ສາວຈີນ ເອົາແກ້ວມາແກ້ຄັນ ພາດລຸດເຂົ້າໄປຮອດລຳໄສ້

ສາວຈີນ ເອົາແກ້ວມາແກ້ຄັນ ພາດລຸດເຂົ້າໄປຮອດລຳໄສ້

ສຳນັກຂ່າວເດລີເມວຂອງຈີນລາຍງານວ່າ ວ່າງບໍ່ດົນມານີ້ທີ່ໂຮງໝໍແຫ່ງໜຶ່ງໃນປະເທດຈີນ ແພດແຜນປະຈຸບັນ ລວມທັງແພດແຜນຈີນໄດ້ພ້ອມກັນນຳເອົາຂວດແກ້ວໜ່ວຍໜຶ່ງອອກຈາກລຳໄສ້ຂອງຄົນເຈັບທ່ານໜຶ່ງ ທີ່ອ້າງວ່າຕົນເອງໄດ້ເອົາປາກຂວດໄປເກົາຮູທວານ ເພື່ອແກ້ອາການຄັນ ແລ້ວຜິດພາດບໍ່ສາມາດເອົາອອກມາເອງໄດ້

ທ່ານໝໍເຖິງຈະເປັນງົງໆວ່າແກ້ວທັ້ງໜ່ວຍເຂົ້າໄປໄດ້ແນວໃດ ແຕ່ດ້ວຍຈັນຍາບັນອາຊີບກໍ່ພະຍາຍາມທຳການຜ່າຕັດຖ່າງກົ້ນ ເພື່ອນຳເອົາຂວດອອກມາ ແລະຜົນປະກົດວ່າທຸກຢ່າງຜ່ານພົ້ນໄປດ້ວຍດີ ຂວດໄດ້ລຸດອອກມາໂດຍງ່າຍ ແລະບໍ່ໃຊ້ເວລາດົນ

ລາຍງານລະບຸອີກວ່າ: ຂວດແກ້ວດັ່ງກ່າວເປັນຂວດບັນຈຸຢາກັນຍຸງແບບການແພດແຜນຈີນ ລວມທັງໃຊ້ເປັນຢາແກ້ຄັນ ແຕ່ຄົນເຈັບລາຍນີ້ໂຊກດີທີ່ພາຍໃນຂວດບໍ່ມີຕົວຢາແລ້ວ ເອົາອອກໄດ້ແມ່ນປອດໄພ ພຽງຕ້ອງໃຊ້ເວລາພັກຜ່ອນຟືນຟູເທົ່ານັ້ນ

ຂ່າວທົ່ວໄປ