການປະຕິວັດຂອງອີຣານ IRGC ປະກາດວ່ານັ້ນຄືການແກ້ແຄ້ນເບື້ອງຕົ້ນ ຕໍ່ການສັງຫານນາຍພົນ ກາຊີມ ສຸໄລມານີ ຜູ້ບັນຊາການສູງສຸດກອງກຳລັງພິທັກການປະຕິວັດ ຫຼື ກອງກຳລັງດຸດ ຜູ້ຊົງອິດທິພົນທີ່ສຸດອັນດັບສອງຂອງອີຣານ.

ທັ້ງນີ້ມີລາຍງານງານ ມີມິສໄຊປະມານ 30 ລູກ ຖືກຍິງໂດຍມີເປົ້າໝາຍໄປທີ່ຖານທັບອາກາດແຫ່ງນີ້ ແລະຍັງຈະມີການຍິງອອກມາຢ່າງຕໍ່ເນື່ອງອີກ ຂະນະທີ່ສຳນັກຂ່າວຂອງອີຣານລາຍງານວ່າໄດ້ຍິງຂີປະນາວຸດອອຫໄປທັງໝົດປະມານ 10 ກວ່າລູກ.

ທັງນີ້ອີຣານໄດ້ເຕືອນໄວ້ອີກວ່າ ຈະມີການຕອບໂຕ້ຕາມມາຫາກວ່າສະຫະລັດຍັງທຳການຮຸກຮານຕໍເນື່ອງ ໂດຍອີຣານປະກາດໜ່ວຍ IRGC ຈະທຳການໂຈມຕີປະເທດພູມີພາກທີ່ເປັນເວທີຂອງອາເມລິກາ ຫຼື ໃຫ້ການຮ່ວມມືແກ່ສະຫະລັດໃນການຕັ້ງຖານທັບເພື່ອຮຸກຮານປະເທດອື່ນອີກດ້ວຍ.

ສຳລັບຄວາມເສຍຫາຍ, ຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດຈາກການສົ່ງຂີປະນາວຸດຢາມຖານທັບອາເມລິກາຄັ້ງນີ້ຍັງບໍ່ທັນມີລາຍງານເທື່ອ.

ຂ່າວທົ່ວໄປ ສາລະໜ້າຮູ້