ຂ້ອຍກັບຜົວເອົາກັນແຕ່ອາຍຸ20ປີ
ພວກເຮົາຢາກສ້າງອານາຄົດນຳກັນ ເລີຍຕັດສີນໃຈທີ່ຈະຮຽນ ແລ້ວພວກເຮົາໄປເສັງເຂົ້າມ.ຊ ນຳກັນ ເຮົາເສັງຕິດທັງ2ຄົນ ແຕ່ເສຍດາຍສາຍທີ່ຮຽນເພິ່ນໃດ້ຍ້າຍມາພາກບ່າຍ ຕອນທຳອິດວ່າມີພາກຄ່່ຳ
ຂ້ອຍເລີຍຕັດສີນໃຈໃຫ້ຜົວເປັນຄົນຮຽນແລ້ວຂ້ອຍເປັນຄົນຫາເງີນ ຖ້າເຮົາຊິຮຽນທັງ2ແລ້ວຊິເອົາເງີນມາແຕ່ໃສຮຽນ ເພາະສະຖານະຄອບຄົວຂອງພວກເຮົາທັງ2ແມ່ນຫາເຊົ້າກີນຄ່ຳ

ຂ້ອຍເລີຍຕັດສີນໃຈໃຫ້ຜົວເປັນຄົນຮຽນແລ້ວຂ້ອຍເປັນຄົນຫາເງີນ ຖ້າເຮົາຊິຮຽນທັງ2ແລ້ວຊິເອົາເງີນມາແຕ່ໃສຮຽນເພາະ ສະຖານະຄອບຄົວຂອງພວກເຮົາທັງ2ແມ່ນຫາເຊົ້າກີນຄ່ຳ
ແລະຂ້ອຍກໍ່ຄິດວ່າຂ້ອຍເປັນຜູ້ຍິງຊອກຄ້າຂາຍກະໃດ້

ແລ້ວຂ້ອຍກໍ່ຕັ້ງຄວາມຫວັງທີ່ຈະຝາກຊີວິດແລະອານາຄົດໄວ້ກັບລາວ ແລະຄິດວ່າອານາຄົດທີ່ດີເຮົາຕ້ອງສ້າງມັນຂື້ນມາກັບມືຂອງພວກເຮົາເອງ
ຫາເງີນໃຫ້ຜົວຮຽນ7ປີ (ຄົນອືື່ນຮຽນ5ປີ)
ແລະຕໍ່ມາ5ປີທີ່ລາວມີວຽກເຮັດແລະ5ປີທີ່ພວກເຮົາຄ່ອຍສ້າງຄ່ອຍສາມານຳກັນ
ເງີນເດືອນລາວກະໃຫ້ຂ້ອຍປົກກະຕິ
ຍອມຮັບວ່າລາວດີລາວຮັກຄອບຄົວ ອາດຈະບໍ່ເຂົ້າໃຈກັນຫລືຜິດກັນບາງເທື່ອ

ແຕ່ຊ່ວງຫລັງມາລາວໄປວຽກເລີ່ມກັບເດິກ ກະເລີ່ມມີສັງຄົມໂດຍທີ່ອ້າງວ່າໄປກີນເບຍເພື່ອເຂົ້າສັງຄົມ
ໄປກັບຫົວຫນ້າ ຫົວຫນ້າຊວນ ໄປການເມືອງຊື່ໆ.ຄັນບໍ່ໄປກະບໍ່ຄື ບໍ່ກ້າປະຕິເສດຫົວຫນ້າ ອາທິດລະ3-4ເທື່ອ
ຈາກທີ່ລາວບໍ່ເຄີຍຕົວະຂ້ອຍກະເລີ່ມຮູ້ວ່າລາວລັກເປີດບັນຊີອີກບັນຊີ1ໄວ້
ແລ້ວມື້1ຂ້ອຍກະຈັບໃດ້ວ່າລາວນອກໃຈຂ້ອຍ
ແລະສຸດທ້າຍລາວກະເອີ່ຍຄຳວ່າ ຢາກອອກຈາກຊີວິດຂ້ອຍກັບລູກໄປ ແລ້ວບອກວ່າ:”ຢາກມີຊີວິດໄຫມ່“
ຊິວິດໄຫມ່ທີ່ບໍ່ມີຂ້ອຍກັບລູກທີ່ຄອຍຮ່ວມທຸກຮ່ວມສຸກແລະຜ່ານອຸປະສັກມານຳກັນ

ແລະຕອນນິຂ້ອຍກຳລັງຖືພາລູກຄົນທີ່2ຢູ່ແຕ່ຄຳເວົ້າທີ່ເຮັດໃຫ້ເຈັບແລະເສຍໃຈທີ່ສຸດຄື ເອົາລູກອອກຊະ
ຢ່າເອົາລູກລັ້ງລາວໄວ້ເທາະ.ເພາະລູກຊ່ວຍລັ້ງລາວບໍ່ໃດ້ດອກ ຄຳເວົ້າຂອງຄົນທີ່ເປັນພໍ່
ຂ້ອຍເລືອກທີ່ຈະເກັບລູກໄວ້ເພາະຂ້ອຍຄິດວ່າລູກມີຄວາມສຳຄັນແລະລູກຄືກຳລັງໃຈໃຫ້ຂ້ອຍທີ່ຈະສູ້

ແລະຜ່ານມາຂ້ອຍກະມາຄິດທົບທວນວ່າ:ຂ້ອຍບໍ່ດີບ່ອນໃດ.ບົກຜ່ອງບ່ອນໃດ ຂ້ອຍອາດຈະບໍ່ແມ່ນແມ່ສີເຮືອນທີ່ພຽບພ້ອມ ເພາະແຕ່ລະມື້ຂ້ອຍກະຕ້ອງໄປວຽກຕ້ອງຫາເງີນເພື່ອຄອບຄົວ,ແລະຢາກສ້າງພື້ນຖານໃຫ້ລູກ ແລງມາຮັບລູກຢູ່ໂຮງຮຽນແລະສອນຫນັງສືລູກ ເປັນຫຍັງຜົວຈື່ງມາຖີ້ມຂ້ອຍໄປແລະບໍ່ຄິດເຫັນຈິດໃຈຂອງຂ້ອຍແນ່

ຂ້ອຍພະຍາຍາມເຂັ້ມແຂງແຕ່ເວລາລູກຖາມຫາພໍ່ກະເຮັດໃຫ້ຂ້ອຍຮູ້ສືກເຈັບປວດທຸກຄັ້ງ ຂ້ອຍບໍ່ຮູ້ຊິບອກລູກໃດ້ຈັ່ງໃດ ຂ້ອຍເລີຍເຮັດຄືບໍ່ໃດ້ຍີນ ເພາະລູກຍັງນ້ອຍເກີນທີ່ຈະເຂົ້າໃຈກັບປັນຫານິ
” ຂ້ອຍຕ້ອງເຂັ້ມແຂງເພື່ອລູກ ແລະຄອບຄົວ”
ຂ້ອຍຕ້ອງຍອມຮັບແລ້ວກ້າວໄປທາງຫນ້າຢ່າງເຂັ້ມແຂງ ມື້ໃດທີ່ຂ້ອຍອ່ອນແອ ຂ້ອຍທໍ້ ແຕ່ບໍ່ຖອຍ ລົ້ມໃດ້ແລ້ວຕ້ອງລຸກຂື້ນເພື່ອກ້າວຕໍ່ໄປ
ແລະເລື່ອງນິກະສອນໃຫ້ຮູ້ວ່າ ຄວາມດີແລະຄວາມຊື່ສັດທີ່ເຮົາມີອາດຈະບໍ່ມີຄຸນຄ່າແລະຄວາມຫມາຍສຳລັບຄົນທີ່ບໍ່ຮູ້ຈັກ”ພໍ”

ຫມາຍເຫດບໍ່ແມ່ນໂພສປະຈານແຕ່ຢາກແຊລປະສົບການຊີວິດໃຫ້ຟັງ ຢ່າງນ້ອຍທີ່ຜ່ານມາຂ້ອຍກະເຄີຍມີຄວາມສຸກທີ່ໃຊ້ຊີວິດຮ່ວມກັບລາວ
ຂອບໃຈທີ່ອ່ານຈົນຈົບ
ບົດລະຄອນຊີວິດຂອງຂ້ອຍ