ຫຼາຍຄົນຍັງມີຄວາມເປັນຫ່ວງ ຕໍ່ການລະບາດຂອງເຊື້ອໄວຣັສສາຍພັນໃໝ່ ເພາະຂະຫຍາຍຕົວໄວ ແລະມີຜູ້ເສຍຊີວິດແລ້ວຫຼາຍຄົນ ແຕ່ທັ້ງນີ້ຜູ້ທີ່ປົວຫາຍໄດ້ກັບບ້ານແລ້ວກໍ່ມີຈຳນວນເພີ່ມຂຶ້ນນັບມື້
ຕາມລາຍງານມາຮອດເວລາ 12:00 ຂອງວັນທີ 28 ມັງກອນ 2020 ມີຜູ້ຕິດເຊື້ອລວມທັງໝົດ 4.580 ລາຍ ໃນນັ້ນສະເພາະຈີນ 4.515 ລາຍ, ມີ 108 ຄົນທີ່ເສຍຊີວິດ ແຕ່ໃນເວລາດຽວກັນກໍ່ມີຜູ້ທີ່ໂຊກດີສາມາດປົວຫາຍຈາກພະຍາດກັບຄືນສູ່ບ້ານເຮືອນແລ້ວ 61 ຄົນ
ສຳລັບຜູ້ຕິດເຊື້ອຢູ່ນອກ ສປ ຈີນ ຫຼາຍສຸດແມ່ນໄທ 8 ລາຍ ແຕ່ປົວຫາຍແລ້ວ 5 ຄົນ ຮ່ອງກົງ 8 ລາຍ ມາເກົາ 7 ລາຍ ສະຫະລັດ ອົດສະຕາລີ ໄຕ້ຫວັน ສິງກະໂປ ປະເທດລະ 5 ຄົນ ຍີ່ປຸ່ນ ເກົາຫຼີໃຕ້ ມາເລເຊຍປະເທດລະ 4 ຄົນ ຝຣັ່ງ 3 ຄົນ ເນປານ ການາດາ ກຳປູເຈຍ ສີລັງກາ ເຢຍລະມັນ ແລະໄອວໍຣີໂຄສ ປະເທດລະ 1 ຄົນ
ສ່ວນ ສປປ ລາວເຮົາຍັງບໍ່ມີລາຍງານການພົບເຊື້ອພະຍາດດັ່ງກ່າວເທື່ອ, ອີກຢ່າງເຈົ້າໜ້າທີ່ການແພດເອງກໍ່ກ່າວວ່າ ເຊື້ອໄວຣັສສາຍພັນໃໝ່ນີ້ຈະເກີດກັບຄົນທີ່ມີພູມຕ້ານທານຕ່ຳ ແລະມີພະຍາດແຊກຊ້ອນມາກ່ອນແລ້ວຫຼາຍກວ່າຄົນທີ່ມີສຸຂະພາບແຂງແຮງ ສະນັ້ນທຸກຄົນກໍ່ບໍ່ຄວນເປັນຫ່ວງເກີນເຫດ