ເຫດການກາດຍິງໃນໂຮງຮຽນປະຖົມຢູ່ ສະຫະລັດອາເມລິກາ ມີຜູ້ເສຍຊີວິດສູງເຖິງ 21ຄົນ
ເຫດການກາດຍິງໃນ ໂຮງຮຽນປະຖົມໃນລັດເທັກຊັສ ປະເທດສະຫະລັດອາເມຣິກາ ເຮັດໃຫ້ນັກຮຽນເສຍຊີວິດຫຼາຍເຖິງ 18 ຄົນ ແລະ ຄູອາຈານ ເສຍຊີວິດ 3 ຄົນ, ຜູ້ກະທຳແມ່ນມີອາຍຸ 18 ປີ ຕຳຫຼວດເຊື່ອວ່າລົງມືເຮັດໂດຍບໍ່ມີແຮງຈູງໃຈ. ໃນວັນທີ 25 ພຶດສະພານີ້ ສຳນັກຂ່າວຊີເອັນເອັນລາຍງານວ່າ: ເກີດເຫດກາດຍິງທີ່ໂຮງຮຽນປະຖົມສຶກສາຣັອບ (Robb Elementary School) ໃນເມືຶອງຢູວາລດີ ລັດເທັກຊັສ ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖິງ 21 ຄົນ ໃນນັ້ນມີນັກຮຽນ 18 ຄົນ ແລະ ຄູອາຈານ 3 ຄົນ…