ໃນວັນທີ 30/12/2019 ທີ່ຜ່ານມາ ບໍລິສັດແມັກມວຍໄທ ໄດ້ເຮັດຫນັງສືໂພສ ອອກມາຂໍໂທດແຟນມວຍ ລາວ – ໄທ ທີ່ເກີດເຫດຂື້ນ ເມື່ອວັນທີ 29/12/2019 ໃນລາຍການ ແມັກມວຍໄທ ຖ່າຍທອດສົດທາງຊ່ອງ 9 MCOT HD ໃນຄູ່ທີ່ 5 ຂອງລາຍການນັ້ນ ລະຫວ່າງເກມການຊົກ ແຟນຕ້າ ສິດເສ້ຍເປຣມ ພົບກັບ ເມືອງລາວ ປຸ໋ຍໂຟແມນ ໄດ້ມີປະເດັນ ແລະ ມີກະແສ ວິພາກວິຈານເກີດຂື້ນ ທາງບໍລິສັດ ບໍ່ໄດ້ນິ່ງນອນໃຈ ໂດຍໄດ້ທຳການກວດສອບ ນຳພາບເທບບັນທຶກລາຍການແຂ່ງຂັນ ລະຫວ່າງ ແຟນຕ້າ ສິດເສ້ຍເປຣມ ພົບກັບ ເມືອງລາວ ປຸ໋ຍໂຟແມນ ມາທຳການກວດສອບອີກຄັ້ງ
ຈຶ່ງເຫັນໄດ້ວ່າ ແຟນຕ້າ ສິດເສ້ຍເປຣມ ແລະ ເມືອງລາວ ປຸ໋ຍໂຟແມນ ທັງຄູ່ໄດ້ເຮັດກິລິຍາທີ່ບໍ່ເຫມາະສົມ ໃນຂະນະທີ່ທຳການແຂ່ງຂັນຈິງ ລວມເຖີງສ່ວນກຳມະການ ຜູ້ຊີ້ຂາດເທີງເວທີ “ໃຈດີ ລູກບາງປາສ້ອຍ” ຫຼື (นาย สมใจ จรุญผล) ໄດ້ມີການແກ້ບັນຫາສະເພາະຫນ້າ ຜິດພາດ ທີ່ຕັດສິນໃຈຕັດແຕ້ມ ເມືອງລາວ ປຸ໋ຍໂຟແມນ ພຽງແຕ່ຝ່າຍດຽວ ທັງທີ່ຄວນຕັດແຕ້ມ ຫຼື ຫັກຄະແນນ ທັງສອງຝ່າຍ ທາງບໍລິສັດແມັກມວຍໄທ ຈຶ່ງໄດ້ມີການຮຽກຕົວ ແຟນຕ້າ ສິດເສ້ຍເປຣມ ແລະ ເມືອງລາວ ປຸ໋ຍໂຟແມນ ມາທຳການຕັກເຕືອນ ວ່າກິລິຍາທີ່ສະແດງອອກ ມາຂະນະທຳການແຂ່ງຂັນນັ້ນ ມີຄວາມບໍ່ເຫມາະສົມ ບໍ່ໃຫ້ກຽດເຊີງກັນແລະກັນ ສະແດງອອກເຖີງຄວາມບໍ່ມີນ້ຳໃຈຂອງນັກກີລາ ເຊີ່ງນັກຊົກທັງຄູ່ບໍ່ມີເຈຕະນາທີ່ບໍ່ດີ ຈຶ່ງໄດ້ກາບຂໍໂທດ ທາງບໍລິສັດ ແລະ ແຟນມວຍ
ທີ່ບໍ່ສາມາດຄວບຄຸມສະຕິ ແລະ ອາລົມຂອງຕົນເອງໄດ້ ໃນກໍລະນີກຳມະການຜູ້ຊີ້ຂາດເທີງເວທີ “ໃຈດີ ລູກບາງປາສ້ອຍ” ຫຼື (นาย สมใจ จรุญผล) ທາງບໍລິສັດແມັກມວຍໄທ ໄດ້ທຳການຮຽກຕົວມາວ່າກ່າວຕັກເຕືອນ ເຊີງທາງ “ໃຈດີ ບາງປາສ້ອຍ” ໄດ້ຍອມຮັບຂໍ້ຜິດພາດທີ່ເກີດຂື້ນໃນລະຫວ່າງຄູ່ນີ້ ທາງບໍລິສັດ ຈຶ່ງເຫັນສົມຄວນວ່າໃຫ້ມີການ (ພັກງານ) ເປັນໄລຍະ 3 ເດືອນ ເຊີ່ງມີຜົນຕັ້ງແຕ່ວັນນີ້ເປັນຕົ້ນໄປ. ບໍລິສັດແມັກມວຍໄທ ຈຳກັດ ໂດຍ ທ່ານ ອາສິຣະ ເຕາະຈະເລີນສຸກ (นาย อาสิระ เตาะเจรีญสุข) ຈຶ່ງກາບຂໍອະໄພແຟມມວຍທັງໃນປະເທດ ແລະ ຕ່າງປະເທດ ມານະທີ່ນີ້ດ້ວຍ
ສຳຫຼັບຂໍ້ຜິດພາດທີ່ເກີດຂື້ນໃນລະຫວ່າງຄູ່ນີ້ ໂດຍຫລັງຈາກນີ້ ທາງບໍລິສັດແມັກມວຍໄທ ຂໍຢືນຢັນ ແລະ ໃຫ້ສັນຍາວ່າຈະເຂັ້ມງວດໃຫ້ຫຼາຍຂື້ນ ບໍ່ວ່າຈະເປັນສ່ວນນັກຊົກ ຫຼື ກຳມະການ ຈຶ່ງຮຽນມາເພື່ອຊາບ ແລະ ຂອບໃຈແຟນມວຍທີ່ໃຫ້ການຕິດຕາມ ແມັກມວຍໄທ ມາໂດຍຕະຫຼອດສະເໝີມາ. ນີ້ຄືການອອກມາຂໍໂທດ ແຟນມວຍທັງພາຍໃນ ແລະ ຕ່າງປະເທດ ແຟນມວຍຈົງໃຫ້ອະໄພແມັກມວຍໄທດ້ວຍເພາະວ່າເພີ່ນໄດ້ມີການຕັກເຕືອນນັກມວຍ ແລະ ໄດ້ລົງໂທດກຳມະການ ໄດ້ເໝາະສົມແລ້ວ. ລາຍງານໂດຍ: ໄລ່ຕາມກະແສຂ່າວ ລາວ – ໄທ