ທູລະກິດ: ນາງບົວເງິນ ໄຊມູນຖີ ອາຍຸ 36 ປີ ປະຈຸບັນຢູ່ບ້ານຖິ່ນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ພາຍໃນຄອບຄົວມີນຳກັນ 7 ຄົນ ມີແຮງງານຕົ້ນຕໍ່ 2ຄົນ ກ່ອນຈະມາເຖິງຈຸດນີ້ ໃນເມື່ອກ່ອນຄອບຄົວຂອງ ເພິ່ນເປັນພະນັກງານສອງສົ້ນ ທີ່ສັງກັດການຈັດຕັ້ງພັກລັດຢູ່ເມືອງຄອບ ແຂວງໄຊຍະບູລີ ຄຽງຄູ່ກັບການເຮັດວຽກທາງລັດຖະການຍັງຖືເອົາເວລາຫວ້າງສ້າງເສດຖະກິດຄອບຄົວ ເພື່ອໃຫ້ມີລາຍຮັບເພີ່ມຈາກເງິນເດືອນ
ໂດຍອີງໃສ່ຄວາມຮູ້ ແລະ ບົດຮຽນຕົນເອງມີຢູ່ ໂດຍສະເພາະແມ່ນການຜະລິດເສັ້ນເຂົ້າປຽກ, ໝູຢໍ, ລູກຊີ້ນ ຈໍາໜ່າຍພາຍໃນເມືອງຄອບ ລາຍໄດ້ກໍ່ບໍ່ໄດ້ຫຼາຍພໍແຕ່ກຸ້ມກິນ. ມາຮອດປີ 2004 ເລີຍຍົກຍ້າຍຈາກເມືອງຄອບມາປະຈໍາການຢູ່ເມືອງໄຊຍະບູລີ ແລະ ກໍ່ໄດ້ເຮັດອາຊີບເສີມທີ່ຕົນເຄີຍເຮັດມາກ່ອນ ບວກກັບພື້ນຖານຄອບຄົວຂອງປູ່ຍ່າ ກໍ່ແມ່ນອາຊີບຜະລິດເສັ້ນເຟີ ຈໍາໜ່າຍຢູ່ພາຍໃນເມືອງໄຊຍະບູລີມາແລ້ວແຕ່ດົນນານ.ໂດຍອີງໃສ່ຄວາມຮູ້ ແລະ ບົດຮຽນຕົນເອງມີຢູ່ ໂດຍສະເພາະແມ່ນການຜະລິດເສັ້ນເຂົ້າປຽກ, ໝູຢໍ, ລູກຊີ້ນ ຈໍາໜ່າຍພາຍໃນເມືອງຄອບ ລາຍໄດ້ກໍ່ບໍ່ໄດ້ຫຼາຍພໍແຕ່ກຸ້ມກິນ. ມາຮອດປີ 2004 ເລີຍຍົກຍ້າຍຈາກເມືອງຄອບມາປະຈໍາການຢູ່ເມືອງໄຊຍະບູລີ ແລະ ກໍ່ໄດ້ເຮັດອາຊີບເສີມທີ່ຕົນເຄີຍເຮັດມາກ່ອນ ບວກກັບພື້ນຖານຄອບຄົວຂອງປູ່ຍ່າ ກໍ່ແມ່ນອາຊີບຜະລິດເສັ້ນເຟີ ຈໍາໜ່າຍຢູ່ພາຍໃນເມືອງໄຊຍະບູລີມາແລ້ວແຕ່ດົນນານ.
ສະນັ້ນຈຶ່ງຍິ່ງເພີ່ມແຮງຈູງໃຈໃຫ້ຄອບຄົວຂອງເພິ່ນມີແນວຄິດສານຕໍ່ອາຊີບນີ້ໄປຕະຫຼອດ; ແຕ່ແນວໃດກໍ່ຕາມເມື່ອຜະລິດຕະພັນນັບມື້ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກ ລູກຄ້າສັ່ງຊື້ເປັນຈໍານວນຫຼາຍໃນແຕ່ລະມື້ມີຄວາມຈໍາເປັນຂະຫຍາຍກິດຈະການຂຶ້ນຕື່ມ ເພື່ອຜະລິດໃຫ້ໄດ້ຕາມຄວາມຕ້ອງການຂອງລູກຄ້າ. ແຕ່ເນື່ອງຈາກຂາດແຮງງານຕົ້ນຕໍ ແລະ ຜູ້ບໍລິຫານວຽກຕົວຈິງ ຈຶ່ງເຮັດໃຫ້ການຜະລິດບໍ່ພຽງພໍກັບຄວາມຕ້ອງການຍ້ອນອາໄສເວລາຫວ້າງວັນເສົາ-ອາທິດ ແລະ ກາງຄືນ ຍ້ອນແນວນັ້ນມາຮອດປີ 2014 ຄອບຄົວຂອງເພິ່ນຈຶ່ງໄດ້ລາອອກຈາກການຈັດຕັ້ງພັກ-ລັດ ມາເຮັດວຽກອາຊີບນີ້ຢ່າງເຕັມແບບ ແລະ ໄດ້ດໍາເນີນກິດຈະການໂດຍເພີ່ມທຶນຊື້ເຄື່ອງຈັກ ແລະ ອຸປະກອນທີ່ທັນສະໄໝເຂົ້າຊ່ວຍ ມີມູນຄ່າ 60 ລ້ານກີບ ແລະ ໄດ້ຈ້າງແຮງງານຊ່ວຍ 7 ຄົນ ຄ່າແຮງງານເດືອນລະ 1 ລ້ານ 2 ແສນກີບຕໍ່ຄົນ, ເປົ້າໝາຍການນໍາໃຊ້ເຄື່ອງຈັກກໍ່ເພື່ອຜະລິດເສັ້ນໝີ່, ໝູຢໍ ແລະ ລູກຊີ້ນ ເພື່ອໃຫ້ໄດ້ຜະລິດຕະພັນມີປະລິມານ ແລະ ຄຸນນະພາບ, ສະອາດ, ລົດຊາດແຊບ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ຜູ້ບໍລິໂພກ.
ນາງ ບົວເງິນ ຍັງໄດ້ໃຫ້ຮູ້ຕື່ມວ່າ: ການຜະລິດກິດຈະການໃນແຕ່ລະປີຜ່ານມາ ເຊັ່ນ: ການຜະລິດເສັ້ນເຂົ້າປຽກ ໃນມື້ໜຶ່ງໃຊ້ເຂົ້າຈ້າວ 50 ກິໂລກຼາມ ລາຄາ 6.000 ກີບຕໍ່ກິໂລກຼາມ, ແປ້ງ 50 ກິໂລກຼາມ ລາຄາ 6.000 ກີບຕໍ່ກິໂລກຼາມ, ຜະລິດເສັ້ນເຂົ້າປຽກໄດ້ 200 ກິໂລກຼາມ ລາຄາຂາຍສົ່ງ 6.000 ກີບຕໍ່ກິໂລກຼາມ, ມີລາຍຮັບຈາກການຂາຍສົ່ງເສັ້ນເຂົ້າປຽກ 1.200.000 ກີບຕໍ່ມື້; ໃນເດືອນໜຶ່ງ ຜະລິດ ແລະ ຂາຍສົ່ງເສັ້ນເຂົ້າປຽກໄດ້ຈໍານວນ 6.000 ກິໂລກຼາມ ລວມເປັນເງິນ 36.000.000 ກີບ, ລາຍຈ່າຍໃນເດືອນປະກອບມີ: ເຂົ້າຈ້າວ, ແປ້ງ, ແຮງງານ 2 ຄົນ, ໄຟຟ້າ, ນໍ້າປະປາ, ຟືນ ລວມລາຍຈ່າຍທັງໝົດ 28.000.000 ກີບ, ມີລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍ 8.000.000 ກີບຕໍ່ເດືອນ.
ໃນໜຶ່ງປີຜະລິດເສັ້ນເຂົ້າປຽກໄດ້ທັງໝົດ 72.000 ກິໂລ ລາຍຮັບທັງໝົດ 432.000.000 ກີບ, ລາຍຈ່າຍ 336.000.000 ກີບ, ມີລາຍໄດ້ຫຼັງຫັກລາຍຈ່າຍ 96.000.000 ກີບ. ການຜະລິດເສັ້ນໝີ່, ເຝີ ມື້ໜຶ່ງໃຊ້ເຂົ້າຈ້າວ 30 ກິໂລກຼາມ ລາຄາ 6.000 ກີບ ເປັນເງິນ 180.000 ກີບ, ຜະລິດເສັ້ນເຟີໄດ້ 40 ກິໂລກຼາມ, ລາຄາຂາຍ 9.000 ກີບຕໍ່ກິໂລກຼາມ; ໃນເດືອນໜຶ່ງຜະລິດເສັ້ນໝີ່, ເຟີ ໄດ້ທັງໝົດ 1.200 ກິໂລ ເປັນເງິນ 10.800.000 ກີບ, ມີລາຍຈ່າຍທັງໝົດ 7.900.000 ກີບ, ລາຍໄດ້ຫັກຄ່າໃຊ້ຈ່າຍແລ້ວ ເທົ່າກັບ 2.900.000 ກີບ. ປີໜຶ່ງ ຜະລິດເສັ້ນໝີ່ໄດ້ທັງໝົດ 14.400 ກິໂລກຼາມ ເປັນເງິນ 129.600.000 ກີບ, ລາຍຈ່າຍໃນປີ 94.800.000 ກີບ, ມີລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍທັງໝົດ 34.800.000 ກີບ. ສໍາລັບການຜະລິດໝູຢໍ ແລະ ລູກຊີ້ນ ມື້ໜຶ່ງ 30 ກິໂລກຼາມ ລາຄາ 32.000 ກີບຕໍ່ກິໂລກຼາມ ເປັນເງິນທັງໝົດ 960.000 ກີບ; ໃນນີ້ຊື້ເຄື່ອງປຸງລົດ ເຊັ່ນ: ເກືອ, ນໍ້າປາ, ນໍ້າຕານ ແລະ ອື່ນໆ ເປັນເງິນ 100.000 ກີບ, ຜະລິດຢໍ ແລະ ລູກຊີ້ນໄດ້ 40 ກິໂລກຼາມ, ຂາຍລາຄາ 32.000 ກີບຕໍ່ກິໂລກຼາມ, ມີລາຍຮັບທັງໝົດ 1.280.000 ກີບ. ໃນເດືອນໜຶ່ງຜະລິດໝູຢໍ ແລະ ລູກຊີ້ນໄດ້ທັງໝົດ 1.200 ກິໂລກຼາມ ເປັນເງິນ 38.400.000 ກີບ, ໃຊ້ຊີ້ນ 900 ກິໂລກຼາມ ເປັນເງິນ 28.800.000 ກີບ, ແຮງງານ 2 ຄົນ ເທົ່າກັບ 2.000.000 ກີບ, ເຄື່ອງປຸງ 3.000.000 ກີບ ລວມລາຍຈ່າຍ 33.800.000 ກີບ, ລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍ ເທົ່າກັບ 4.600.000 ກີບຕໍ່ເດືອນ. ປີໜຶ່ງຜະລິດໝູຢໍ ແລະ ລູກຊີ້ນ ໄດ້ທັງໝົດ 14.400 ກິໂລ ເປັນເງິນ 460.000.000 ກີບ, ລາຍຈ່າຍທັງໝົດ 405.600.000 ກີບ, ມີລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍທັງໝົດ 54.400.000 ກີບ. ລວມການຜະລິດທັງເສັ້ນເຂົ້າປຽກ, ເສັ້ນໝີ່, ໝູຢໍ ແລະ ລູກຊີ້ນ ແລ້ວໃນປີຜ່ານມາມີລາຍຮັບທັງໝົດ 1.021.600.000 ກີບ, ລາຍຈ່າຍທັງໝົດ 836.400.000 ກີບ, ມີລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍທັງໝົດ 185.200.000 ກີບ. ຜະລິດຕະພັນເສັ້ນເຂົ້າປຽກ, ເສັ້ນໝີ່, ໝູຢໍ ແລະ ລູກຊີ້ນ ສ່ວນຫຼາຍກໍ່ໄດ້ຂາຍສົ່ງລູກຄ້າປະຈໍາພາຍໃນເທດສະບານ ແລະ ໄດ້ຈໍາໜ່າຍຕ່າງເມືອງນໍາອີກ.
ການຜະລິດເສັ້ນເຂົ້າປຽກ, ເສັ້ນໝີ່, ໝູຢໍ ແລະ ລູກຊີ້ນ ຂອງຄອບຄົວໄດ້ສ້າງລາຍໄດ້ຫຼັກເຂົ້າຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຫຼາຍ, ມີເຮືອນຢູ່ຖາວອນ, ມີເງິນເກັບອອມ, ມີພາຫະນະຮັບໃຊ້ຄອບຄົວ ນອກນັ້ນຍັງໄດ້ນໍາລາຍໄດ້ໃຫ້ລູກໄດ້ສຶກສາຕໍ່ໃນລະດັບສູງ. ມາເຖິງປະຈຸບັນນີ້ ສາມາດຜະລິດໄດ້ມາດຕະຖານ ຖືກຕ້ອງຕາມຫຼັກອະນາໄມ ແລະ ໄດ້ຮັບການຢັ້ງຢືນ ອຢ ຈາກກົມອາຫານ ແລະ ຢາຂອງກະຊວງສາທາລະນະສຸກ ສະບັບເລກທີ 5614/ກອຢ, ລົງວັນທີ 15 ກໍລະກົດ 2020. ພ້ອມທັງໄດ້ຖືກຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດ໋ອບ) ແຫ່ງຊາດຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 234/ກສຄ, ລົງວັນທີ 29 ມິຖຸນາ 2020; ເຖິງຢ່າງໃດກໍຕາມ ເພື່ອຍົກສູງຄຸນນະພາບໃນການຜະລິດໃຫ້ດີຍິ່ງໆຂຶ້ນນັ້ນ ພວກຂ້າພະເຈົ້າຈະຕັ້ງໜ້າສົມທົບກັບໜ່ວຍງານທີ່ກ່ຽວຂ້ອງຂອງພາກລັດ ໃນການປັບປຸງບາງຈຸດຄົງຄ້າງທາງດ້ານຂັ້ນຕອນການຜະລິດ ແລະ ຫຸ້ມຫໍ່ໃຫ້ດີຂຶ້ນເປັນກ້າວໆ.