ເມື່ອຄູ່ຮັກເກຍົ ໃຊ້ການປະສົມທຽມໃຫ້ກຳເນີດແຝດ 3 ເປັນເດັກທີ່ເກີດຈາກ ດີເອັນເອ ຂອງຜູ້ຊາຍສອງຄົນ ຄັ້ງທຳອິດໃນໂລກ ລາຍງານຂ່າວແຈ້ງວ່າ ທີ່ຕ່າງປະເທດເກີດເລື່ອງສຸດຮືຮາຂຶ້ນ ເມື່ອຄູ່ຮັກຊາວເກຍ໌ ຄູ່ໜຶ່ງສາມາດໃຫ້ກຳເນີດເດັກແຝດ 3 ຈາກດີເອັນເອ ຂອງຜູ້ຊາຍທັງສອງຄົນ ຈາກທ້າວ ຄຣິສໂຕ ແລະ ທີໂອ ເມເນລົວໂດຍ
ລາຍງານລະບຸວ່າ ສາເຫດທີ່ທັງຄູ່ສາມາດໃຫ້ກຳເນີດເດັກນ້ອຍຈາກດີເອັນເອທັງ 2 ຄົນນັ້ນ ເກີດຈາກວິວັດທະນາການທາງວິທະຍາສາດໃນການປະສົມທຽມໂດຍການໃຊ້ຕົວອ່ອນ
(embryos) 2 ເອັມບຣິໂອ ນຳຕົວອ່ອນໜຶ່ງໄປປະສົມກັບອະສຸຈິຂອງ ທ້າວ ທີໂອ ແລ້ວນຳໄປຝາກໄວ້ໃນທ້ອງຂອງແມ່ຍິງຄົນໜຶ່ງທີ່ເປັນເພື່ອນບ້ານຂອງທັງຄູ່ເຊິ່ງສະໝັກໃຈ
ຮັບໜ້າທີ່ຖືພາແທນຈົນໃນທີ່ສຸດ ເດັກທັງສາມຄົນ ກໍ່ເກີດອອກມາຢ່າງປອດໄພ ເປັນຊາຍ 1 ຄົນ ແລະ ຍິງ 2 ຄົນ ທັງສາມມີນ້ຳໜັກເກີນ 1 ກິໂລກຣາມ ແຕ່ມີຄົນໜຶ່ງ
ຕ້ອງໄດ້ຮັບການຜ່າຕັດຫົວໃຈ ເພາະບໍ່ແຂງແຮງເທົ່າພີ່ນ້ອງແຝດທັງສາມມີຊື່ວ່າ ໂຈຊົວ, ໂຊອີ້ ແລະ ເຄທີ ທັງສາມໄດ້ຢູ່ໃນຄວາມດູແລຂອງແພດຢ່າງໃກ້ສິດ ຈົນກວ່າແພດ
ຈະໝັ້ນໃຈວ່າແຝດທັງສາມ ນັ້ນແຂງແຮງແລ້ວ ຄຣີສໂຕ ແລະ ທີໂອ ພໍ່ຂອງແຝດທັງສາມຄົນນີ້ ຕັ້ງໃຈວ່າຈະພາລູກທັງສາມກັບໄປໃຊ້ຊີວິດທີ່ບ້ານເກີດໃນເມືອງ ພຣີຕໍເຣຍ ປະເທດແອຟຣິກາໃຕ້