ສະບາຍດີຂ້ອຍມີເລື່ອງປະສົບການກ່ຽວກັບຄວາມຮັກ ຢາກຂໍໃຫ້ເເອັດມິນເປັນສື່ກາງໃນການແຊປະສົບການຄວາມຮັກຂອງຂ້ອຍເພື່ອເຕືອນໃຫ້ຫລາຍໆຄົນທີ່ຕົກຍູ່ໃນພາວະດຽວກັນກັບຂ້ອຍ, ຂ້ອຍຊື່ນາງສ່ວນແຟນຂ້ອຍຊື່ເກນ ເຮົາຮັກກັນມາມາ3ປີ ຂ້ອຍເປັນຄົນບ້ານນອກທີ່ເຂົ້າມາຮຽນໃນເມືອງໃຫຍ່ບໍ່ຮູ້ສັງຄົມ ບໍ່ຮູ້ທາດແທ້ຂອງຄົນ ຂ້ອຍກັບລາວຮັກກັນຫລາຍ ຍູ່ກີນນຳກັນມີຫຍັງຊ່ວຍເຫລືກັນທຸກຢ່າງ ທັງເວລາທຸກເວລາສຸກ ເຄີຍເລິກກັນຫລາຍຄັ້ງແລ້ວ ສຸດທ້າຍກະກັບມາຮັກກັນຄືເກົ່າ ຂອບຄົວຂອງເເຟນຂ້ອຍບໍ່ຄ່ອຍຈະຍອມຮັບໃນຕົວຂ້ອຍ, ທຸກຄັ້ງທີ່ຂ້ອຍຍູ່ກັບພວກເຂົາ ສາຍຕາທີ່ພວກເຂົາເບີ່ງຂ້ອຍ ເບີ່ງຄືຂ້ອຍເປັນຄົນຕ້ອຍຕຳ່ທັງບໍ່ໃຫ້ກຽດ ທັງເວົ້າໃສ່ຫນ້າວ່າບໍ່ມັກຂ້ອຍ ເພາະຂ້ອຍເປັນຄົນລາວ ສ່ວນແຟນຂ້ອຍເປັນຄົນຢ້າວ ຂ້ອຍຮູ້ທັງຮູ້ວ່າເຂົາເຈົ້າບໍ່ມັກຂ້ອຍ ແຕ່ຂ້ອຍກະອົດທົນ ເພາະຄິດວ່າຄວາມດີຊີສາມາດຊື້ໃຈຄົນໄດ້ ແຟນຂອງຂ້ອຍບອກຂ້ອຍໃຫ້ອົດທົນ ໃຫ້ເຊື່ອໃຈເຂົາ ຈົນມາຮອດປີນີ້ເປັນປີສຸດທ້າຍທີ່ຂ້ອຍຈະຮຽນຈົບ ເຮົາສັນຍາວ່າຈະມາຫມັ້ນຫມາຍຂໍແຕ່ງານປີຊີ່ມານີ້, ແຕ່ພໍ່ແມ່ເຂົາເອົາເລື່ອງຊາດສະຫນາຮິດຄອງເຂົ້າມາຕັດສີນ ໂດຍການເອົາວັນເດືອນປີເກີດຂອງຂ້ອຍກັບແຟນໄປເບີ່ງມືນຳຫມໍຜີໂດຍເປັນຄົນຢ້າວຄືກັນກັບເຂົາແລ້ວແມ່ລາວກະບອກວ່າຂ້ອຍກັບແຟນບໍ່ສາມາດເຂົ້າກັນໄດ້ ວ່າຂ້ອຍນີ້ຫາກີນບໍ່ຂື້ນບໍ່ຮັກຄອບຮັກຄົວເອົາກັນໄປກະບໍ່ມີຄວາມສຸກມີແຕ່ທຸກໃຈສິໄດ້ປະໄດ້ຮ້າງ ເເລ້ວໄຫ້ແຟນຂ້ອຍມາບອກຂ້ອຍວ່າໃຫ້ເຮົາເລິກກັນສາ, ພໍ່ແມ່ລາວສິໃ້ຫ້ລາວໄປແຕ່ງກັບຄົນຊົນເຜົ່າດຽວກັນກັບເຂົາເຈົ້າເຊີ່ງພໍ່ແມ່ໄດ້ຫາໃຫ້ແລ້ວສິໃຫ້ແຕ່ງງານໃນປີສິມານີ້ ຂ້ອຍບໍ່ຮູ້ຈະເວົ້າແນວໄດທັງເຈັບໃຈທັງເສຍຫນ້າ ຂ້ອຍພະຍາຍາມຕິດຕໍ່ລາວທຸກທາງລາວກະບໍ່ຮັບໂທລະສັບຂ້ອຍ ບລ໋ອກຂ້ອຍທຸກທາງ (ພໍ່ແມ່ກີ່ດກັ້ນພວກຂ້ອຍທຸກທາງໂດຍບໍ່ຄິດເຫັນໃຈລູກ)ສັນຍາບໍ່ເປັນສັນຍາ, ເຫດການນີ້ສອນໃຫ້ຂ້ອຍຮູ້ວ່າຄວາມຮັກບໍ່ແມ່ນເລື້ອງຂອງຄົນ…