ເລື່ອງເສົ້າ ຄູຝຶກຂອງວົງການບານເຕະລາວ A ລາຍເຊັນ ໄດ້ຈາກໂລກນີ້ໄປແລ້ວ

ເລື່ອງເສົ້າ ຄູຝຶກຂອງວົງການບານເຕະລາວ A ລາຍເຊັນ ໄດ້ຈາກໂລກນີ້ໄປແລ້ວ

ອີງຕາມການລາຍງານຂອງ ສະຫະພັນບານເຕະແຫ່ງຊາດລາວ ລາຍງານວ່າ: ຂໍສະແດງຄວາມເສຍໃຈ ແລະ ໄວ້ອາໄລເຖິງດວງວິນຍານຂອງ ທ່ານ ວາລະກອນ ພົມພັກດີ ( ຕ້ອມ ) ອະດີດຫົວຫນ້າຄູຝຶກທີມຊາດລາວ ເຊິ່ງເປັນຄູຝຶກຄົນລາວຄົນທໍາອິດ ທີ່ສາມາດເສັງຜ່ານຄູຝຶກລະດັບ A ລາຍເຊັນ ໄດ້ຈາກພວກເຮົາໄປໂດຍບໍ່ມີວັນຫວນກັບ ໃນຕອນແລງວັນເສົາ 18 ມັງກອນ 2020

ທີມງານພວກເຮົາ ຂໍໃຫ້ດວງວິນຍານຂອງທ່ານຈົ່ງໄປສູ່ສຸກຂະຕິ ເຮົາທຸກຄົນຈະຂໍຈົດຈຳຜົນງານ ແລະ ຄຸນງາມຄວາມດີຂອງທ່ານຕະຫລອດໄປ

ສໍາລັບ ທ່ານ ວາລະກອນ ເປັນຄູຝຶກທີມມີປະສົບການສູງໃນວົງການບານເຕະລາວ ເປັນຫົວໜ້າຄູຝຶກທີມຊາດລາວ ຊຸດໃຫຍ່ ມາຫຼາຍຊຸດ ລວມທັງຍັງເປັນຄູຝຶກທີມມີຊື່ສຽງໃນວົງການບານເຕະລາວ ມາໂດຍຕະຫຼອດ ເປັນຕົ້ນແມ່ນເປັນຄູຝຶກຂອງ ມຊ ເອັຟຊີ ແລະ ອີໂວ້ ຢູໄນເຕັດ ລຸຍການແຂ່ງຂັນບານເຕະ ລາວພຣີເມຍລີກ ທີ່ພວກເຮົາເຫັນກັນມາແລ້ວຢ່າງປະຈັກຕາ

ຂ່າວບັນເທິງ