ສາທາລະນະສຸກໄທ ເຜີຍຂ່າວດີ ຜົນວິໄຈພົບ ອົບດ້ວຍລັງສີ UV-C ຂ້າເຊື້ອ ໂຄວິດ-19 ໄດ້

ສາທາລະນະສຸກໄທ ເຜີຍຂ່າວດີ ຜົນວິໄຈພົບ ອົບດ້ວຍລັງສີ UV-C ຂ້າເຊື້ອ ໂຄວິດ-19 ໄດ້

ສຳນັກຂ່າວຄົມຊັດລຶກ ລາຍງານວ່າ ທ່າມກາງການຕໍ່ສູ້ກັນກັບວາຍຮ້າຍໄວລັສໂຄໂລນາສາຍພັນໃຫມ່ 2019 (ໂຄວິດ1-19) ຈຳເປັນຕ້ອງມີອາວຸດສຳຄັນຫລືຄຸນນະພາບທາງການແພດ ຫນຶ່ງໃນທີ່ທຸກຄົນຕ້ອງໃຊ້ຕິດຕົວຄືຫນ້າກາກອານາໄມ ລວມທັ້ງແບບN95 ທີ່ເຫມາະສຳລັບບຸກຄະລາກອນທາງການແພດ ແຕ່ສະພາວະແບບນີ້ເກີດຂາດແຄນ ແຕ່ການແກ້ໄຂປັນຫາບໍ່ເກີນຄວາມສາມາດຂອງຄູແພດ ແລະນັກວິໄຈໄທ

ຫລ້າສຸດມື້ນີ້ ທີ່ສູນປະຕິບັດການດ້ານຂ່າວໂລກຕິດເຊື້ອໄວຣັສໂຄໂລນາ 2019 ກຣະຊວງສາທາລະນະສຸກຈ.ນົນທະບູລີຜສ.ນພ.ມລ.ທະຍາ ກິຕິຍາກອນ ຣສ.ພຍ.ສິຣິອອນ ວັຊລານານັນ ແລະຜສ.ພຍ.ດະລຸນີ ໂຊຕິປະສິດທິສະກຸນ ອາຈານແພດ ຈາກພາກວິຊາອາຍຸລະສາດ ຄະນະແພດສາດ.ລາມາທິບໍດີ ມະຫາວິທະຍາໄລມະຫິດົນ ພ້ອມດ້ວຍພກ.ສຸລັດຊະນີ ສະເວດສິລາ ຜູ້ອຳນວຍການສຳນັກຢາແລະວັດຖຸເສບຕິດ ກົມວິທະຍາສາດການແພດ

ຮ່ວມກັນຖະແຫລງຜົນການວິໄຈການຂ້າເຊື້ອເພື່ອນຳຫນ້າກາກ N95 ແລະຫນ້າກາກອານາໄມກັບມາໃຊ້ຊ້ຳ ວ່າ ສະຖານະການລະບາດໂລກຕິດເຊື້ອໄວຣັສໂຄໂລນາ 2019 (ໂຄວິດ-19) ທີ່ເກີດຂຶ້ນ ທຳໃຫ້ມີປະລິມານຄວາມຕ້ອງການໃຊ້ຫນ້າກາກອນາໄມ N95 ສູງໃນບຸກຄະລາກອນທາງການແພດທົ່ວໂລກ

ການນຳຫນ້າກາກອນາໄມ ແລະຫນ້າກາກ N95 ມາໃຊ້ຊ້ຳ ຖືເປັນທາງເລືອກຫນຶ່ງທີ່ຈະນຳມາປັບໃຊ້ໃຫ້ເຂົ້າກັບສະຖານະການ ໂດຍຈາກການວິໄຈພົບວ່າການນຳເຄື່ອງອົບດ້ວຍ UV-C ທີ່ມີຈຳຫນ່າຍທົ່ວໄປ ມາໃຊ້ໃນການຂ້າເຊື້ອໂລກຫນ້າກາກອານາໄມ ແລະຫນ້າກາກ N95 ສາມາດກຳຈັດເຊື້ອໄວຣັສໂຄວິດ-19 ໄດ້ ໂດຍຜິວເສັ້ນໄຍບໍ່ຢືດຫລືຂາດ ແລະຊ່ອງວ່າງລະຫວ່າງເສັ້ນໄຍຍັງຄົງສະພາບປົກກະຕິ ສາມາດນຳຫນ້າກາກອານາໄມມາອົບຊ້ຳດ້ວຍ UV-C ໄດ້ບໍ່ເກິນ 8 ຄັ້ງ ແຕ່ແນະນຳຄວນໃຊ້ 4 ຄັ້ງ

ທັ້ງນີ້ ກະຊວງສາທາລະນະສຸກໄດ້ເລ່ງຈັດສອນໄປຍັງໂຮງພະຍາບານຕ່າງໆ ທົ່ວປະເທດ ລວມທັ້ງໄດ້ມີແຜນຫາແຫລ່ງຜະລິດທັ້ງໃນແລະຕ່າງປະເທດ ເພື່ອຈັດຫາໃຫ້ພຽງພໍຕໍ່ຄວາມຕ້ອງການຮອງຮັບສະຖານະການ ການແພ່ລະບາດຂອງໄວຣັສໂຄວິດ-19 ທີ່ເກີດຂຶ້ນ

ຂ່າວທົ່ວໄປ