ເຖິງຂັ້ນອອກມາໂພສລະບາຍກັນເລີຍ ສຳລັບດາລາສາວ “ໝໍແນ່ງ” ຫຼື ຈັນດາລີ ສິດພະໄຊ ກ່ຽວກັບກໍລະນີການແພ່ລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ ພາຍຫຼັງທີ່ມີກະແສຕໍ່ຕ້ານ ແລະ ສະແດງຄວາມລັງກຽດຄົນຈີນຈົນເກີນເຫດ ຊີ້ ພວກເຂົາຄວນໄດ້ຮັບການຊ່ວຍເຫຼືອ ປິ່ນປົວຮັກສາ ໄດ້ຮັບຄວາມສົງສານ ບໍ່ແມ່ນຖືກລັງກຽດ ແລະ ຖືກຕໍ່ຕ້ານຈົນເກີນໄປ
ຂໍ້ຄວາມດັ່ງກ່າວໄດ້ຖືກເຜີຍແຜ່ຜ່ານທາງເຟສບຸກສ່ວນຕົວຂອງ ໝໍແນ່ງ ເມື່ອວານນີ້ (3 ກຸມພາ 2020) ໂດຍເນື້ອໃນລະອຽດກ່າວກ່ຽວກັບປະເດັນການແພ່ລະບາດຂອງພະຍາດອັກເສບປອດຈາກໄວຣັດໂຄໂຣນາສາຍພັນໃໝ່ໄດ້ຢ່າງໜ້າສົນໃຈວ່າ ປະເທດຈີນ-ຄົນຈີນຄວນຖືກຊ່ວຍເຫຼືອ ຖືກປິ່ນປົວຮັກສາ ຖືກສົງສານ ບໍ່ແມ່ນຖືກລັງກຽດ. “ທຸກຄົນຕ້ອງປ້ອງກັນແຕ່ບໍ່ແມ່ນໃຊ້ທ່າທາງເກີນເຫດ. ບໍ່ຄວນຂີ້ດຽດແລະ ຕໍ່ຕ້ານເກີນໄປ ແລະ ບໍ່ຄວນຖິ້ມເຂົາເຈົ້າໃນຍາມວິກິດ. ຖ້າສັງເກດດີໆ ເຂົາເຈົ້າສູ້ຄົນດຽວອີ່ຫຼີ
ໝໍແນ່ງກ່າວອີກວ່າ “ສປ ຈີນ ຕອນຍາມເຮົາມີສົງຄາມ ແລະ ໄພພິບັດ (ພໍ້ເຂົາເຈົ້າຫຼາຍຄົນທີ່ອັດຕະປື ເຂົາເຈົ້າບໍ່ເຄີຍຖິ້ມເຮົາ)ໂຮງໝໍຫຼັງໃໝ່ ເສັ້ນທາງລົດໄຟສັນເຂື່ອນພັງ ທຶນນັກສຶກສາຈັກຮ້ອຍພັນ ທຶນ ໃຫ້ເງິນເດືອນພ້ອມ ເຂົາເຈົ້າກໍ່ມາຊ່ວຍ ຂໍໃຫ້ກຳລັງໃຈເພື່ອນມິດອາຈານທີ່ກຳລັງປະສົບວິກິດໂລກ ຂໍໃຫ້ຜ່ານພົ້ນໄວໆ
ເຂົ້າໃຈວ່າເຮົາເຮັດຫຍັງບໍ່ໄດ້ ເຮົາຍັງດ້ອຍພັດທະນາ ຍັງພວມຊ່ວຍຕົວເອງໃຫ້ພົ້ນຈາກຄວາມດ້ອຍພັດທະນາ ແຕ່ກໍ່ຄວນໃຫ້ກຳລັງໃຈກັນ ສປ ຈີນ ເຂົາເຈົ້າຍື່ນມາຊ່ວຍເຮົາກ່ອນໂດຍບໍ່ຄິດຫາຜົນຕອບແທນຕະຫຼອດມາ ໝໍແນ່ງກ່າວໃນໂພສດັ່ງກ່າວ
ພ້ອມນັ້ນ ກໍຍັງໄດ້ແນະນຳໃຫ້ທຸກຄົນປ້ອງກັນຕົວເອງ ໂດຍລະບຸວ່າເປັນສະຕິທີ່ຄວນມີ ຍິ້ມໃສ່ ໂບກມືຍ່າງຜ່ານ, ລ້າງມື, ກິນອາຫານຮ້ອນ ບໍ່ໄປຈຸດທີ່ມີຄູົນແອອັດກໍ່ໄດ້ແລ້ວ ແຕ່ບໍ່ຄວນຂີ້ດຽດເກີນໄປຖ້າເຂົາເຈົ້າເຮັດແບບນັ້ນກັບຄົນລາວເດ? ຖ້ານັກສຶກສາເຮົາທີ່ຢູ່ຈີນຖືກເຮັດແບບນັ້ນເດ? ໝໍແນ່ງຕັ້ງຄຳຖາມ