ສຳລັບເລື່ອງລາວ ທີ່ຈະເອົາມາກ່າວກັນໃຫ້ຟັງໃນມື້ນີ້ ບອກເລີຍວ່າເປັນເລື່ອງທີ່ດີຫຼາຍແທ້ໆເດີ ສຳລັບສາວນ້ອຍໃນໄວ23 ປີ ແຕ່ສາມາດສ້າງລາຍໄດ້ເຫຼືອລົ້ນຈົນຜູ້ໃຫຍ່ຫລາຍໆຄົນ ນັ້ນຕ້ອງລົບທາງໃຫ້ລາວກັນເລີຍ
ລາວມີຊື່ວ່າ ເກ໋ໄກ໋ ຫລື ນັດທິຊາ ນາມວົງໄວ 23 ປີນີ້ ຈາກລູກເປັດຂີ້ເລ່ມາດທອມບອຍ ສູ່ສາວນ້ອຍພາບລັກສົດໃສນ່າຮັກຂວັນໃຈຊາວເນັດໃນປັດຈຸບັນນີ້ແລ້ວບໍ່ມີໃຜຄິດມາກ່ອນເລີຢວ່າລາວນັ້ນສາມາດປຽ່ນແປງຕັວເອງໄດ້ຂະນາດນີ້ເລີຍ
ລ່າສຸດມານີ້ເອງກໍ່ໄດ້ມີ ຊ່ອງຢູທູບທີ່ມີຊື່ວ່າ Kaykai Salaider ເຮັດໃຫ້ມີຄົນຕິດຕາມກວ່າ 12 ລ້ານຄົນແລ້ວ
ຊື່ງສິ່ງທີ່ເຫັນນັ້ນເປັນຄລິບຄືຄວາມສົດໃສ ລ່າເລີງ ກ້າສະແດງອອກ ແລະສະເໜ່ຂອງທີມງານທີ່ມີຄວາມສະນິດສະໜົມກັນຈົນສາມາດເອີ້ນສຽງຮາຂອງແຟນໆຂອງສາວນ້ອຍຄົນນີ້ເປັນຢ່າງຫຼາຍ
ແລະມື້ນີ້ນັ້ນເຮົາກໍ່ຈະມາໄຂຄວາມສົງໄສຂອງຫລາຍໆຄົນທີ່ໄດ້ຕັ້ງຄຳຖາມກັນວ່າ ເກ໋ໄກ໋ ສະໄລເດີ ນັ້ນຈະມີລາຍໄດ້ທໍ່ໃດ ມື້ນີ້ເຮົາມາຟັງຄຳຕອບກັນເລີຍຄືເກ໋ໄກ໋ ໄດ້ຈົດທະບຽນໃນບໍລິສັດ ສະໄລເດີ ໂປດັກຊັ່ນ ຈຳກັດ
ເຮັດລາຍໄດ້ໃນປີ 2560 ໄດ້ 2.2 ລ້ານບາດ ແລະໄດ້ກຳໄລ 1.1 ລ້ານບາດ ສ່ວນໃນປີ 2561 ເຮັດລາຍໄດ້ໄປ 50.1 ລ້ານບາດ ເປັນກຳໄລ 27.8 ລ້ານບາດ ຊື່ງຖືໄດ້ວ່າເຮັດລາຢໄດ້ເຕິບໂຕໄປເຖີງ 2,177 % ແລະ ກຳໄລເພິ່ມຂຶ້ນ 2,427 % ເອີ້ນໄດ້ວ່າໃຫຍ່ທໍ່ນີ້ ແຕ່ເກັ່ງຫຼາຍແທ້ໆ
ຍັງເລ່ົ່າຕໍ່ອີກນຳວ່າ ໂດຍຈຸດເລີ້ມຕົ້ນຂອງການເຮັດຄລິບເລີ້ມ ເມື່ອຕອນກຳລັງຮຽນຢູ່ປີ 2 ເຫດຜົນທີ່ເຮັດຄລິບກໍ່ຂໍຕອບແບບບໍ່ອ້ອມຄ້ອມ
ຄືເຮັດເພື່ອຫາລາຍໄດ້ ຕອນນັ້ນຄິດແຕ່ວ່າເຮັດຫຍັງແລ້ວຫາລາຍໄດ້ ກໍ່ຈະເຮັດ ຊຶ່ງຈີງໆ ກໍ່ມີແບບວ່າໄປສຳພາດວຽກງານ ແຕ່ຮູ້ສຶກວ່າບໍ່ຄ່ອຍມີຄົນຈື່ເຮົາໄດ້ ຈື່ງຕັດສີນໃຈລອງເຮັດຢູທູບລອງເບິ່ງ
ພໍເລີ້ມເຮັດຊ່ວງທຳອິດ ມັນຕິດລິຂະສິດຂອງຄົນອື່ນ ງ່າຍ ໆ ຄືເຮັດທີວີໃນປັດຈຸບັນ ຄືຖ້າເຮົາໄປເອົາລິຂະສິດຂອງຄົນອື່ນມາ ລາຍໄດ້ເຮົາກໍ່ຈະບໍ່ໄດ້
ເລີ້ມຈາກຮ້ອງເພງຄໍເວີ ຕອນນັ້ນໄດ້ຍອດວິວປະມານຫລັກແສນ ແຕ່ບໍ່ໄດ້ລາຍໄດ້ເພາະເຮົາບໍ່ແມ່ນເຈົ້າຂອງລິຂະສິດ ຄືຖ້າເຮົາ cover ເພງຄົນອື່ນ ເຮົາຕ້ອງເອົາລາຍໄດ້ທີ່ເຮົາໄດ້ໃຫ້ກັບເຈົ້າຂອງລິຂະສິດໄປ
ສຳລັບແຟນຄລັບຊ່ອງ ເກ໋ໄກ໋ ກໍ່ຈະເປັນພວກເດັກໆ ສ່ວນແຟນຄລັບໂລກຈິດກໍ່ເຄີຍພົບຢູ່ ໂດຍຈະເຂົ້າມາຄອມເມນບໍ່ດີ ເວລາເຫັນກໍ່ບ໋ອກເລີຍ
ຄລິບບໍ່ຄ່ອຍມີສາລະ ອັນນີ້ບໍ່ເອີ້ນວ່າຄອມເມນບໍ່ດີ ແຕ່ເຮົາເຂົ້າໃຈວ່າ ສະຕາຍຂອງເຮົາ ຖ້າເຮັດເປັນຊ້ອງທີ່ກ່ຽວກັບຄວາມຮູ້ ບອກເລີຍວ່າບໍ່ມີຄົນຕາມຫຼາຍເຖິີ 10 ລ້ານ ເພາະເຮົາເຮັດຢູທູບມາເຫັນກຸ່ມຄົນທີ່ຢາກໄດ້ຄວາມບັນເທີງ ແລ້ວກໍ່ເບິ່ງໄດ້ເລື້ອງໆ
ໃນສ່ວນຂອງທາງດ້ານເທກນິກການເກັບເງິນ ເກ໋ໄກ໋ ເຜີຍວ່າຄີຫລັກເລີຍ ຄື ຕ້ອງບໍ່ເປັນຫນີ້ ເພາະການບໍ່ເປັນຫນີ້ມັນເຮັດໃຫ້ບໍ່ຄຽດ ກ່ອນອື່ນຖ້າເຮົາບໍ່ຮູ້ຈະເຮັດຫຍັງຢ່າສ້າງຫນີ້ສີນໃຫ້ກັບຕົວເອງ ເພາະເມື່ອໃດທີ່ເຮົາສ້າງຫນີ້ຂຶ້ນມາແລ້ວ ເຮົາຈະບໍ່ມີເວລາເອົາໄປພັດທະນາຕົວເອງ ເພາະເຮົາຕ້ອງມາຊົດໃຊ້ຫນີ້ຢູ່ຕະຫລອດ ຖືເປັນສີ່ງສຳຄັນ
ສຸດທ້າຍນີ້ ສາວນ້ອຍຍັງເວົ້າຕໍ່ອີກວ່າ ທຸກມື້ນີ້ທີ່ມາໄດ້ເຖີງຈຸດນີ້ ມັນບໍ່ແມ່ນຢູ່ດີໆ ຈະມາເຖີງເລີຍແຕ່ເຮົາຄ່ອຍໆ ພັດທະນາໄປເລື້ອຍໆ ແລະ ຮຽນຮູ້ກັບມັນໄປເລື້ອຍໆ
ເປັນຢ່າງໃດກັນແດ່ບໍ່ ສຳຫລັບຜົນງານຂອງສາວນ້ອຍຄົນນີ້ບອກເລີຍວ່າ ລາວສາມາດຫາເງິນໄດ້ຫລາຍກວ່າຜູ້ໃຫຍ່ບາງຄົນດ້ວຍຊ້ຳໄປ ບອກເລີຍວ່າພອນສະຫວັນຂອງສາວນ້ອຍຄົນນີ້ ຕົບມືໃຫ້ເຂົາເລີຍ