ຕົ້ນທຶນຊີວິດຄົນເຮົາບໍ່ເທົ່າກັນ ຜູ້ໃດທີ່ກຳລັງທໍ້ ບໍ່ມີແຮງສູ້ຊີວິດເບິ່ງເດັກນ້ອຍກຸ່ມນີ້ໄວ້

ຕົ້ນທຶນຊີວິດຄົນເຮົາບໍ່ເທົ່າກັນ ຜູ້ໃດທີ່ກຳລັງທໍ້ ບໍ່ມີແຮງສູ້ຊີວິດເບິ່ງເດັກນ້ອຍກຸ່ມນີ້ໄວ້

ຫຼາຍຄົນໂຊກດີພຽງໃດແລ້ວ ແຕ່ຍັງບໍ່ພໍໃຈ ໃນຈຸດທີ່ຕົນເອງເປັນຢູ່ ບໍ່ຮູ້ຄຸ່ນຄ່າ  ບໍ່ປະຫຍັດມັດຖະຍັດ ແລະ ບໍ່ຮູ້ທີ່ມາຂອງເງິນກ່ອນທີ່ມັນຈະມາເຖິງມື.

ລູກຫຼາຍຄົນຖືກເບິ່ງແຍງຢ່າງດີ ມົດບໍ່ໃຫ້ໄຕ່ ໄຮບໍ່ໃຫ້ຕອມ ໄດ້ຮ່ຳຮຽນ ກິນອິ່ມນຸ່ງອຸ່ນ ແລະ ມີຊີວິດການຢູ່ຢ່າງສຸກສະບາຍ ແຕ່ບໍ່ສຶກສາຮ່ຳຮຽນ ໃຊ້ຈ່າຍຟຸ້ມເຟືອຍ ມົ້ວສຸມ-ຊຸ່ມແຊວ ໃຊ້ເວລາໄປກັບສິ່ງໄຮ້ປະໂຫຍດ ແລະ ໄຮ້ສາລະໄປວັນໆ …

ຊໍ້າຮ້າຍ ລູກຫຼາຍຄົນຍັງບໍ່ຮູ້ບຸນຄຸນຂອງພໍ່ແມ່ ກວ່າພໍ່ແມ່ຈະລ້ຽງໃຫຍ່ ກວ່າຈະໄດ້ເງິນມາຊຶ້ເຂົ້າ ຊື້ນ້ຳນົມມາລ້ຽງດູສຸດແສນລໍາບາກ

ຖ້າມື້ນີ້ເຈົ້າຍັງບໍ່ເຂົ້າໃຈຄວາມໝາຍຂອງຄໍາວ່າ “ຕົ້ນທຶນຊິວິດ ແລະ ຄຸນຄ່າຂອງເງິນ” ໃຫ້ພາບເຫຼົ່ານີ້ອະທິບາຍ

ຖ້າເຈົ້າຍັງບໍ່ຮູ້ບຸນຄຸນຂອງພໍ່ແມ່ ໃຫ້ເຈົ້າສໍານຶກສິ່ງທີ່ເຈົ້າໄດ້ຮັບໃນຕອນນີ້ ແລະ ຈິນຕະນາການຕື່ມ ຖ້າມື້ໜື່ງພໍ່ແມ່ບໍ່ຢູ່ໃນໂລກນີ້ແລ້ວສິ່ງເຫຼົ່ານັ້ນເຈົ້າຍັງຈະໄດ້ຄືເກົ່າ ຫຼື ບໍ່ ແລະ ຊີວິດທີ່ໄຮ້ພໍ່ແມ່ຈະເປັນແນວໃດ

ຖ້າມື້ນີ້ພໍ່ແມ່ຍັງຢູ່ນໍາເຈົ້າ ຈົ່ງດູແລເພີ່ນໃຫ້ດີ ດຽວຈະກິນແໜງ ໄປຕະຫຼອດຊີວິດ ຢ່າລໍໃຫ້ມື້ທີ່ຕ້ອງເຮັດພາເຂົ້າທິບແລ້ວເອີ້ນພໍ່ແມ່ມາກິນເຂົ້າ ຫຼື ຄິດໄດ້ຕອນທີ່ທຸກຢ່າງບໍ່ຄືເກົ່າ.

ຖ້າຊີວິດເຈົ້າມີຕົ້ນທຶນທີ່ດີ ມີພໍ່ແມ່ຄໍ້າຈຸນ ຈົ່ງຮັກສາ ແລະ ຖະໜອມສິ່ງເຫຼົ່ານັ້ນໄວ້

ຖ້າມື້ນີ້ເຈົ້າມີຕົ້ນທຶນບໍ່ເທົ່າຜູ້ອື່ນ ຫຼື ບໍ່ມີຕົ້ນທຶນເລີຍ ຈົ່ງຄິດບວກ ເພາະໂລກນີ້ບໍ່ແມ່ນເຈົ້າຜູ້ດຽວທີ່ປະເຊີນຊາຕາກໍາແບບນີ້ ຍັງມີອີກຫຼາຍລ້ານຊີວິດທີ່ລໍາບາກກວ່າເຈົ້າ ຈົ່ງສໍານຶກສະເໜີວ່າ “ຊີວິດຄືການເດີນທາງ” ຊີວິດມື້ວານນີ້ມີຄວາມໝາຍ ແຕ່ຊີວິດມື້ນີ້ ແລະ ມື້ອື່ນສໍາຄັນ ແລະ ມີຄວາມໝາຍຍິ່ງກວ່າ.

ສາລະໜ້າຮູ້